ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ
ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ການນາ ເມອງເງນ ລງມອບເຄອງຊວຍເຫອໃຫບນດາໂຮງຮຽນ ແຫງຕາງໆ - image 1
 

ທ່ານ ອຸດອນ ສະກຸນທອງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃຫ້ຮູ້ວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີອຸປະກອນຮັບໃຊ້ດ້ານສວນຄົວເຊັ່ນ: ຈັກດູດນໍ້າ, ທໍ່ສົ່ງນໍ້າ,ສາຍໄຟ, ຈົກ, ຊວ້ານ, ບົວຫົດຜັກ, ແກ່ນຜັກ. ນອກຈາກນັ້ນ, ຍັງມີເຄື່ອງໃຊ້ ແລະ ອາຫານສຳເລັດຮູບ ຈຳນວນໜຶ່ງ: ເຊັ່ນ: ມຸ້ງ, ສາດ, ເຄື່ອງນຸ່ງຫົ່ມ, ຫມີ່, ປາກະປ່ອງ ແລະ ອື່ນໆ ລວມມູນຄ່າ 23 ລ້ານກວ່າກີບ. ທືນດັ່ງກ່າວ, ແມ່ນໄດ້ມາຈາກກອງທືນ ຊ່ວຍເຫຼືອນັກຮຽນທຸກຍາກ ຂອງເມືອງ. ຊຶ່ງມີໂຮງຮຽນ ອານຸບານ, ປະຖົມ ແລະ ມັດທະຍົມ ທີ່ໄດ້ຮັບເຄື່ອງຊ່ວຍເຫຼືອ ມີທັງໜົດ 9 ແຫ່ງ. ໃຫ້ກຽດມອບໂດຍ ທ່ານ ທອງພັນ ສຸກສະຫວັດ ແລະ ຮັບໂດຍ ທ່ານ ບຸນທຳ ແກ້ວມະນີ ອໍານວຍການໂຮງຮຽນມັດທະຍົມສົມບູນບ້ານທອງ ຕາງໜ້າແກ່ຜູ້ອໍານວຍການໂຮງຮຽນ ອານຸບານ, ປະຖົມ ແລະ ມັດທະຍົມ ທັງ 9 ແຫ່ງ.

ທັງຫມົດນີ້, ກໍເພື່ອເປັນການສົ່ງເສີມ ພັດທະນາວຽກງານການສຶກສາ, ກໍຄືວຽກງານພັດທະນາຊັບພະຍາກອນມະນຸດ ກໍຄືການສົ່ງເສີມການຈັດຕັ້ງປະຕິບັດກິດຈະກໍາ ແຜນວຽກ ປະຈໍາວັນ, ອາທິດ ແລະ ເດືອນ ຂອງໂຮງຮຽນ ເປັນຕົ້ນກໍແມ່ນ: ດ້ານການຮັກສາສິ່ງແວດລ້ອມ, ການປູກຕົ້ນໄມ້, ການເຮັດສວນຄົວ, ການປູກ- ການລ້ຽງສັດ ແລະ ອື່ນໆ.

(ຂ່າວ: ອິນແປງ ແຫວນຄຳ)

ຄໍາເຫັນ

ຂ່າວສືກສາ-ກິລາ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກແລະດອນຄຳ

ມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກແລະດອນຄຳ

ໃນວັນທີ 22 ພະຈິກຜ່ານມານີ້, ທີ່ໂຮງຮຽນມັດທະຍົມຕອນຕົ້ນລາດບວກ ເມືອງແປກ ແຂວງຊຽງຂວາງ ໄດ້ມີພິທີມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກ, ອາຄານຮຽນອະນຸບານບ້ານດອນຄຳ ໂດຍການໃຫ້ທຶນກໍ່ສ້າງຈາກ ປ້າ ບົວໄຫຼ ຈິດມະນີ ພັນລະຍາ ຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ແລະ ບັນດາຄອບຄົວການນຳ, ຄອບຄົວນັກທຸລະກິດ ແລະ ຍາດມິດ ໃຫ້ທຶນກໍ່ສ້າງອາຄານຮຽນ
ສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 6

ສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 6

ໃນລະຫວ່າງວັນທີ 22-23 ພະຈິກຜ່ານມານີ້, ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ, ຄະນະກໍາມະການວິຊາຊີບ ພະຍາບານ-ຜະດຸງຄັນ ສົມທົບກັບ 9 ສູນສອບເສັງ ໃນບັນດາແຂວງ ທີ່ມີສະຖານການສຶກສາ ສາທາລະນະສຸກ ໃນທົ່ວປະເທດ ໄດ້ຈັດການສອບເສັງລະດັບຊາດ ສໍາລັບຜູ້ສໍາເລັດການສຶກສາພະຍາບານ ແລະ ຜະດຸງຄັນ ເປັນຄັ້ງທີ 6 ຂຶ້ນ ຢ່າງເປັນທາງການ.
ມອບຫຼຽນ ກິລາກ໊ອຟ ນະຄອນຫຼວງວຽງຈັນ ເກມ 2025

ມອບຫຼຽນ ກິລາກ໊ອຟ ນະຄອນຫຼວງວຽງຈັນ ເກມ 2025

ພິທີມອບຫຼຽນ ການແຂ່ງຂັນກິລາກ໊ອບ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກນີ້ ທີ່ສະໜາມກິລາກັອບລາວຄັນທຣີ ຄຣັບ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຜັດປ່ຽນກັນມອບຫຼຽນລາງວັນ ຂອງ ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ພົນຈັດຕະວາ ທອງສະ ໄໝ ສຸກປະເສີດ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການ,ຮອງຫົວໜ້າຄະນະກຳມະການປ້ອງກັນຊາດ-ປ້ອງັນຄວາມສະຫງົບ,ທ່ານ ກອງສີ ແສງມະນີ ປະທານສະຫະພັນກ໊ອບ ແຫ່ງຊາດລາວ, ທ່ານ ບຸນຍະວັດ ນີຣະໄຊ ປະທານສະຫະພັນກ໊ອບ ນະຄອນຫຼວງວຽງຈັນ, ທ່ານ ສົມລີ ຫຼວງະຈັນ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ.
ຄຳມ່ວນຄອງແຊັມເຕະບານຊາຍງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ຄຳມ່ວນຄອງແຊັມເຕະບານຊາຍງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ການແຂ່ງຂັນບານເຕະຊາຍນັດຊີງຫຼຽນຄໍາລະຫວ່າງທີມເຈົ້າພາບ ນະຄອນຫຼວງວຽງຈັນ ພົບກັບ ແຂວງຄຳມ່ວນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຈັດຂຶ້ນວັນທີ 24 ພະຈິກນີ້ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16), ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ,ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ມີບັນດາການນຳຂັ້ນສູນກາງ, ການນໍາຂັ້ນແຂວງ, ຄະນະນໍາ, ຄູຝຶກ, ນັກກິລາ ພ້ອມດ້ວຍມວນຊົນເຂົ້າຮ່ວມ ຊົມເຊຍຢ່າງຫຼວງຫຼາຍ.
ມອບຫຼຽນ ລາງວັນ ກິລາສະນຸກເກິ 2 ປະເພດ ນະຄອນຫຼວງວຽງຈັນ ເກມ 2025

ມອບຫຼຽນ ລາງວັນ ກິລາສະນຸກເກິ 2 ປະເພດ ນະຄອນຫຼວງວຽງຈັນ ເກມ 2025

ສະນຸກເກີ ປະເພດ 15 ແດງ(ດ່ຽວຊາຍ),ໃນນັດຊີງຊະນະເລີດເປັນນະຄອນຫຼວງວຽງຈັນ ໄດ້ໂຄຈອນມາຊີງກັນເອງ,ຕະຫຼອດການແຂ່ງຂັນຕາງຝ່າຍໄດ້ໃຊ້ຄວາມພະຍາຍາມເພື່ອໃຫ້ຄະແນນເໜືອກວ່າ, ໃນຂະນະດຽວກັນ,ທ້າວ ພອນສະຫວັນ ຊາພັກດີ ນະຄອນຫຼວງວຽງຈັນ ມີສືມືທີ່ດີກວ່າ,ສາມາດ ເອົາຊະນະ ທ້າວ ສາຍທາລາ ມີນາລາວົງ ນະຄອນຫຼວງວຽງຈັນ ດ້ວຍຄະແນນ 4ຕໍ່2 ເຟຣມ ,ໄດ້ຫຼຽນຄຳໃຫ້ກັບນະຄອນຫຼວວຽງຈັນ.
ປິດຊຸດຝຶກອົບຮົມ ບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ

ປິດຊຸດຝຶກອົບຮົມ ບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ

ໃນຕອນເຊົ້າຂອງວັນທີ 20 ພະຈິກ 2025 ທີ່ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຈັດພິທີປິດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ(ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 9 ວັນ)ໂດຍໃຫ້ກຽດເປັນປະທານ ຂອງທ່ານ ສາຄອນ ພົມມະລາດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຜູ້ອໍານວຍການ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ຄໍາມ່ວນຍາດໄດ້ 2 ຫຼຽນຄໍາ ກິລາເປຕັງໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ຄໍາມ່ວນຍາດໄດ້ 2 ຫຼຽນຄໍາ ກິລາເປຕັງໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການແຂ່ງຂັນກິລາເປຕັງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ແລະ ມີພີທີມອບຫຼຽນລາງວັນ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກນີ້ ທີ່ສະໜາມກິລາເປຕັງແຫ່ງຊາດ ດົງໂດກ ນະຄອນຫຼວງວຽງຈັນ ຊຶ່ງການແຂ່ງຂັນໄດ້ເລີ່ມແຕ່ວັນທີ 14 ພະຈິກ 2025 ຊຶ່ງມີ 1 ນະຄອນຫຼວງວຽງຈັນ, 17 ແຂວງ ແລະ 2 ກະຊວງ ປກຊ-ປກສ ເຂົ້າຮ່ວມຊີງໄຊ ການແຂ່ງຂັນປະກອບມີ ລາຍການຊຸດຕິ້ງ ຍິງ-ຊາຍ, ດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ຄູ່ປະສົມ ( 1 ຍິງ + 1 ຊາຍ ), ທີມຊຸດປະສົມ ( 1 ຍິງ + 2 ຊາຍ), ທີມຊຸດປະສົມ (2 ຍິງ + 1 ຊາຍ), ທີມຊຸດຍິງ-ທີມຊຸດຊາຍ. ໃນນັ້ນ, ແຂວງຄຳມ່ວນ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຈໍານວນ 11 ລາຍການ.
ປກສ ໄດ້ 8 ຫຼຽນ ຈາກກິລາລອຍນໍ້າ

ປກສ ໄດ້ 8 ຫຼຽນ ຈາກກິລາລອຍນໍ້າ

ນັກກິລາກະຊວງປ້ອງກັນຄວາມສະຫງົບ (ປກສ) ສາມາດຍາດໄດ້ 8 ຫຼຽນ ຈາກກິລາລອຍນໍ້າ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ໃນນີ້ ມີ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ.
ສິດທິເດດ ສັກບ່ຽງ ຄ້ວາຫຼຽນຄຳ ສະນຸກເກີ 6ແດງດ່ຽວຊາຍ ໃຫ້ແຂວງສະຫວັນນະເຂດ

ສິດທິເດດ ສັກບ່ຽງ ຄ້ວາຫຼຽນຄຳ ສະນຸກເກີ 6ແດງດ່ຽວຊາຍ ໃຫ້ແຂວງສະຫວັນນະເຂດ

ທ້າວ ສິດທິເດດ ສັກບ່ຽງ ຈາກແຂວງສະຫວັນນະເຂດຄວ້າຫຼຽນຄຳໃນນັດຊິງຊະນະເລີດສະນຸກເກີ 6ແດງດ່ຽວຊາຍ ກັບ ທ້າວ ພະອາທິດ ກໍສະພານຄຳ ກະຊວງປ້ອງກັນປະເທດ, ໃນງານມະຫະກະກຳກິລາ ແຫ່ງຊາດ ຄັ້ງທີ XII
ເພີ່ມເຕີມ