ການແຂ່ງຂັນກິລາດອກປິກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV ຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້

ການແຂ່ງຂັນກິລາດອກປິກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV ຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້

ການແຂ່ງຂັນກິລາດອກປິກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV ຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້
ເພື່ອເປັນການສະຫຼອງສາຍສໍາພັນທະມິດອັນຍາວນານ ເຖິງ 25 ປີນີ້. ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ໄດ້ຮ່ວມກັນຈັດການແຂ່ງຂັນກິລາດອກປີກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV (2026) ຢ່າງຍິ່ງໃຫຍ່ ເພື່ອສະຫຼອງຄົບຮອບ 25 ປີ ຂອງການຮ່ວມມື, ພິທີຖະແຫຼ່ງຂ່າວດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ສິງຫານີ້ ໂດຍມີ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານ ສະຫະພັນ ດອກປີກໄກ່ແຫ່ງຊາດລາວ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ແລະ ສິດປະໂຫຍດ ບໍລິສັດ ເບຍລາວ ຈຳກັດ, ມີບັນດາທ່ານຄະນະບໍລິຫານງານສະຫະພັນ, ແຂກຜູ້ມີກຽດ, ຕາງໜ້າຈາກກະຊວງ, ກົມກອງຂະແໜງການທີ່ກ່ຽວຂ້ອງ, ສື່ມວນຊົນ, ບັນດາສະໂມສອນ, ຄູຝຶກ, ແລະ ທີມນັກກິລາເຂົ້າຮ່ວມ.

 

ການແຂງຂນກລາດອກປກໄກຊງແຊມທວປະເທດ ຄງທ XXV ຈະໄດຈດຂນໃນທາຍເດອນນ - image 1
 

ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດລາວໄດ້ກ່າວວ່າ: ການແຂ່ງຂັນກິລາດອກປີກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ 25 ປະຈຳປີ 2026 ຕະຫຼອດ ໄລຍະເວລາຫຼາຍກວ່າ 25 ປີ ທີ່ຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຄຽງຄູ່ ແລະ ເປັນຜູ້ສະໜັບສະໜູນຫຼັກ ທີ່ໃຫ້ການອຸ້ມຊູຍົກຍໍວົງການກິລາດອກປີກໄກ່ລາວມາໂດຍຕະຫຼອດ. ການສະໜັບສະໜູນໃນຄັ້ງນີ້ ຈຶ່ງບໍ່ແມ່ນພຽງແຕ່ການສະໜັບສະໜູນທາງດ້ານງົບປະມານເທົ່ານັ້ນ, ແຕ່ແມ່ນ “ການຮ່ວມສ້າງອະນາຄົດ” ແລະ ຍົກລະດັບມາດຕະຖານກິລາດອກປີກໄກ່ໃນ ສປປ ລາວ ໃຫ້ກ້າວໄປອີກຂັ້ນໜຶ່ງຢ່າງມີທິດທາງ ແລະ ຍືນຍົງ. ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ໄດ້ສໍາເລັດການສ້າງຖານຂໍ້ມູນຢ່າງເປັນລະບົບ ໂດຍມີ 26 ສະໂມສອນທົ່ວປະເທດ ທີ່ໄດ້ລົງທະບຽນເປັນສະມາຊິກຢ່າງເປັນທາງການ ແລະ ມີນັກກິລາໃນລະບົບຫຼາຍກວ່າ 500 ຄົນ. ນີ້ແມ່ນການຢັ້ງຢືນເຖິງຄວາມເຂັ້ມແຂງ ດ້ານການບໍລິຫານຈັດການ, ການມີໂຄງສ້າງສະໂມສອນທີ່ຊັດເຈນ ແລະ ຄວາມພ້ອມທີ່ຈະຂັບເຄື່ອນກິດຈະກຳກິລາລະດັບຊາດໄດ້.

ການແຂງຂນກລາດອກປກໄກຊງແຊມທວປະເທດ ຄງທ XXV ຈະໄດຈດຂນໃນທາຍເດອນນ - image 2
 

ການແຂ່ງຂັນຈະຈັດຂຶ້ນ ໃນລະຫວ່າງ ວັນທີ 27-30 ສິງຫາ 2026 ຢູ່ທີ່ເດີ່ນດອກປີກໄກ່ ມິດຕະພາບລາວ-ໄທ (ບຶງຂະຫຍອງ). ການແຂ່ງຂັນໃນຄັ້ງນີ້ມີທັງໝົດ 21 ລາຍການ ເກັບກຳຄະແນນສະສົມ (National Ranking) ດັ່ງນີ້: ຮຸ່ນເຍົາວະຊົນ ມີ 4 ລາຍການ U13 U15 U17 U19 ແລະ ເພີ່ມອີກ 4 ລາຍການ ສໍາລັບມືສະໝັກຫຼິ້ນ ຊຶ່ງນັກກິລາໄດ້ລົງທະບຽນເຂົ້າຮ່ວມ ທັງໝົດ 197 ຄູ່ BG/S-73 ຜ່ານແລ້ວ 32 ຄູ່ ເຕັມ, S-S 62 ຄູ່ ຜ່ານແລ້ວ 32 ເຕັມ, SN 37 ຄູ່ ຜ່ານແລ້ວ 32 ຄູ່ ເຕັມ ແລະ NP-25 ຄູ່ ຜ່ານແລ້ວ 22 ຄູ່

ສໍາລັບດອກປີກໄກ່ ທີ່ຈະໃຊ້ໃນການແຂ່ງຂັນນັ້ນ ແມ່ນ ຍີ່ຫໍ້ "GXS 76" ກະຕິກາ ແລະ ລະບຽບການແຂ່ງຂັນ ກໍໄດ້ເຜີຍແຜ່ໄປແລ້ວ. ກຳມະການຕັດສິນແມ່ນຈະນໍາໃຊ້ຄົນພາຍໃນຜູ້ທີ່ມີປະສົບການຫຼາກຫຼາຍ ແລະ ກໍຈະມີການຝຶກອົບຮົມເອົາຜູ້ໃໝ່ດ້ວຍ.

ທ່ານ ຈັນສະໝອນ ຜ່ອງຈັນທາ ໄດ້ກ່າວວ່າ: ສໍາລັບປີນີ້ ບໍລິສັດ ເບຍລາວ ຈຳກັດ ສະໜັບສະໜູນ ລວມມູນຄ່າ ເປັນຈຳນວນ 770 ລ້ານກີບ ຊຶ່ງໃນນັ້ນມີທັງຜະລິດຕະພັນ ແລະ ເງິນສົດ.

ຂ່າວ-ພາບ: ບຸນຕອມ.

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ