ການ​ຢ້ຽມຢາມ ສ​ປ​ປ ເກົາ​ຫຼີ​ ຂອງ​ ທ່ານ ສີ​ຈິ້ນ​ຜິງ ໄດ້ເພີ່ມ​ເນື້ອ​ໃນ​ໃໝ່​ແຫ່ງ​ຍຸກ​ສະ​ໄໝ ແລະ ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ເຂົ້າ​ໃນມິດ​ຕະ​ພາບ ​ຈີນ-ສປ​ປ ເກົາ​ຫຼີ​ ທີ່​ມີ​ມູນ​ເຊື້ອ

ການ​ຢ້ຽມຢາມ ສ​ປ​ປ ເກົາ​ຫຼີ​ ຂອງ​ ທ່ານ ສີ​ຈິ້ນ​ຜິງ ໄດ້ເພີ່ມ​ເນື້ອ​ໃນ​ໃໝ່​ແຫ່ງ​ຍຸກ​ສະ​ໄໝ ແລະ ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ເຂົ້າ​ໃນມິດ​ຕະ​ພາບ ​ຈີນ-ສປ​ປ ເກົາ​ຫຼີ​ ທີ່​ມີ​ມູນ​ເຊື້ອ

ການ​ຢ້ຽມຢາມ ສ​ປ​ປ ເກົາ​ຫຼີ​ ຂອງ​ ທ່ານ ສີ​ຈິ້ນ​ຜິງ ໄດ້ເພີ່ມ​ເນື້ອ​ໃນ​ໃໝ່​ແຫ່ງ​ຍຸກ​ສະ​ໄໝ ແລະ ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ເຂົ້າ​ໃນມິດ​ຕະ​ພາບ ​ຈີນ-ສປ​ປ ເກົາ​ຫຼີ​ ທີ່​ມີ​ມູນ​ເຊື້ອ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນລະ​ຫວ່າ​ງວັນ​ທີ 8 ຫາ 9 ມິ​ຖຸ​ນາ 2026, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ກິມ​ເຈິງ​ອຸນ ເລ​ຂາ​ທິ​ການ​ໃຫຍ່​ພັກແຮງ​ງານເກົາ​ຫຼີ ປະ​ທານ​ກິດ​ຈະ​ການແຫ່ງ​ລັດ​ແຫ່ງ ສ​ປ​ປ ເກົາ​ຫຼີ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ ສ​ປ ຈີນ ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ​ປ ເກົ​າ​ຫຼີ ​ທາງ​ລັດ​ຖະ​ກິດ.

 

ໃນໄລຍະຢ້ຽມຢາມ, ທ່ານ ສີຈິ້ນຜິງ ໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກັບທ່ານ ກິມເຈິງອຸນ, ສອງຝ່າຍໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນໃໝ່ຕ່າງໆ. ຫາງສຽງຈີນ ແລະ ຕ່າງປະເທດໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເຫັນວ່າການຢ້ຽມຢາມແມ່ນດຳເນີນໃນເວລາອັນສຳຄັນຍິ່ງ, ຄວາມໝາຍ ແລະ ຜົນສະທ້ອນທາງຍຸດທະສາດລື່ນກາຍຂອບເຂດສອງຝ່າຍຢ່າງຫຼວງຫຼາຍ, ຜົນສຳເລັດຕົ້ນຕໍໄດ້ສະແດງອອກໃນ 3 ດ້ານຄື:

ໜຶ່ງ, ຜູ້ນຳສູງສຸດຂອງສອງພັກ, ສອງລັດໄດ້ຊີ້ນຳ-ນຳພາທິດທາງລວມໃຫ້ແກ່ການພົວພັນລະຫວ່າງຈີນ ກັບ ສປປ ເກົາຫຼີ ຂະຫຍາຍຕົວກ້າວໄປໜ້າພ້ອມກັບຍຸກສະໄໝ.

ສອງ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ ແລະ ການແລກປ່ຽນຢ່າງມີໄມຕີຈິດມິດຕະພາບໃນຂົງເຂດຕ່າງໆ, ເພີ່ມແຮງຂັບເຄື່ອນໃໝ່ໃຫ້ແກ່ພາລະກິດສັງຄົມນິຍົມຂອງສອງປະເທດ.

ສາມ, ກຳເອົາກະແສຟອງແຫ່ງຍຸກສະໄໝ ແລະ ທ່າອ່ຽງລວມຂອງປະຫວັດສາດຢ່າງໜັກແໜ້ນ, ເພີ່ມພະລັງແຮງທາງບວກໃຫ້ແກ່ການສົ່ງເສີມສັນຕິພາບ ແລະ ການພັດທະນາຂອງພາກພື້ນກໍຄືຂອງໂລກ.

ການຢ້ຽມຢາມຄັ້ງນີ້ຂອງທ່ານ ສີຈິ້ນຜິງ ພໍດີຖືກກັບໂອກາດຄົບຮອບ 65 ປີແຫ່ງການລົງນາມ “ສົນທິສັນຍາມິດຕະພາບ, ການຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນລະຫວ່າງຈີນ-ສປປ ເກົາຫຼີ”. ໂດຍຜະເຊີນໜ້າກັບສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີທີ່ເລັ່ງຜັນແປໄວຂຶ້ນ ແລະ ສະຖານະການສາກົນທີ່ວຸ້ນວາຍສັບສົນ, ຜູ້ນຳສູງສຸດທັງສອງປະເທດໄດ້ຮ່ວມກັນວາງແຜນພັດທະນາ, ຮ່ວມກັນສົ່ງເສີມສັນຕິພາບ, ເພື່ອເພີ່ມເນື້ອໃນໃໝ່ແຫ່ງຍຸກສະໄໝ ແລະ ແຮງຂັບເຄື່ອນອັນເຂັ້ມແຂງເຂົ້າໃນມິດຕະພາບຈີນ-ສປປ ເກົາຫຼີ ທີ່ມີມູນເຊື້ອ.

ຄໍາເຫັນ

ຂ່າວຕ່າງປະເທດ

ກຳປູເຈຍ ສົ່ງອອກແຜ່ນແພ ເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ້າເພື່ອການເດີນທາງ ເກືອບ 8 ຕື້ໂດລາ

ກຳປູເຈຍ ສົ່ງອອກແຜ່ນແພ ເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ້າເພື່ອການເດີນທາງ ເກືອບ 8 ຕື້ໂດລາ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 12 ກໍລະກົດ ຜ່ານມາວ່າ: ກົມພາສີ ແລະ ອາກອນກຳປູເຈຍລາຍງານວ່າ, ການສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າເພື່ອການເດີນທາງຂອງກຳປູເຈຍໃນລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາ 2026 ມີມູນຄ່າທັງໝົດ 7.99 ຕື້ໂດລາ, ເພີ່ມຂຶ້ນ 6.2% ເມື່ອທຽບກັບປີກ່ອນ.
ນ້ຳຖ້ວມ ໃນບັງກລາເທດເຮັດໃຫ້ມີຜູ້ເສຍຊີວິດ 51 ຄົນ

ນ້ຳຖ້ວມ ໃນບັງກລາເທດເຮັດໃຫ້ມີຜູ້ເສຍຊີວິດ 51 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 13 ກໍລະກົດ ຜ່ານມາວ່າ: ເຈົ້າໜ້າທີ່ບັງກລາເທດໄດ້ເປີດເຜີຍວ່າ ໄພນໍ້າຖ້ວມທີ່ເກີດຂຶ້ນໃນຫຼາຍພື້ນທີ່ຂອງບັງກລາເທດ ຊຶ່ງແກ່ຍາວເປັນເວລາປະມານໜຶ່ງອາທິດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 51 ຄົນ ແລະ ເຮັດໃຫ້ປະຊາຊົນຫຼາຍກວ່າ 1.02 ລ້ານຄົນຕິດຢູ່ໃນ 7 ເມືອງຈາກທັງໝົດ 64 ເມືອງຂອງປະເທດ.
ຍີ່ປຸ່ນ ຄາດວ່າການທ່ອງທ່ຽວຂາອອກ ຈະຫຼຸດລົງເກືອບ 9% ໃນລະດູຮ້ອນນີ້

ຍີ່ປຸ່ນ ຄາດວ່າການທ່ອງທ່ຽວຂາອອກ ຈະຫຼຸດລົງເກືອບ 9% ໃນລະດູຮ້ອນນີ້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ກໍລະກົດ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນ, ອ້າງອີງຂໍ້ມູນຈາກ ບໍລິສັດ JTB Corp., (ບໍລິສັດທ່ອງທ່ຽວລາຍໃຫຍ່) ລາຍງານວ່າ, ການເດີນທາງຂາອອກຈາກຍີ່ປຸ່ນເພື່ອທ່ອງທ່ຽວໃນໄລຍະພັກລະດູຮ້ອນປີນີ້ ຊຶ່ງກົງກັບວັນທີ 15 ກໍລະກົດ - 31 ສິງຫາ ນີ້ ມີທ່າອ່ຽງຈະຫຼຸດລົງ 8.8% ເມື່ອທຽບກັບປີກ່ອນ ມາຢູ່ທີ່ປະມານ 2.17 ລ້ານຄັ້ງ, ເນື່ອງຈາກຄ່າເງິນເຢນອ່ອນຄ່າລົງ ແລະ ລາຄາທີ່ສູງຂຶ້ນສົ່ງຜົນກະທົບຕໍ່ຄວາມຕ້ອງການການເດີນທາງ.
6 ເດືອນຕົ້ນປີ ຄວາມໜຽວແໜ້ນຂອງເສດຖະກິດຈີນຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ

6 ເດືອນຕົ້ນປີ ຄວາມໜຽວແໜ້ນຂອງເສດຖະກິດຈີນຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 12 ກໍລະກົດ ຜ່ານມາ, ສູນຂໍ້ມູນຂ່າວສານແຫ່ງຊາດຈີນໄດ້ປະກາດຂໍ້ມູນສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ຕົວຊີ້ວັດຫຼາຍຕົວທີ່ສ່ອງແສງໃຫ້ເຫັນເຖິງຂົງເຂດການຄ້າກັບຕ່າງປະເທດ ການລົງທຶນ ແລະ ອື່ນໆໄດ້ໝັ້ນຄົງ ແລະ ດີຂຶ້ນ. ພາຍໃຕ້ການຄ້ຳຊູຂອງນະໂຍບາຍມະຫາພາກທີ່ຕັ້ງໜ້າ, ຄວາມໜຽວແໜ້ນຂອງເສດຖະກິດຈີນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຜູ້ຊ່ຽວຊານສິງກະໂປ 4 ໃນ 10 ຄົນ ເທົ່ານັ້ນທີ່ສາມາດຈຳແນກຂໍ້ມູນທີ່ບໍ່ຖືກຕ້ອງອອກຈາກ AI

ຜູ້ຊ່ຽວຊານສິງກະໂປ 4 ໃນ 10 ຄົນ ເທົ່ານັ້ນທີ່ສາມາດຈຳແນກຂໍ້ມູນທີ່ບໍ່ຖືກຕ້ອງອອກຈາກ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ຜົນການສຳຫຼວດໂດຍບໍລິສັດ KPMG ຊຶ່ງເປັນບໍລິສັດກວດສອບບັນຊີຊັ້ນນຳຂອງໂລກ ແລະ ຄະນະກຳມະການຫໍສະໝຸດແຫ່ງຊາດສິງກະໂປ ໄດ້ເປີດເຜີຍວ່າ, ມີຜູ້ຊ່ຽວຊານ, ຜູ້ຈັດການ, ຜູ້ບໍລິຫານ ແລະ ພະນັກງານດ້ານເຕັກນິກ ໃນສິງກະໂປ ພຽງ 4 ໃນ 10 ຄົນເທົ່ານັ້ນທີ່ໝັ້ນໃຈວ່າສາມາດຈຳແນກຂໍ້ມູນທີ່ຖືກຕ້ອງອອກຈາກຂໍ້ມູນທີ່ບໍ່ຖືກຕ້ອງທີ່ສ້າງຂຶ້ນໂດຍປັນຍາປະດິດ (AI).
ອິນໂດເນເຊຍ ບລັອກເວັບໄຊ ແລະ ເນື້ອໃນ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ອິນໂດເນເຊຍ ບລັອກເວັບໄຊ ແລະ ເນື້ອໃນ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ທ່ານ ເມດຢາ ຮາຟິດ ລັດຖະມົນຕີກະຊວງການສື່ສານ ແລະ ກິດຈະການດີຈີຕອນ ຂອງອິນໂດເນເຊຍ ໄດ້ກ່າວວ່າ: ອິນໂດເນເຊຍໄດ້ບລັອກເວັບໄຊ ແລະ ເນື້ອໃນອອນລາຍທີ່ກ່ຽວຂ້ອງກັບການພະນັນທີ່ຜິດກົດໝາຍ 3.7 ລ້ານລາຍການ ນັບຕັ້ງແຕ່ເດືອນຕຸລາ 2024 ເປັນຕົ້ນມາ, ໃນຂະນະທີ່ເຈົ້າໜ້າທີ່ໄດ້ເພີ່ມທະວີການປາບປາມທົ່ວປະເທດ.
ມູນ​ຄ່າ​ການ​ຄ້າ​ຈີນ-​ອາ​ຊຽນ ເພີ່ມ​ຂຶ້ນ​ 10 ໄຕ​ມາດ​ຕິດ​ຕໍ່​ກັນ

ມູນ​ຄ່າ​ການ​ຄ້າ​ຈີນ-​ອາ​ຊຽນ ເພີ່ມ​ຂຶ້ນ​ 10 ໄຕ​ມາດ​ຕິດ​ຕໍ່​ກັນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ຂໍ້​ມູນໂຕ​ເລກ​​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​​ລາຍ​ງານໃນ​ວັນ​ທີ 14 ກໍ​ລະ​ກົດ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 6 ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນໄດ້​ບັນ​ລຸ​ເຖິງ 4,340 ຕື້ຢວນ, ເພີ່ມ​ຂຶ້ນ 18.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ, ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ໃນ​ໄຕ​ມາດ​ທີ 2 ​ຂອງປີ​ນີ້ໄດ້​ໄດ້​ບັນ​ລຸ​ເຖິງ 2,370 ຕື້ຢວນ, ເພີ່ມ​ຂຶ້ນ 20.2% ເມື່ອ​ທຽບ​ໃສ່​ໄຕ​ມາດ​ທີ​ 2 ຂອງປີ​ກາຍ ແລະ ໄດ້​ຮັກ​ສາ​ການ​ເພີ່ມ​ຂຶ້ນ​ເປັນ 10 ໄຕ​ມາດ​ຕິດ​ຕໍ່​ກັນ.
​ 6 ເດືອນ​ຕົ້ນ​ປີ ເສດຖະກິດ-ສັງຄົມ ຫວຽດນາມ ບັນ​ລຸຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ

​ 6 ເດືອນ​ຕົ້ນ​ປີ ເສດຖະກິດ-ສັງຄົມ ຫວຽດນາມ ບັນ​ລຸຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 14 ກໍ​ລະ​ກົດ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ ໄດ້​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ, ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ​ຈັດ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ສະ​ພາບ​​ເສດ​ຖະ​ກິດ-​ສັງ​ຄົມ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ໜ້າ​ທີ່ 6 ເດືອນ​ທ້າຍ​ປີ.
ອາເມຣິກາ ສົ່ງຮູບແຕ້ມໂມເຊກທີ່ມີຊື່ສຽງກັບຄືນປະເທດຕວັກກີ

ອາເມຣິກາ ສົ່ງຮູບແຕ້ມໂມເຊກທີ່ມີຊື່ສຽງກັບຄືນປະເທດຕວັກກີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ຮູບແຕ້ມໂມເສກ "Gypsy Girl" ທີ່ມີຊື່ສຽງລະດັບໂລກ ອັນທີ 13 ຂອງປະເທດຕວັກກີ ຊຶ່ງຖືກລັກລອບນຳອອກຈາກ ສະຫະລັດ ອາເມຣິກາ ໃນປີ 1965 ໄດ້ຖືກສົ່ງກັບຄືນໃຫ້ປະເທດຕວັກກີຢ່າງເປັນທາງການ.
ເອີ​ຣົບ​ ນຳ​ເຂົ້າ​ແກັ​ສ​ທາດ​ແຫຼວ​ຈາກ​ຣັດ​ເຊຍຈຳນວນຫຼາຍ​​ ​ກ່ອນ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​

ເອີ​ຣົບ​ ນຳ​ເຂົ້າ​ແກັ​ສ​ທາດ​ແຫຼວ​ຈາກ​ຣັດ​ເຊຍຈຳນວນຫຼາຍ​​ ​ກ່ອນ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ໜັງ​ສື​ພິມ “ຟາຍ​ນັນ​ໂຊ​ທາມ” ຂອງ​ອັງ​ກິດ​ສະ​ບັບ​ວັນ​ທີ 13 ກໍ​ລະ​ກົດ ຜ່ານມາ ລາຍ​ງານ​ວ່າ, ຍ້ອນ​ວ່າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເອີ​ຣົບ​ໄດ້ພາກັນຊື້​ ແກັ​ສ​ທຳ​ມະ​ຊາດ​​ແຮ​ໄວ້ກ່ອນ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ຈາກ​ຣັດ​ເຊຍມີ​ຜົນ​ບັງ​ຄັບ​ໃຊ້, 6 ເດືອນ​ຕົ້ນ​ປີ​ນີ້, ປະ​ເທດສະມາຊິກເອີຣົບ​ໄດ້​ນຳ​ເຂົ້າ​ແກັ​ສ​ທຳ​ມະ​ຊາດ​ທາດ​ແຫຼວ​ຈາກ​ຣັດ​ເຊຍ​ເຖິງ 9.89 ລ້ານ​ໂຕນ ຊຶ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ ແລະ ເພີ່ມ​ຂຶ້ນ 18% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ເພີ່ມເຕີມ