ການປັບປຸງກົດໝາຍວ່າດ້ວຍການກວດກາຕິດຕາມ ຂອງ ສພຊ ແລະ ສພຂ

ການປັບປຸງກົດໝາຍວ່າດ້ວຍການກວດກາຕິດຕາມ ຂອງ ສພຊ ແລະ ສພຂ
ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີIX. ໃນຕອນແລງຂອງວັນທີ  14 ພະຈິກ ນີ້ທີ່ສະພາແຫ່ງຊາດ,  ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງ ໄດ້ຮັບຟັງການລາຍງານ ກົດໝາຍວ່າດ້ວຍການກວດກາຕິດຕາມ ຂອງສະພາແຫ່ງຊາດ(ສພຊ) ແລະ ສະພາປະຊາຊົນຂັ້ນແຂວງ(ສພຂ)ຂຶ້ນສະເໜີລາຍງານໂດຍ: ທ່ານ  ຄຳແພງ ວິລະພັນ ປະທານກຳມາທິການ ຍຸຕິທຳ ສພຊຊຶ່ງກົດໝາຍວ່າດ້ວຍການຕິດຕາມກວດກາ ຂອງ ສພຊ ສະບັບທຳອິດ ຖືກຮັບເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ V ປີ 2004 ແລະ ໄດ້ປັບປຸງກົດໝາຍວ່າດ້ວຍການຕິດຕາມກວດກາຂອງ ສພຊ ມາເປັນກົດໝາຍວ່າດ້ວຍການຕິດຕາມກວດກາຂອງ ສພຊ ແລະ ສພຂ ສະບັບເລກທີ 12/ສພຊ, ລົງວັນທີ 15 ພະຈິກ 2016 ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016 ທີ່ໄດ້ກຳນົດໃຫ້ສ້າງຕັ້ງສະພາປະຊາຊົນຂັ້ນແຂວງຂຶ້ນ. 
ຜ່ານການຈັດຕັ້ງປະຕິບັດມາເປັນເວລາ 7 ປີ ເຫັນວ່າ ກົດໝາຍສະບັບດັ່ງກ່າວ ໄດ້ເປັນເຄື່ອງມືສຳຄັນ ໃຫ້ແກ່ສພຊແລະ ສພຂໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິກອງປະຊຸມ ສພຊແລະ ສພຂ, ມະຕິຄະນະປະຈຳ ສພຊແລະ ສພຂ ຂອງບັນດາເປົ້າໝາຍທີ່ຖືກຕິດຕາມກວດກາ ໃຫ້ມີສະຕິຕື່ນຕົວ ໃນການເຄົາລົບ ແລະ ປະຕິບັດ ຢ່າງເຂັ້ມງວດ. ນອກຈາກດ້ານຕັ້ງໜ້າທີ່ໄດ້ກ່າວມານັ້ນ ກໍຍັງມີບາງດ້ານທີ່ການຈັດຕັ້ງປະຕິບັດຍັງມີຄວາມຫຍຸ້ງຍາກ, ເນື່ອງຈາກການກຳນົດເນື້ອໃນກົດໝາຍບໍ່ທັນສອດຄ່ອງກັບຕົວຈິງ ເປັນຕົ້ນປະເພດການກວດກາຕິດຕາມຍັງບໍ່ທັນຈະແຈ້ງ, ຍັງສ້າງຄວາມສັບສົນກັບການກວດກາຕິດຕາມຂອງຂະແໜງອື່ນ, ການແກ້ໄຂຜົນການກວດກາຕິດຕາມກວດກາກຳນົດແບບລວມໆ, ບໍ່ເຫັນວິທີການ ແລະ ຮູບການ ທີ່ເປັນບ່ອນອີງຈະແຈ້ງ; ການຊັກຖາມ, ການຊີ້ແຈງ ແລະ ການໃຫ້ຄະແນນຜ່ານມາຍັງບໍ່ເປັນລະບົບ, ບໍ່ໄດ້ຕາມຄາດໝາຍ ແລະ ການແກ້ໄຂຜົນ ຂອງການກວດກາຕິດຕາມ ບໍ່ທັນເດັດຂາດ; ບາງກົງຈັກ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທີ່ກຳນົດໄວ້ໃນກົດໝາຍໄດ້ຖືກຍຸບເລີກ, ປ່ຽນແປງ ແລະ ບັນຫາອື່ນ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ.
ໃນການປັບປຸງກົດໝາຍວ່າດ້ວຍການກວດກາຕິດຕາມ ຂອງສພຊແລະ ສພຂ ມີຄືດັ່ງນີ້: ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ໃນໄລຍະໃໝ່ ເວົ້າລວມ, ເວົ້າສະເພາະ ກໍຄື ສະພາບການປັບປຸງ, ປ່ຽນແປງ ດ້ານກົງຈັກ ແລະ ບຸກຄະລາກອນ ທີ່ສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ ເລືອກຕັ້ງ, ແຕ່ງຕັ້ງ ແລະ ຮັບຮອງເອົາ;  ເພື່ອໃຫ້ເນື້ອໃນກົດໝາຍ ຈະແຈ້ງ, ຄົບຖ້ວນ, ເຮັດໃຫ້ການຕິດຕາມກວດກາມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທຳ ໂດຍສະເພາະການຊັກຖາມເປົ້າໝາຍຖືກກວດກາ, ການຊີ້ແຈງ,ການໃຫ້ຄະແນນ ແລະ ການແກ້ໄຂຜົນຂອງການກວດກາ; ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ພາກສ່ວນກ່ຽວຂ້ອງ ລວມທັງບຸກຄະລາກອນ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ສາມາດໄຈ້ແຍກໄດ້ລະຫວ່າງການຕິດຕາມ ກວດກາ ຂອງສພຊແລະ ສພຂ ແລະ ການຕິດຕາມກວດກາ ຂອງອົງການອື່ນ;ເພື່ອໃຫ້ສອດຄ່ອງກັບກົດໝາຍທີ່ນໍາໃຊ້ໃນປັດຈຸບັນຄື ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ, ກົດໝາຍວ່າດ້ວຍການກວດກາລັດ ແລະ ກົດໝາຍທີ່ຈະປັບປຸງໃນຕໍ່ໜ້າ ຄື ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ; ໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 12/ສພຊ, ລົງວັນທີ 15 ພະຈິກ 2016 ປະກອບດ້ວຍ VIII ພາກ, 10 ໝວດ 104 ມາດຕາ.ການຄົ້ນຄວ້າຂອງຄະນະຮັບຜິດຊອບ ໄດ້ເພີ່ມໃໝ່ 13 ມາດຕາ, ປັບປຸງ 61 ມາດຕາ, ຕັດອອກ 6ມາດຕາ ແລະ ຮັກສາເດີມ 37 ມາດຕາ. ຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາຂອງສພຊແລະ ສພຂ (ສະບັບປັບປຸງ) ປະກອບດ້ວຍ VIII ພາກ, 10 ໝວດ 111 ມາດຕາ. 
(ຂ່າວ: ພັດ ລໍວັນໄຊ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ