ສປປ ລາວ ແລະ ສສ ຫວຽດນາມ, ພາຍໃຕ້ຄວາມເອົາໃຈໃສ່ ແລະ ການຊີ້ນໍາ-ນໍາພາຢ່າງເປັນປະຈຳຂອງສອງພັກ, ສອງລັດ ສາມາດຕີລາຄາໄດ້ຢ່າງໜັກແໜ້ນວ່າ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ສາມາດບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ, ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນ ຂອງສອງຝ່າຍ ໄດ້ຕັ້ງໜ້າປະສານສົມທົບຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ລາວ-ຫວຽດນາມ ໄດ້ຢ່າງມີປະສິດທິຜົນ ແລະ ແທດກັບຕົວຈິງ, ການຮ່ວມມືສອງຝ່າຍ ໄລຍະ 2021-2025 ສາມາດບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ, ສິ່ງທີ່ພົ້ນເດັ່ນ ໃນໄຕມາດທີ IV ຂອງປີ 2024 ແລະ ປີ 2025 ແມ່ນການຫັນປ່ຽນທີ່ແຂງແຮງ, ສາມາດແກ້ໄຂໄດ້ຢ່າງຂາດຕົວ ບັນດາເນື້ອ ໃນ, ແຜນການ ແລະ ໂຄງການຮ່ວມມືຍຸດທະສາດ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂອງແຕ່ລະປະເທດ, ໄດ້ມີການປັບປຸງ ແລະ ເພີ່ມທະວີຄວາມເຊື່ອໝັ້ນແບບຍຸດທະສາດ ກ່ຽວກັບ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ, ການພົວພັນດ້ານການເມືອງ-ການທູດ: ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ກ້າວເຂົ້າສູ່ລວງເລິກ. ການທີ່ສອງຝ່າຍເຫັນດີເປັນເອກກະພາບເພີ່ມຄຳວ່າ "ຫຸ້ນສ່ວນຍຸດທະສາດ" ເຂົ້າໃນຄຳຂວັນຂອງການພົວພັນສອງຝ່າຍນັ້ນສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງເລິກເຊິ່ງ ແລະ ຄວາມຕັ້ງໃຈຮ່ວມກັນຂອງສອງພັກ ແລະ ສອງລັດໃນການຍົກລະດັບສາຍພົວພັນພິເສດລາວ-ຫວຽດນາມຂຶ້ນສູ່ລະດັບໃໝ່ ເພື່ອຕອບສະໜອງຜົນປະໂຫຍດ ແລະ ຄວາມມຸ່ງຫວັງຕົວຈິງຂອງປະຊາຊົນທັງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ສະຫາຍ ທອງສະຫວັນ ພົມວິຫານ ໃຫ້ຮູ້ຕື່ມວ່າ: ສຳລັບການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ໄດ້ຮັບການເສີມຂະຫຍາຍ, ແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນໃນການພົວພັນລາວ-ຫວຽດນາມ ຊຶ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ, ສອງຝ່າຍສືບຕໍ່ຮັບປະກັນຄວາມປອດໄພ, ຮັກສາຊາຍແດນສັນຕິພາບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງດ້ານສັງຄົມຢູ່ແຕ່ລະປະເທດ, ໃນນັ້ນ, ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ: ໄດ້ມີການພັດທະນາ ແລະ ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ. ຫວຽດນາມເປັນຜູ້ລົງທຶນສໍາຄັນອັນດັບຕົ້ນໆ ຢູ່ ສປປ ລາວ; ໂຄງການຮ່ວມມືຫຼາຍໂຄງການໄດ້ດໍາເນີນໄປຢ່າງມີປະສິດທິຜົນ ຊຶ່ງຊ່ວຍສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ການເຊື່ອມໂຍງເສດຖະກິດລະຫວ່າງສອງປະເທດ. ມູນຄ່າການຄ້າສອງສົ້ນໃນປີ 2025 ບັນລຸໄດ້ເກືອບ 3 ຕື້ໂດລາ ຊຶ່ງຈະເປັນປັດໄຈ ໃຫ້ສອງຝ່າຍສູ້ຊົນໃຫ້ບັນລຸ 5 ຕື້ໂດລາ ຕາມຄາດໝາຍທີ່ສອງຝ່າຍໄດ້ວາງໄວ້ໃນເວລາອັນໃກ້ນີ້.
ໃນນັ້ນ, ການຮ່ວມມືດ້ານວັດທະນະທຳ-ສັງຄົມ: ມີການຮ່ວມມື ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ. ອັນພົ້ນເດັ່ນແມ່ນ UNESCO ໄດ້ຮັບຮອງເອົາສວນອຸທະຍານທໍາມະຊາດຫີນໜາມໜໍ່ ຢູ່ ແຂວງຄຳມ່ວນ ເປັນມໍລະດົກໂລກທາງທຳມະຊາດ ທີ່ຄູ່ຂະໜານກັບສວນອຸທະຍານມໍລະດົກໂລກທາງທຳມະຊາດຟອງຍາແກບາງ ຢູ່ ແຂວງກວາງບິງ ສສ ຫວຽດນາມ ຊຶ່ງເປັນຄວາມພະຍາຍາມຮ່ວມກັນ ແລະ ຄວາມພາກພູມໃຈຂອງສອງປະເທດ, ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ.
ຄໍາເຫັນ