ປີ 2025 ຜ່ານມາ, ຈີນໄດ້ປະຕິບັດພາລະກິດຍິງສົ່ງດາວທຽມ ແລະ ຍານອະວະກາດເຖິງ 92 ຄັ້ງ, ສ້າງສະຖິຕິເປັນປະຫວັດສາດ. ປີ 2025, ຈຸນັກບິນອະວະກາດ ເສີນໂຈ່ວ 20 ໄດ້ປະຕິບັດພາລະກິດຢູ່ສະຖານີອະວະກາດເປັນເວລາ 204 ວັນ, ສ້າງສະຖິຕິການປະຕິບັດພາລະກິດຢູ່ສະຖານີອະວະກາດເປັນເວລາດົນທີ່ສຸດໃນປະຫວັດສາດການບິນອະວະກາດບັນທຸກຄົນຂອງຈີນ. ຍານອະວະກາດເສີນໂຈ່ວ 21 ໄດ້ສ້າງສະຖິຕິ ເຊື່ອມຕໍ່ກັບຍານແກນກາງຂອງສະຖານີອະວະກາດໄວສຸດດ້ວຍເວລາພຽງ 3.5 ຊົ່ວໂມງເທົ່ານັ້ນ. ເມື່ອປະເຊີນກັບສະພາບສຸກເສີນທີ່ເກີດຂຶ້ນກະທັນຫັນຢູ່ຍານອະວະກາດບັນທຸກຄົນ ເສີນໂຈ່ວ 21, ຈີນໄດ້ປະຕິບັດພາລະກິດຍິງສົ່ງຍານຊ່ວຍເຫຼືອແບບສຸກເສີນຂຶ້ນສູ່ອະວະກາດພາຍໃນເວລາ 16 ວັນຢ່າງສຳເລັດຜົນເປັນຄັ້ງທຳອິດ, ສະແດງໃຫ້ເຫັນເຖິງຄວາມສາມາດຂອງການບິນອະວະກາດບັນທຸກຄົນຂອງຈີນໃນການຮັບມືກັບເຫດການສຸກເສີນ.
ເກຣັກ ໂຈະຖ້ຽວບິນທົ່ວປະເທດ ຫຼັງຈາກລະບົບການຄວບຄຸມທາງອາກາດລົ້ມ
ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 4 ມັງກອນຜ່ານມາ, ຖ້ຽວບິນທັງໝົດ ທັງຂາເຂົ້າ ແລະ ຂາອອກ ໃນເກຣັກ ໄດ້ໂຈະຊົ່ວຄາວ ຫຼັງຈາກລະບົບການສື່ສານຂັດຂ້ອງທົ່ວປະເທດ, ສົ່ງຜົນກະທົບຕໍ່ການດຳເນີນງານຂອງສູນຄວບຄຸມການຈາລະຈາທາງອາກາດ.
ຄໍາເຫັນ