![]() |
ໂອກາດນີ້, ທ່ານ ເອກະພົດ ມີສະອາດ ປະທານໂຄງການພັດທະນາໂກໂກ້ຄຸນນະພາບສູງ ແລະ ເສດຖະກິດຊຸມຊົນແບບຍືນຍົງ ໄດ້ລາຍງານສະພາບລວມຂອງໂຄງການ ວ່າ: ໂຄງການມີວິໄສທັດ ແລະ ເປົ້າໝາຍ ພັດທະນາຫຼວງພະບາງ ສູ່ສູນກາງການຜະລິດໂກໂກ້ ໃຫ້ມີຄຸນນະພາບສູງ ໃນ ສປປ ລາວ ແລະ ເປັນໜຶ່ງໃນຜູ້ນຳອຸດສາຫະກຳໂກໂກ້ ແຫ່ງໃໝ່ຂອງອາຊຽນ, ໂຄງການດັ່ງກ່າວໄດ້ສຳປະທານທີ່ດິນຂອງລັດ ໃນເນື້ອທີ 500 ເຮັກຕາ ຢູ່ບ້ານຫ້ວຍອອນ ເມືອງຈອມເພັດ, ປັດຈຸບັນພວມປູກຕົ້ນໂກໂກ້ ແລ້ວ 505,000 ກວ່າຕົ້ນ, ຕົ້ນກາເຟ 1 ແສນຕົ້ນ, ຄາດວ່າໃນໄລຍະ 5 ປີ ຈະໄດ້ຮັບຜົນຜະລິດ, ຊຶ່ງເປົ້າໝາຍຫຼັກກໍເພື່ອສ້າງອຸດສາຫະກຳໂກໂກ້ມີມູນຄ່າສູງ, ພັດທະນາເສດຖະກິດຊຸມຊົນ, ສ້າງວຽກເຮັດງານທຳ ແລະ ລາຍໄດ້ ໃຫ້ກັບປະຊາຊົນທ້ອງຖິ່ນ, ເພີ່ມລາຍໄດ້ຈາກການສົ່ງອອກສິນຄ້າຂອງແຂວງອອກໄປຕ່າງປະເທດ, ພັດທະນາກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ພັດທະນາວິທີການປູກ, ການຮັກສາ, ທັງຈະສ້າງສະຖານທີ່ສວນໂກໂກ້ ໃຫ້ຕິດພັນການສົ່ງເສີມການທ່ອງທ່ຽວ.
![]() |
ໂອກາດຽວກັນ, ຄະນະດັ່ງກ່າວ ຍັງໄດ້ໄປຢ້ຽມຢາມສວນກ້າ ແລະ ສະຖານທີ່ປູກຕົ້ນໂກໂກ້ ຕື່ມອີກ.
ຂ່າວ-ພາບ: ທະນູສິນ ອິດທິພົນ


ຄໍາເຫັນ