![]() |
ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການ ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນໃນປີນີ້ ເປັນວາລະພິເສດ ເນື່ອງຈາກເປັນການສະຫຼອງຄົບຮອບ 25 ປີ ຂອງການຮ່ວມມື ລະ ຫວ່າງ ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ແລະ ບໍລິສັດ ເບຍລາວ ຈຳກັດ ເຊິ່ງການແຂ່ງຂັນຄັ້ງນີ້ ມີທັງໝົດ 22 ສະໂມສອນ ຈາກ 8 ແຂວງ ໄດ້ລົງທະບຽນເຂົ້າຮ່ວມແຂ່ງຂັນ ມີການຊີງໄຊ 21 ລາຍການ ພ້ອມການເກັບຄະແນນສະສົມ (National Ranking) ໃນນີ້ ປະເພດເຍົາວະຊົນ ປະກອບມີ: U13 U15 U17 ແລະ U19 ສ່ວນປະເພດທົ່ວໄປ ມີ: ຊາຍດ່ຽວ ຍິງດ່ຽວ ຊາຍຄູ່ ຍິງຄູ່ ແລະ ຄູ່ປະສົມ ນອກຈາກນັ້ນ ຄະນະຈັດງານຍັງເປີດໂອກາດໃຫ້ຜູ້ຫຼິ້ນສະໝັກຫຼິ້ນ ຫຼື ຜູ້ທີ່ຍັງບໍ່ມີອັນດັບ ແລະ ບໍ່ສັງກັດສະໂມສອນ ໄດ້ເຂົ້າຮ່ວມເພີ່ມອີກ 4 ລາຍການ ໂດຍມີຜູ້ລົງທະບຽນເຂົ້າຮ່ວມລວມກວ່າ 200 ຄູ່.
![]() |
ການແຂ່ງຂັນຄັ້ງນີ້ ບໍ່ພຽງແຕ່ເປັນເວທີໃຫ້ນັກກີລາທົ່ວປະເທດ ໄດ້ສະແດງຄວາມສາມາດ ແລະ ຊີງໄຊຫາຄວາມເປັນເລີດເທົ່ານັ້ນ ແຕ່ຍັງເປັນກົນໄກສຳຄັນໃນການພັດທະນານັກກິລາ ສ້າງລະບົບອັນດັບ ລະ ດັບຊາດ ແລະ ກະກຽມນັກກິລາລາວ ກ້າວສູ່ເວທີອະນຸພາກພື້ນ ພາກພື້ນ ແລະ ສາກົນ ໃນອະນາຄົດ.
![]() |
ຂ່າວ: ຕຸໄລເພັດ



ຄໍາເຫັນ