ການ​ຮ່ວມ​ມື​ຈີນ - ລາວ ​​ເປັນແບບ​ຢ່າງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມືໃຕ້-ໃຕ້

ການ​ຮ່ວມ​ມື​ຈີນ - ລາວ ​​ເປັນແບບ​ຢ່າງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມືໃຕ້-ໃຕ້

ການ​ຮ່ວມ​ມື​ຈີນ - ລາວ ​​ເປັນແບບ​ຢ່າງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມືໃຕ້-ໃຕ້
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ. ສອງ​ປະ​ເທດ​ໄດ້ອອກ​ຖະ​ແຫຼງ​ການ​ຮ່ວມໂດຍ​ໄດ້​ລະ​ບຸ​ຢ່າງ​ຈະ​ແຈ້ງວ່າ: ຈະ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ ​​ທີ່​ເຂັ້ມ​ແຂງ​ໜຽວ​ແໜ້ນໃນ​ທຸກ​ສະ​ພາບ​ການ​ຂອງ​ຍຸກ​ໃໝ່. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ຍາວ​ນານ, ສອງ​ປະ​ເທດ​ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ຮອບ​ດ້ານບົນ​ພື້ນ​ຖານ​ສະ​ພາບ​ແຫ່ງ​ຊາດ​ຂອງ​ກັນ​ ແລະ​ ກັນ ຊຶ່ງໄດ້​ເປັນ​ແບບ​ຢ່າງ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ເຂດ​ໂລກ​ໃຕ້​ຮ່ວມ​ກັນ​ພັດ​ທະ​ນາ ແລະ ຄົ້ນ​ຫາ​ເສັ້ນ​ທາງ​ສູ່ຄວາມ​ທັນ​ສະ​ໄໝ.
ການ​ຮວມ​ມ​ຈນ - ລາວ ​​ເປນແບບ​ຢາງ​ໃໝ​ໃຫ​ແກ​ການ​ຮວມ​ມໃຕ-ໃຕ - image 1
 

ກ່ອນອື່ນ, ຄຸນຄ່າອັນເປັນແບບຢ່າງຂອງການຮ່ວມມືຈີນ-ລາວ ໄດ້ສະແດງໃຫ້ເຫັນຢູ່ໃນການຖອດຖອນບົດຮຽນຊຶ່ງກັນ ແລະ ກັນໃນດ້ານປະສົບການການພັດທະນາ. ການເດີນທາງຢ້ຽມຢາມຈີນຄັ້ງນີ້ທ່ານ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມແຂວງເຈີ້ຈ່ຽງເປັນຈຸດທຳອິດ. ຜົນງານພົ້ນເດັ່ນຂອງແຂວງເຈີ້ຈ່ຽງລວມມີ: ລາຍຮັບທີ່ສາມາດໃຊ້ຈ່າຍໄດ້ສະເລ່ຍຕໍ່ຫົວຄົນຂອງແຂວງໃນປີ 2025 ມີຫຼາຍກວ່າ 70,000 ຢວນ, ຊ່ອງວ່າງດ້ານລາຍຮັບຂອງຕົວເມືອງ ແລະ ຊົນນະບົດໄດ້ສືບຕໍ່ຫຼຸດໜ້ອຍລົງ. ໂດຍອີງໃສ່ເສດຖະກິດດີຈີຕອນ, ການສ້າງ ຄວາມຈະເລີນຮຸ່ງເຮືອງຢູ່ຊົນນະບົດ ແລະ ການບໍລິການດ້ານການບໍລິຫານຂອງພາກລັດທີ່ມີປະສິດທິພາບສູງ, ແຂວງເຈີ້ຈ່ຽງ ໄດ້ສ້າງລະບົບການເຕີບໂຕທີ່ກວມລວມ. ບົດຮຽນເຫຼົ່ານີ້ພໍດີສາມາດຕອບສະໜອງກັບຄວາມຕ້ອງການດ້ານການພັດທະນາຂອງລາວໄດ້ຢ່າງຊັດເຈນ: ປະຖິ້ມຮູບແບບການເຕີບໂຕທີ່ຫຼ້າຫຼັງ ແລະ ເຮັດໃຫ້ໝາກຜົນດ້ານການພັດທະນາສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກຖ້ວນໜ້າຢ່າງທົ່ວເຖິງ; ປະຖິ້ມເສັ້ນທາງເກົ່າທີ່ວ່າ “ສ້າງມົນລະພິດກ່ອນແລ້ວຈຶ່ງປັບປຸງແກ້ໄຂ” ແລະ ຢຶດໝັ້ນໃຫ້ການອະນຸລັກສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດກ້າວເດີນໄປໜ້າຄວບຄູ່ກັນ. ການຈັດຕັ້ງປະຕິບັດຂອງແຂວງເຈີ້ຈ່ຽງ ໄດ້ເປັນແບບຢ່າງທີ່ມີຊີວິດຊີວາໃຫ້ແກ່ລາວໃນການວາງແນວທາງການພັດທະນາຂອງຕົນ.

ການ​ຮວມ​ມ​ຈນ - ລາວ ​​ເປນແບບ​ຢາງ​ໃໝ​ໃຫ​ແກ​ການ​ຮວມ​ມໃຕ-ໃຕ - image 2
 

ຮູບແບບການພັດທະນາອຸດສາຫະກຳທີ່ສ້າງຂຶ້ນບົນພື້ນຖານສະພາບຕົວຈິງຂອງຕົນແມ່ນຈຸດເດັ່ນອີກຈຸດໜຶ່ງໃນການຮ່ວມມືຈີນ-ລາວ. ລາວມີອຸດສາຫະກຳທີ່ມີເອກະລັກພິເສດຕ່າງໆເຊັ່ນ: ກາເຟ, ຫັດຖະກຳພື້ນເມືອງ ແລະ ອື່ນໆທີ່ອີງໃສ່ການຜະລິດແບບຄອບຄົວ ທີ່ກະແຈກກະຈາຍມາດົນແລ້ວ, ເຮັດໃຫ້ມີມູນຄ່າເພີ່ມຕ່ຳ. ຂະນະທີ່ຫຼາຍອຸດສາຫະກຳຂອງແຂວງເຈີ້ຈ່ຽງຈີນໄດ້ພັດທະນາຈາກເສດຖະກິດຄອບຄົວ, ອີງໃສ່ການພັດທະນາແບບເຕົ້າໂຮມທຶນຂອງປະຊາຊົນ. ປັດຈຸບັນໄດ້ພັດທະນາເປັນວິສາຫະກິດເອກະຊົນຫຼາຍກວ່າ 3,7 ລ້ານແຫ່ງ. ຮູບແບບການພັດທະນານີ້ແມ່ນສອດຄ່ອງກັບການພັດທະນາອຸດສາຫະກຳຂອງລາວ. ການແລກປ່ຽນດ້ານອຸດສາຫະກຳລະຫວ່າງຈີນ ແລະ ລາວ, ບໍ່ແມ່ນໃຫ້ລາວຮຽນຄັດລອກການພັດທະນາຂອງຈີນ, ຫາກແມ່ນນຳພາຜູ້ຜະລິດໃນທ້ອງຖິ່ນຂອງລາວຮ່ວມກັນພັດທະນາເພື່ອບຳລຸງສ້າງອຸດສາຫະກຳທ້ອງຖິ່ນທີ່ມີຄວາມສາມາດຕ້ານທານກັບຄວາມສ່ຽງໄດ້ເປັນຢ່າງດີ, ເຮັດໃຫ້ປະຊາຊົນສາມາດເຂົ້າຮ່ວມການພັດທະນາແລະ ຊົມໃຊ້ໝາກຜົນແຫ່ງການພັດທະນາໄດ້ຢ່າງແທ້ຈິງ.

ເສດຖະກິດດີຈີຕອນເພີ່ມຄວາມສາມາດໃຫ້ແກ່ການພັດທະນາ ແລະ ເປີດຊ່ອງທາງໃໝ່ໃຫ້ແກ່ການພັດທະນາແຫ່ງຊາດ. ທິດສະດີໃນການພັດທະນາແບບດັ້ງເດີມເຫັນວ່າ: ປະເທດຕ້ອງສຳເລັດການຫັນເປັນອຸດສາຫະກຳກ່ອນຈຶ່ງຈະສາມາດກ້າວໄປສູ່ການຊຸກຍູ້ການຫັນເປັນແບບຂໍ້ມູນຂ່າວສານ, ແຕ່ການຮ່ວມມືຈີນ-ລາວ ໄດ້ທັບມ້າງຮູບແບບເກົ່ານີ້. ຜະລິດຕະພັນກະສິກຳຂອງລາວສ່ວນຫຼາຍແມ່ນສົ່ງອອກໄປຈີນ ແລະ ສ່ວນຫຼາຍແມ່ນຜະລິດຕະພັນຂັ້ນຕົ້ນມາເປັນເວລາດົນນານ, ຍັງບໍ່ທັນມີຍີ່ຫໍ້ທີ່ມີຊື່ສຽງໂດ່ງດັງປານໃດ. ປັດຈຸບັນ, ເສັ້ນທາງລົດໄຟລາວ-ຈີນໄດ້ເຮັດໃຫ້ເວລາໃນການຂົນສົ່ງສິນຄ້າຈາກລາວເຂົ້າໄປຈີນຫຼຸດລົງຢ່າງຫຼວງຫຼາຍ, ຈີນຍັງໄດ້ຍົກເວັ້ນ ຫຼື ຫຼຸດພາສີນຳເຂົ້າຕໍ່ສິນຄ້າຈາກລາວພາຍໃຕ້ຂອບ RCEP. ຖານຂໍ້ມູນຄົ້ນຫາແຫຼ່ງຜະລິດສິນຄ້າຂອງແຂວງເຈີ້ຈ່ຽງ ໄດ້ສະໜອງວິທີແກ້ໄຂທາງເຕັກໂນໂລຊີທີ່ສົມບູນແບບຊຸດໜຶ່ງ: ຖ້າຫາກກາເຟຂອງລາວໄດ້ເຊື່ອມຕໍ່ເຂົ້າໃນລະບົບຄົ້ນຫາແຫຼ່ງຜະລິດ Block-chain, ຜູ້ບໍລິໂພກຈີນຈະສາມາດຮັບຮູ້ເຖິງຂໍ້ມູນຕ່າງໆຂອງກາເຟເຊັ່ນ: ສວນກາເຟ, ເວລາເກັບກ່ຽວ, ວິທີປຸງແຕ່ງ ແລະ ອື່ນໆໂດຍຜ່ານຈາກການສະແກນ QR-Code ຢູ່ຕາມສິນຄ້າ. ເຮັດແນວນີ້, ຈະເຮັດໃຫ້ຍີ່ຫໍ້ຕ່າງໆຂອງລາວມີມູນຄ່າເພີ່ມຂຶ້ນ. ໃນຂໍ້ທີ 4 ຫົວຂໍ້ຍ່ອຍທີ 12 ໃນຖະແຫຼງການຮ່ວມຈີນ-ລາວຄັ້ງນີ້ໄດ້ກຳນົດເສັ້ນທາງຢ່າງຈະແຈ້ງໃຫ້ແກ່ການຮ່ວມມືດີຈີຕອນຈີນ-ລາວ ຄື: ຊຸກຍູ້ການສ້າງສູນຂໍ້ມູນແຫ່ງຊາດ, ລະບົບຄລາວຄອມພິວຕີງ ແລະ ເຄືອຂ່າຍໂທລະຄົມທັນສະໄໝຂອງລາວ, ສະໜັບສະໜູນລາວສ້າງລະບົບບໍລິຫານເອເລັກໂຕຣນິກ, ເພີ່ມທະວີການຮ່ວມມືໃນຂົງເຂດປັນຍາປະດິດ, ຄວາມໝັ້ນຄົງທາງອິນເຕີເນັດ ແລະ ອື່ນໆ. ເຕັກໂນໂລຊີດີຈີຕອນເພີ່ມຄວາມສາມາດດ້ານການພັດທະນາໄດ້ຊີ້ທິດເຍືອງທາງໃຫ້ແກ່ບັນດາປະເທດເຂດໂລກໃຕ້ທີ່ມີພື້ນຖານອຸດສາຫະກຳທີ່ອ່ອນແອ.

ການ​ຮວມ​ມ​ຈນ - ລາວ ​​ເປນແບບ​ຢາງ​ໃໝ​ໃຫ​ແກ​ການ​ຮວມ​ມໃຕ-ໃຕ - image 3
 

ການແລກປ່ຽນບົດຮຽນດ້ານການປົກຄອງປະເທດ ແລະ ການຄຸ້ມຄອງລັດໄດ້ສ້າງພື້ນຖານດ້ານລະບຽບການທີ່ໝັ້ນແກ່ນໃຫ້ແກ່ຈີນ ແລະ ລາວລົງເລິກການຮ່ວມມືກັນ. ຖະແຫຼງການຮ່ວມຈີນ-ລາວ ໄດ້ຈັດເອົາການລົງເລິກການແລກປ່ຽນບົດຮຽນດ້ານການກໍ່ສ້າງພັກ ແລະ ການປົກຄອງປະເທດເປັນວຽກງານຈຸດສຸມເພື່ອຊ່ວຍເຫຼືອລາວຍົກປະສິດທິພາບດ້ານການບໍລິຫານໃຫ້ສູງຂຶ້ນ. ນີ້ຈະຕ່າງກັບຮູບແບບການຮ່ວມມືຂອງບາງປະເທດທີ່ວາງເງື່ອນໄຂທາງການເມືອງ, ການຮ່ວມມືຈີນ-ລາວ ໄດ້ຢຶດໝັ້ນຄວາມສະເໝີພາບ ແລະ ເຄົາລົບຊຶ່ງກັນ ແລະ ກັນ, ເຄົາລົບເສັ້ນທາງການພັດທະນາຂອງກັນ ແລະ ກັນ, ນີ້ເປັນຫຼັກການທີ່ຈຳເປັນຕ້ອງຢຶດໝັ້ນໃນການຮ່ວມມືລະຫວ່າງປະເທດເຂດໂລກໃຕ້.

ໃນໂລກປັດຈຸບັນ, ລັດທິຝ່າຍດຽວ ແລະ ຊ່ອງວ່າງດ້ານການພັດທະນາຍັງສືບຕໍ່ເປັນສິ່ງທ້າທາຍຕໍ່ບັນດາປະເທດກຳລັງພັດທະນາ. ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ຈະຖືເອົາການຮ່ວມມືດ້ວຍຄວາມຈິງໃຈເຂົ້າແທນການປະເຊີນໜ້າ ແລະ ໂຕ້ແຍ້ງກັນ, ຢຶດຖືການຊົມໃຊ້ປະສົບການເພື່ອບັນລຸຄວາມກ້າວໜ້າຮ່ວມກັນ. ຈາກການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ຍົກລະດັບອຸດສາຫະກຳໃຫ້ສູງຂຶ້ນຮອດການປະດິດສ້າງໃໝ່ດ້ານດີຈີຕອນ ແລະ ການຖອດຖອນບົດຮຽນດ້ານການບໍລິຫານ, ແບບຢ່າງດ້ານການຮ່ວມມືຈີນ-ລາວ ພວມຂະຫຍາຍໄປສູ່ຂອບເຂດທີ່ກວ້າງຂວາງກວ່າເກົ່າ. ເຊື່ອໝັ້ນວ່າ: ຮູບແບບການພັດທະນາທີ່ຊ່ວຍຊູຍູ້ໜູນກັນ ແລະ ຮ່ວມມືກັນກ້າວໄປໜ້າແບບນີ້ຈະເພີ່ມພະລັງຂັບເຄື່ອນໃຫ້ແກ່ຄວາມສາມັກຄີ ແລະ ການພັດທະນາຂອງບັນດາປະເທດເຂດໂລກໃຕ້ຢ່າງຕໍ່ເນື່ອງພ້ອມທັງຊຸກຍູ້ພາລະກິດອັນຍິ່ງໃຫຍ່ແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ.

ບົດໂດຍ: ວິທະຍຸໂທລະພາບສູນກາງກາງ (CMG)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ