![]() |
ໂອກາດນີ້, ທ່ານ ພູວົງ ອະໄພ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ລາຍງານວ່າ: ງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ປີ 2025 ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 13 - 19 ທັນວາ 2025, ຈະມີການແຂ່ງຂັນທັງໝົດ 172 ລາຍການ ໃນ 9 ປະເພດກິລາ ຄື: ກິລາຍົກນ້ຳໜັກ, ລອຍນ້ຳ, ແລ່ນ - ລານ, ໂກນບານ, ບານບ້ວງລໍ້ເລື່ອນ, ບານເຕະ 5 ຄົນ ພິການຕາ, ບອ໋ດເຊຍ, ດອກປີກໄກ່ ແລະ ກິລາພັນດາບ. ສໍາລັບແຂວງຈຳປາສັກ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 38 ລາຍການ ໃນ 5 ປະເພດ ຄື: ກິລາແລ່ນ - ລານ, ຍົກນ້ຳໜັກ, ລອຍນ້ຳ, ບອ໋ດເຊຍ ແລະ ກິລາບານບ້ວງລໍ້ເລື່ອນ. ແຜນຄາດຄະເນ ຈະສູ້ຊົນໃຫ້ໄດ້ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 4 ຫຼຽນທອງ ໃຫ້ໄດ້ຢູ່ອັນດັບທີ 7 ໃນທົ່ວປະເທດ.
![]() |
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ກໍມີຄໍາເຫັນໂອ້ລົມ, ກ່ອນອື່ນ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງວຽກງານກິລາ ຕໍ່ກັບການພັດທະນາເສດຖະກິດ - ສັງຄົມ ທັງເປັນການສ້າງຜົນງານ, ສ້າງຂະບວນການຂໍ່ານັບຊົມເຊີຍວັນສໍາຄັນຂອງພັກ - ຂອງຊາດ. ພ້ອມນີ້ ທ່ານຍັງເນັ້ນໜັກໃຫ້ຄະນະນໍາ, ຄູຝຶກ ແລະ ນັກກິລາທຸກຄົນ ໃຫ້ຮັບຮູ້ເຂົ້າໃຈພາລະບົດບາດຂອງຕົນ ທີ່ເຂົ້າຮ່ວມແຂ່ງຂັນ ແມ່ນໃນນາມເປັນຕົວແທນຂອງແຂວງ, ຍ້ອນແນວນັ້ນ ນັກກິລາທຸກຄົນຕ້ອງມີຄວາມສາມັກຄີ, ມີນໍ້າໃຈເສຍສະຫຼະ, ມີຄວາມອົດທົນ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຂອງຕົນ, ຮັກສາສຸຂະພາບ, ຟັງຄວາມຄູຝຶກ, ໄປລາມາຄອບ, ຮັກສາ ແລະ ມີມາລະຍາດ, ຄຸນສົມບັດຂອງນັກກິລາ ທັງເກັ່ງ ທັງດີ ແລະ ມີລະບຽບວິໄນ, ບໍ່ໃຊ້ກໍາລັງ, ຮູ້ໄດ້ ຮູ້ເສຍ, ຮູ້ໃຫ້ອະໄພ, ກິລາເພື່ອສຸຂະພາບມິດຕະພາບ ແລະ ການພັດທະນາ, ເວລາແຂ່ງຂັນ ກໍເຮັດໃຫ້ສຸດຄວາມສາມາດ, ສູ້ດ້ວຍນໍ້າໃຈນັກກິລາ, ກິລາເພື່ອສຸຂະພາບ, ເພື່ອມິດຕະພາບ ແລະ ການພັດທະນາ, ບຸກບືນສູ້ຊົນຍາດໃຫ້ໄດ້ໄຊຊະນະ ມາໃຫ້ພໍ່ແມ່ພິີ່ນ້ອງຊາວແຂວງຈໍາປາສັກ.
![]() |
ຕອນທ້າຍ, ການນໍາແຂວງຈໍາປາສັກ ໄດ້ເງິນ 20 ລ້ານກີບ ປະກອບສ່ວນຮັບໃຊ້ການເຄື່ອນໄຫວງານກິລາດັ່ງກ່າວ ພ້ອມທັງມອບໝີ່ ແລະ ເຄື່ອງດື່ມ ໃຫ້ນັກກິລາແຕ່ລະທີມ ຕື່ມອີກ.
(ຂ່າວ-ພາບ: ທູນທອງໃຈ)



ຄໍາເຫັນ