![]() |
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ກໍກ່າວມີຄໍາເຫັນກ່ຽວກັບຄວາມໝາຍຄວາມສໍາຄັນຂອງກິດຈະກຳທັດສະນະສຶກສາ ແລະ ກິດຈະກຳຖາມ-ຕອບ ວິທະຍາສາດ ຊຶ່ງແມ່ນໜຶ່ງໃນກິດຈະກໍາຂອງແຂວງຈໍາປາສັກ ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມຍົກໃຫ້ເຫັນຜົນງານອັນລໍ່າເລີດຂອງປະທານ ໄກສອນ ພົມວິຫານ ທີ່ມີຕໍ່ພາລະກິດການປະຕິວັດ, ຕໍ່ປະເທດຊາດ ແລະ ປະຊາຊົນ, ເພິ່ນເຄື່ອນໄຫວການປະຕິວັດຢູ່ເຂດເມືອງບາຈຽງໃນໄລຍະປີ 1964 ແລະ ເຮືອນຂອງເພິ່ນຢູ່ບ້ານລາດບົກ ເມືອງບາຈຽງ ສ້າງຂຶ້ນໃນວັນທີ 11 ທັນວາ 1983 ເພື່ອມາເຄື່ອນໄຫວ 2 ໜ້າທີ່ຍຸດທະສາດການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
![]() |
ພ້ອມນີ້ ກໍເນັ້ນໜັກໃຫ້ຫຼານນ້ອຍເຍົາວະຊົນ-ຊາວໜຸ່ມ ໄດ້ຮໍ່າຮຽນເອົາແບບຢ່າງຂອງປະທານ ໄກສອນ ພົມວິຫານ ຄື: ຈິດໃຈຮັກຊາດ, ຄຸນສົມບັດສິນທໍາປະຕິວັດຂອງເພິ່ນ ໂດຍການຮັກສາລະບຽບວິໄນ, ແບບແຜນການດໍາລົງຊີວິດ ແລະ ໃຫ້ຄູອາຈານເອົາໃຈໃສ່ປັບປຸງຫຼັກສູດການສຶກສາຫຼາກຫຼາຍສີສັນ, ເພື່ອດຶງດູດການຮຽນ-ການສອນໃຫ້ແກ່ນ້ອງນັກຮຽນ.
![]() |
ຈາກນັ້ນ, ຄະນະຜູ້ແທນກໍໄດ້ມອບຂອງຂວັນໃຫ້ແກ່ນ້ອງນັກຮຽນອີກດ້ວຍ.
(ຂ່າວ-ພາບ: ຈັນທະວີສັກ)



ຄໍາເຫັນ