ໃນຕອນເຊົ້າວັນທີ 3 ກຸມພາ ຜ່ານມາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ ແລະເຂົ້າຂ່ຳນັບສຸສານປະທານ ໂຮ່ຈິມິນ.
ເຂົ້າຮ່ວມພິທີມີທ່ານໂຕເລິມເລຂາທິການໃຫຍ່; ທ່ານເລືອງເກື່ອງປະທານປະເທດ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີ ແລະ ທ່ານເຈິນແທັງເໝີ້ນປະທານສະພາແຫ່ງຊາດ, ພ້ອມກັບອະດີດການນຳພັກ - ລັດອີກຫຼາຍທ່ານ.
ຕໍ່ຈາກນັ້ນ, ຄະນະຜູ້ແທນໄດ້ໄປວາງພວງມາລາ ແລະ ຈູດທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດຖະໜົນບັກເຊີນ ນະຄອນຫຼວງຮ່າໂນ້ຍ.
ຄໍາເຫັນ