![]() |
ການລົງຕິດຕາມສະພາບນໍ້າຄັ້ງນີ້, ທາງວິຊາການເຂື່ອນໄຟຟ້ານໍ້າມັງ 3 ສົມທົບກັບວິຊາການຂອງຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໄດ້ເກັບກໍາຂໍ້ມູນລະດັບນໍ້າ, ສາເຫດຂອງການອຸດຕັນ, ຂະໜາດຂອງຮ່ອງລະບາຍນໍ້າ ເພື່ອເປັນຂໍ້ມູນພື້ນຖານ ແລະ ຂຶ້ນແຜນງົບປະມານໃນການປັບປຸງ, ລວງຮ່ອງລະບາຍໃຫ້ເລິກ ແລະ ກວ້າງຂຶ້ນຕື່ມ ຊຶ່ງຈະສາມາດຈັດຕັ້ງປະຕິບັດໄດ້ໃນປີຕໍ່ໄປ. ຫຼັງຈາກການປະຕິບັດສໍາເລັດ ຈະອໍານວຍຄວາມສະດວກໃນການບໍລິຫານນໍ້າໄດ້ດີເຊັ່ນ: ການໄຫຼວຽນຂອງນໍ້າ ຈະສະດວກຂຶ້ນຕື່ມ, ຫຼຸດຜ່ອນບັນຫານໍ້າຖ້ວມຂັງຕາມເສັ້ນທາງໃນລະດູຝົນ, ປະຊາຊົນສາມາດນໍາໃຊ້ນໍ້າເຂົ້າໃນການຜະລິດກະສິກໍາໃນລະດູແລ້ງຢູ່ເຂດດັ່ງກ່າວ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງປະຊາຊົນໃນຂອບເຂດຮ່ອງລະບາຍນໍ້າ ຈົ່ງໃຫ້ຄວາມຮ່ວມມືໃນການເກັບກໍາຂໍ້ມູນ ແລະ ການລົງປະຕິບັດຕົວຈິງຂອງນັກວິຊາການ ເພື່ອເຮັດໃຫ້ວຽກງານສໍາເລັດຕາມແຜນທີ່ວາງໄວ້.

ຄໍາເຫັນ