![]() |
ສະຫາຍ ເລ ຫງ໋ອກ ກວາງ ກ່າວອ່ວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະນໍາແຂວງເຊກອງ ແລະ ຝາກຄໍາອ່ວຍພອນ ໄປຍັງປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຈົ່ງມີສຸຂະພາບແຂງແຮງ ປະສົບຄວາມສຳເລັດ ແລະ ມີຄວາມຈະເລີນຮຸ່ງເຮືອງໃນທຸກດ້ານ ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມປອດໄພ.
![]() |
ສະຫາຍ ບຸນຫຼາຍ ບຸດທິ ກໍໄດ້ສະແດງຄວາມຂອບໃຈ ມາຍັງສະຫາຍ ເລຂາພັກນະຄອນດານັງ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງຮີດຄອງປະເພນີອັນດີງາມຂອງຊາດລາວ ເວົ້າສະເພາະ ກໍແມ່ນບຸນປີໃໝ່ລາວ, ນະໂອກາດອັນສໍາຄັນນີ້ ຂໍໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງ ເຊກອງ-ນະຄອນດານັງ ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຂຶ້ນກ່ວາເກົ່າ.
![]() |
ໃນໂອກາດນີ້, ການນໍານະຄອນດານັງ ໄດ້ມອບເງິນຊ່ວຍເຫຼືອໃຫ້ແຂວງເຊກອງ ຈຳ ນວນ 500 ລ້ານດົ້ງ ເພື່ອຊ່ວຍຊຸກຍູ້ສົ່ງເສີມເຂົ້າໃນການພັດທະນາແຂວງເຊກອງ ແລະ ປະກອບສ່ວນໃນງານບຸນປີໃໝ່ລາວ ແລະ ມອບເງິນ 6,7 ລ້ານໂດລາສະຫາລັດ ເຂົ້າໃນການກໍ່ສ້າງໂຮງໝໍມິດຕະພາບ ດາໜັງ-ເຊກອງ ຢູ່ເມືອງທ່າແຕງ ແຂວງເຊກອງ. ຈາກນັ້ນ, ການນໍານະຄອນດານັງ ໄດ້ໄປອ່ວຍພອນປີໃໝ່ອະດີດການນໍາແຂວງເຊກອງ, ຢ້ຽມຢາມຄອບຄົວທ່ານ ໂບເຍີນ ເລຫວຽດມ່ວງ ອະດີດເລຂາພັກແຂວງເຊກອງ ພ້ອມທັງມອບເງິນ 300 ລ້ານດົ້ງ ເພື່ອບູລະນະສ້ອມແປງເຮືອນຂອງເພິ່ນ; ພ້ອມນີ້ ກໍໄປຢ້ຽມຢາມສະມາຄົມຊາວຫວຽດນາມ ປະຈໍາແຂວງເຊກອງ ພ້ອມມອບເງິນ 200 ລ້ານດົ້ງ ແລະ ມອບເງິນ 50 ລ້ານດົ້ງ ໃຫ້ສູນພາສາຫວຽດນາມ ເພື່ອນໍາໃຊ້ເຂົ້າໃນການປະຕິບັດວຽກງານ.
(ຂ່າວ: ພຸດທະສອນ)



ຄໍາເຫັນ