ການແຂ່ງຂັນກິລາ ຢູໂດມີການຊີງໄຊກັນ 25 ຫຼຽນຄໍາ

ການແຂ່ງຂັນກິລາ ຢູໂດມີການຊີງໄຊກັນ 25 ຫຼຽນຄໍາ

ການແຂ່ງຂັນກິລາ ຢູໂດມີການຊີງໄຊກັນ 25 ຫຼຽນຄໍາ
ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ເປີດຂຶ້ນໃນວັນທີ 16 ພະຈິກ 2025 ທີ່ສູນບູໂດ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ , ໂດຍມີທ່ານ ບໍ່ ສີປະເສີດຮອງປະທານ-ເລຂາທິການສະຫະພັນກິລາຢູໂດແຫ່ງຊາດລາວ, ພ້ອມດ້ວຍຮອງປະທານສະຫະພັນ, ຄະນະສະຫະພັນຈາກທຸກພາກສ່ວນ, ຄະນະກໍາມະການ, ຄູຝຶກ, ນັກກິລາ ແລະ ກອງຊົມກອງເຊຍເຂົ້າຮ່ວມ.
ການແຂງຂນກລາ ຢໂດມການຊງໄຊກນ 25 ຫຽນຄາ - image 1
 

ການແຂ່ງຂັນຄັ້ງນີ້ ຖືໄດ້ວ່າເປັນການແຂ່ງຂັນ ທີ່ໝາຍເຖິງຄວາມສາມັກຄີ, ມິດຕະພາບທີ່ດີ ລະຫວ່າງແຂວງ ແລະ ບັນດາກະຊວງ, ເປັນການຮັດແໜ້ນຄວາມມີນໍ້າໃຈນັກກິລາ ແລະ ພ້ອມກັນພັດທະນາກິລາຢູໂດໄປພ້ອມໆກັນ. ສໍາລັບການແຂ່ງຂັນກິລາຢູໂດ

ການແຂງຂນກລາ ຢໂດມການຊງໄຊກນ 25 ຫຽນຄາ - image 2
 

ມີທັງໝົດ 2 ປະເພດຄື : ປະເພດຟ້ອນ ແລະ ປະເພດຕໍ່ສູ້ ຊຶ່ງປະກອບມີ 7 ພາກສ່ວນ ເຂົ້າຮ່ວມແຂ່ງຂັນ ຄື: ປະເພດຕໍ່ສູ້ ປະກອບມີ : ປະເພດຊາຍ 12 ລຸ້ນນໍ້າໜັກ ແລະ ປະເພດຍິງ 10 ລຸ້ນນໍ້າໜັກ; ປະເພດຟ້ອນ ກະຕະ ປະກອບມີ ນາເງ່ໂນ ກະຕະ ( ຊາຍ ) ແລະ ຈູ່ໂນ ກະຕະ ( ຍິງ ) ພ້ອມນັ້ນ, ຍັງມີປະເພດຕໍ່ສູ້ ປະເພດທີມ ມີຜູ້ເຂົ້້າຮ່ວມແຂ່ງຂັນທັງໝົດ 110 ຄົນ, ຍິງ 46 ຄົນ ທີ່ມາຈາກ 6 ແຂວງ ແລະ 1 ກະຊວງ ໂດຍມີການຊີງໄຊກັນ 25 ຫຼຽນຄໍາ ຊຶ່ງໄດ້ທໍາການແຂ່ງຂັນລະຫວ່າງວັນທີ 16-18 ພະຈິກ 2025 ສູນບູໂດ ລາວ-ຍີ່ປຸ່ນ .

ການແຂງຂນກລາ ຢໂດມການຊງໄຊກນ 25 ຫຽນຄາ - image 3
 

ຂ່າວ:ຍຸພິນທອງ

ຄໍາເຫັນ

ຂ່າວສືກສາ-ກິລາ

ບົດຄົ້ນຄວ້າການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ນຳສະເໜີເວທີພາກພື້ນ ອາຊີ-ປາຊີຟິກ

ບົດຄົ້ນຄວ້າການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ນຳສະເໜີເວທີພາກພື້ນ ອາຊີ-ປາຊີຟິກ

ຜູ້ຕາງໜ້າກົມສ້າງຄູ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ, ໄດ້ເຂົ້າຮ່ວມນຳສະເໜີການຄົ້ນຄວ້າທີ່ມີຄວາມກ້າວໜ້າກ່ຽວກັບການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວ ຢູ່ກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດທີ່ເມືອງເມວເບີນປະເທດອົດສະຕຣາລີ ໃນລະຫວ່າງວັນທີ 11-13 ພະຈິກ 2025.ກອງປະຊຸມ​ດັ່ງ​ກ່າວ ໄດ້ມີນັກວິຊາການ ແລະ ຜູ້​ຕາງ​ໜ້າສະຖານທູດຈາກປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ເພື່ອເຂົ້າຮ່ວມ. ຈຸຸດປະສົງເພື່ອສ້າງຈິນຕະນາການຄືນໃໝ່ ກ່ຽວກັບການສຶກສາເພື່ອຄວາມສະເໝີພາບ ແລະ ການຮຽນຮ່ວມ.
ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີປິດການແຂ່ງຂັນກິລາປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີXII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ໃນຕອນແລງວັນທີ 16 ພະຈິກ ຜ່ານມາ ພາຍຫຼັງໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 13 ພະຈິກ 2025 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ມີບັນດາຄະນະນຳ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.
ນວ ຍາດໄດ້ 6 ຫຼຽນຈາກກິລາລອຍນໍ້າ

ນວ ຍາດໄດ້ 6 ຫຼຽນຈາກກິລາລອຍນໍ້າ

ການແຂ່ງຂັນ ລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 16 ພະຈິກ 2025 ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີຄະນະປະທານສະຫະພັນກິລາລອຍນໍ້ານະຄອນຫຼວງວຽງຈັນ (ນວ) ຄູຝຶກ ແລະ ຕົວແທນນັກກິລາແຕ່ລະແຂວງເຂົ້າຮ່ວມ.
ນາງ ພູທະລັດ ອິນນຸດ ນັກກິລາແລ່ນ-ລານ ຍາດໄດ້ 3 ຫຼຽນຄຳ

ນາງ ພູທະລັດ ອິນນຸດ ນັກກິລາແລ່ນ-ລານ ຍາດໄດ້ 3 ຫຼຽນຄຳ

ການແຂ່ງຂັນກິລາແລ່ນ-ລານ ມີການຊີງໄຊ 7 ຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງເປັນເຈົ້າພາບ, ຊຶ່ງໃນຕອນເຊົ້າວັນທີ 17 ພະຈິກນີ້ ທີ່ສະໜາມກິລາຫຼັກ 16, ນາງ ພູທະລັດ ອິນນຸດ ນັກກິລາຈາກກະຊວງປ້ອງກັນປະເທດໄດ້ໃຫ້ສຳພາດວ່າ: ນ້ອງເອງແມ່ນລົງແຂ່ງລາຍການແລ່ນ-ລານ 10,000 ແມັດ ສາມາດຍາດໄດ້ຫຼຽນຄຳ ໃນເວລາ 42:43:38 ນາທີ, ກາຍເປັນຫຼຽນຄຳທີ 3 ຕໍ່ຈາກ ແລ່ນ 5,000 ແມັດ ແລະ ແລ່ນ 4x400 ແມັດປະສົມຍິງ-ຊາຍ, ຊຶ່ງນ້ອງເອງແມ່ນຮູ້ສຶກດີໃນຫຼາຍຊຶ່ງຍາດໄດ້ 3 ຫຼຽນຄໍາ ແລະ ກໍເປັນເປົ້າໝາຍທີ່ນ້ອງຄາດຫວັງໄວ້.
ກິລາກະຕໍ້ຊຸດຄູ່ຊາຍ ຈໍາປາສັກ ໄດ້ຫຼຽນຄໍາ

ກິລາກະຕໍ້ຊຸດຄູ່ຊາຍ ຈໍາປາສັກ ໄດ້ຫຼຽນຄໍາ

ວັນທີ 16 ພະຈິກ 2025 ນັກກິລາກະຕໍ້ທີມຊຸດຄູ່ຊາຍກະຊວງປ້ອງກັນຄວາມສະຫງົບລົງແຂ່ງຂັນໃນຮອບຮອງຊະນະເລີດ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12 ພົບກັບ ແຂວງ ຈໍາປາສັກ ຜົນການແຂ່ງຂັນ ນັກກິລາກະຕໍ້ທີມຊຸດຄູ່ຊາຍກະຊວງປ້ອງກັນຄວາມສະຫງົບເສຍໃຫ້ກັບ ແຂວງ ຈໍາປາສັກ ໄປ 2-1 ຄູ່ ສົ່ງຜົນໃຫ້ຕົກຮອບ ເຮັດໃຫ້ໄດ້ພຽງແຕ່ຫຼຽນທອງຮ່ວມກັບກະຊວງປ້ອງກັນປະເທດ ທີ່ເສຍໃຫ້ກັບທີມກະຕໍ້ແຂວງສະຫວັນນະເຂດ ໄປ 2-1 ຄູ່ ໃນຮອບຮອງຊະນະເລີດເຊັນດຽວກັນ.
ຜູ້ແທນຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຢ້ຽມຊົມຫໍພິພິທະພັນສິລະປະລາວ

ຜູ້ແທນຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຢ້ຽມຊົມຫໍພິພິທະພັນສິລະປະລາວ

ໃນວັນທີ17ພະຈິກນີ້,ສະຫາຍລາວປາວຊົ່ງນະວົງໄຊຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ນໍາພາສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ກິລາມວຍປໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIIມີຊີງໄຊ 11 ຫຼຽນຄໍາ

ກິລາມວຍປໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIIມີຊີງໄຊ 11 ຫຼຽນຄໍາ

ພິທີເປີດການແຂ່ງຂັນກິລາມວຍປໍ້າ ໃນງານມະຫະກຳກິລາແຫ່ງ ຊາດຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 16 ພະຈິກ 2025 ນີ້, ທີ່ສະໜາມແຂ່ງຂັນ ເດີ່ນຮົ່ມສະຖາບັນກິລາ-ກາຍຍະກຳ ໂດຍມີ ທ່ານ ວົງເພັດ ອຸດົມລິດ ປະທານ ສະຫະພັນມວຍປໍ້າແຫ່ງຊາດລາວ ຫົວໜ້າຄະນະຮັບຜິດ ຊອບລວມ, ທ່ານ ມະໂນລົດ ພິນິດ ເລຂາທິການສະຫະພັນມວຍປໍ້າແຫ່ງ ຊາດ, ມີຄະນະກໍາມະການຈັດການເເຂ່ງຂັນ ແລະ ນັກກິລາ ເຂົ້າຮ່ວມ.
ປັນຈັກສີລັດ ຄໍາມ່ວນໄດ້ທັງໝົດ 4 ຫຼຽນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ປັນຈັກສີລັດ ຄໍາມ່ວນໄດ້ທັງໝົດ 4 ຫຼຽນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ກິລາປັນຈັກສີລັດ ແມ່ນສີລະປະການຕໍ່ສູ້ຂອງປະເທດອິນໂດເນຍເຊຍ ທີ່ສືບທອດກັນມາແຕ່ສະໄໜບູຮານ, ເປັນກິລາທີ່ມີຄວາມນິຍົມຫຼາຍໃນພາກພື້ນອາຊີໂດຍມີຈຸດເລີ່ມປະເທດອິນໂດເນເຊຍ ແລະ ເລີ່ມຈັດເຂົ້າມາເປັນປະເພດກິລາໃນລາວ ແຕ່ປີ 1980 ໄດ້ເຂົ້າແຂ່ງຂັນກິລາຊີເກມຄັ້ງທີ່ 24 ໃນປີ 2007 ທີ່ປະເທດໄທ ແລະ ໄດ້ສືບຕໍ່ມາຮອດປັດຈຸບັນ.ສຳລັບແຂວງຄໍາມ່ວນ
ຄໍາມ່ວນ ຕັ້ງເປົ້າ 2 ຫຼຽນຄໍາ ໃນກິລາມວຍປໍ້າ ທີ່ນະຄອນຫຼວງວຽງຈັນເກມ

ຄໍາມ່ວນ ຕັ້ງເປົ້າ 2 ຫຼຽນຄໍາ ໃນກິລາມວຍປໍ້າ ທີ່ນະຄອນຫຼວງວຽງຈັນເກມ

ການແຂ່ງຂັນກິລາມວຍປໍ້າ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ແມ່ນໄດ້ເປີດແຂ່ງຂັນໃນວັນທີ 16 ພະຈິກ ແລະ ຈະດຳເນີນການແຂ່ງຂັນຮອດວັນທີ 18 ພະຈິກ 2025 ຢູ່ທີ່ເດີ່ມ ສະຖາບັນກິລາ-ກາຍະກຳ ສີເກີດ, ຊຶ່ງມີນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 46 ຄົນ ຍິງ 17 ຄົນ ເພື່ອຍາດເອົາຫຼຽນຄໍາ ທັງໝົດ ຈໍານວນ 11 ຫຼຽນຄໍາ.
ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIIທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບໄດ້ຈັດຂຶ້ນໃນວັນທີ 14 ພະຈິກນີ້ ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ- ປະທານສະພາ ປະຊາຊົນ ນະຄອນຫຼວງວຽງຈັນ,ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນປະທານ ຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ XII, ມີບັນດາທ່ານ ການນໍາ-ພັກ-ລັດ ຂັ້ນສູນກາງທ້ອງຖິ່ນ ພະນັກງານທະຫານຫຼວດ ປະຊາຊົນຊາວເມືອງໄຊເສດຖາ ເຂົ້າຮ່ວມ.
ເພີ່ມເຕີມ