ກະຊວງ ພບ ຊີ້ແຈງ ຜ່ານມາໄດ້ປະຕິບັດມາດຕະການຂັ້ນເດັດຂາດ ກັບຫຼາຍບໍລິສັດ

ກະຊວງ ພບ ຊີ້ແຈງ ຜ່ານມາໄດ້ປະຕິບັດມາດຕະການຂັ້ນເດັດຂາດ ກັບຫຼາຍບໍລິສັດ
ໃນໂອກາດຂຶ້ນຊີ້ແຈງ ຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະພາແຫ່ງຊາດ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 6 ພະຈິກ ຜ່ານມາ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມການອະນຸຍາດກິດຈະການກ່ຽວກັບບໍ່ແຮ່ ແລະ ໄດ້ໃຫ້ຮູ້ວ່າ ຜ່ານມາ ກະຊວງ ພບ ໄດ້ປະເມີນຜົນການຈັດຕັ້ງປະຕິບັດໂຄງການຊອກຄົ້ນ ແລະ ສໍາຫຼວດ ໂດຍສະເພາະ ປະເມີນກິດຈະການ ໃນໄລຍະຊອກຄົ້ນ ແລະ ສຳຫຼວດ (ທັງໂຄງການປົກກະຕິ ແລະ ໂຄງການທົດລອງ) ໃນນີ້ໄດ້ປະຕິບັດມາດຕະການຂັ້ນເດັດຂາດ ມີທັງໝົດ  14 ບໍລິສັດ 17 ກິດຈະການ.
    ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ສະພາບລວມຂອງການອະນຸຍາດ ກິດຈະການກ່ຽວກັບບໍ່ແຮ່ ຕາມຂັ້ນຕອນ ທີ່ກົດໝາຍກຳນົດ ສາມາດສັງລວມໄດ້ຄື    ໄລຍະຊອກຄົ້ນ ແລະ ສໍາຫຼວດແຮ່ທາດ ມີ 152 ບໍລິສັດ, 166 ກິດຈະການ; ໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີ 32 ບໍລິສັດ, 53 ກິດຈະການ; ໄລຍະຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີ  105 ບໍລິສັດ, 195 ກິດຈະການ. ຂະນະທີ່, ການປະກອບສ່ວນດ້ານການເງິນທາງກົງຕໍ່ລັດ, ເລີ່ມແຕ່ມີສັນຍາພັດທະນາບໍ່ແຮ່ (ນັບແຕ່ປີ 2001 ຫາ ເດືອນພະຈິກ 2023) ມາຮອດເດືອນກັນຍາ 2023 ສາມາດສ້າງລາຍຮັບໃຫ້ລັດຖະບານ ຈາກໂຄງການຂັ້ນຕອນປົກກະຕິຕາມກົດໝາຍ ເປັນຈໍານວນສະສົມ 3,51 ຕື້ໂດລາ ຊຶ່ງມາຈາກ ຄ່າສໍາປະທານ, ຄ່າຊັບພະຍາກອນ, ອາກອນກຳໄລ, ເງິນປັນຜົນ ແລະ ພັນທະກອງທຶນຕາມສັນຍາ. 
    ສໍາລັບໂຄງການທົດລອງ (ວິທີການເກັບລາຍຮັບ ແລະ ຂັ້ນຕອນການອອກອະນຸຍາດ) ມີທັງໝົດ 93 ບໍລິສັດ; ໃນນີ້, ມີໂຄງການແຮ່ເຫຼັກ 37 ບໍລິສັດ, ຫີນມາໂບ 2 ບໍລິສັດ, ແຮ່ຄໍາເຄົ້າ 10 ບໍລິສັດ, ແຮ່ຄໍາຕົກຂ້ອນ 31 ບໍລິສັດ ແລະ ແຮ່ຫາຍາກ 13 ບໍລິສັດ.  ການປະກອບສ່ວນດ້ານການເງິນທາງກົງ ຕໍ່ລັດ ຈາກໂຄງການທົດລອງນັບຕັ້ງແຕ່ມີການອະນຸຍາດທົດລອງ (ເດືອນມິຖຸນາ 2021 ຮອດ ເດືອນພະຈິກ 2023) ສ້າງລາຍຮັບທັງໝົດ  962,21 ຕື້ກີບ ກັບ 198,29 ລ້ານໂດລາ ຊຶ່ງປະກອບມີ ພັນທະຄ່າຊື້ສິດສຳປະທານ, ພັນທະທີ່ມອບໃຫ້ລັດຖະບານລ້າ, ພັນທະມອບເໝົາລ່ວງໜ້າ ແລະ ພັນທະມອບເໝົາຈາກການຈຳໜ່າຍຜະລິດຕະພັນແຮ່ທາດ.
    ທ່ານ ລັດຖະມົນຕີ ກະຊວງ ພບ ຍັງກ່າວວ່າ: ທີ່ຈິງແລ້ວ ການປະເມີນຜົນການຈັດຕັ້ງປະຕິບັດໂຄງການ ໃນແຕ່ລະໄລຍະ ຄື ໄລຍະຊອກຄົ້ນ-ສຳຫຼວດ ແລະ ໄລຍະຂຸດຄົ້ນ-ປຸງແຕ່ງ ນັ້ນ, ຂະແໜງການ ພບ ໄດ້ມີນິຕິກຳ ລຸ່ມກົດໝາຍ ຄື ມີຂໍ້ຕົກລົງ, ຂໍ້ແນະນຳ, ຄຳແນະນຳ ແລະ ລະບຽບຂັ້ນລັດຖະມົນຕີ ຈຳນວນ 14 ສະບັບ (ນັບແຕ່ປີ 2011 ຮອດປັດຈຸບັນ) ທີ່ອີງໃສ່ກົດໝາຍວ່າດ້ວຍແຮ່ທາດສະບັບເດີມ. ເນື້ອໃນ ແລະ ແບບແຜນການປະເມີນໃນເວລານັ້ນ ແມ່ນອີງໃສ່ 7 ຫຼັກການ ເພື່ອປະເມີນໃຫ້ເຫັນໂຄງການທີ່ຈັດຕັ້ງປະຕິບັດໄດ້ດີ ທາງດ້ານເຕັກນິກ, ການປະຕິບັດສອດຄ່ອງກັບສັນຍາ ແລະ ກົດໝາຍນິຕິກຳ ຂອງ ສປປ ລາວ, ການປະສານງານ ລວມທັງ ການປະຕິບັດພັນທະການເງິນ.  
ຜົນຂອງການປະເມີນ (ໂຄງການຂຸດຄົ້ນ ແລະ ປຸງແຕ່ງ) ຕາມຂໍ້ຕົກລົງອະນຸມັດນຳໃຊ້ຫຼັກການປະເມີນ ສະບັບເລກທີ 0952/ພບ, ລົງວັນທີ 15 ກໍລະກົດ 2015, ຊຶ່ງຜົນການປະເມີນຕາມບົດລາຍງານ ສະບັບເລກທີ 3036/ພບ.ຫກ, ລົງວັນທີ 14 ສິງຫາ 2023 ທີ່ໄດ້ລາຍງານເຖິງກະຊວງແຜນການ ແລະ ການລົງທຶນ (ປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 13/ນຍ, ລົງວັນທີ 11 ມິຖຸນາ 2012 ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 08/ນຍ, ລົງວັນທີ 2 ກໍລະກົດ 2018) ໄດ້ມີການໃຫ້ຄະແນນ ຈັດປະເພດ: A+, A, B+, B, C+ ແລະ C ແລະ ໄດ້ສະເໜີມາດຕະການ ອອກແຈ້ງເຕືອນ ມີກໍານົດເວລາທີ່ຊັດເຈນ ຈໍານວນ 17 ບໍລິສັດ ແລະ ປະຕິບັດມາດຕະການຂັ້ນເດັດຂາດ ຈໍານວນ 8 ບໍລິສັດ. ສຳລັບໂຄງການທົດລອງ (ເດືອນ ກັນຍາ 2023) ຈຳນວນ 92 ບໍລິສັດ ໄດ້ຮັບຄະແນນລະດັບ ດີຫຼາຍ ຈຳນວນ 3 ບໍລິສັດ, ດີ ຈຳນວນ 10 ບໍລິສັດ, ປານກາງ ຈຳນວນ 35 ບໍລິສັດ ແລະ ອ່ອນ ຈຳນວນ 44 ບໍລິສັດ.
ສໍາລັບ, ຜົນຂອງການປະເມີນ ກິດຈະການ ໃນໄລຍະຊອກຄົ້ນ ແລະ ສຳຫຼວດ (ທັງໂຄງການປົກກະຕິ ແລະ ໂຄງການທົດລອງ) ກໍໄດ້ມີການສະເໜີມາດຕະການ, ອອກແຈ້ງເຕືອນ, ມີກໍານົດເວລາທີ່ຊັດເຈນ ມີທັງໝົດ 34 ບໍລິສັດ 38 ກິດຈະການ ແລະ ປະຕິບັດມາດຕະການຂັ້ນເດັດຂາດ ມີທັງໝົດ  14 ບໍລິສັດ 17 ກິດຈະການ. 
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ