ກະຊວງ ປກສ ຈັດກອງປະຊຸມຫາລືການແກ້ໄຂອາຊະຍາກຳທາງໄຊເບີ

ກະຊວງ ປກສ ຈັດກອງປະຊຸມຫາລືການແກ້ໄຂອາຊະຍາກຳທາງໄຊເບີ

ກະຊວງ ປກສ ຈັດກອງປະຊຸມຫາລືການແກ້ໄຂອາຊະຍາກຳທາງໄຊເບີ
ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປຶກສາຫາລືການແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງເອເລັກໂຕຣນິກ (ອາຊະຍາກຳທາງໄຊເບີ) ໃນວັນທີ 17 ມິຖຸນາ ນີ້ ທີ່ກະຊວງ ປກສ, ເປັນປະທານກອງປະຊຸມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຮອງກົມໃຫຍ່ ແລະ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຫ້ອງສັນຕິບານ, ຫ້ອງຕຳຫຼວດ ແລະ ພະນັກງານທີ່ກ່ຽວ ເຂົ້າຮ່ວມ.

ກະຊວງ ປກສ ຈດກອງປະຊມຫາລການແກໄຂອາຊະຍາກຳທາງໄຊເບ - image 1
 
ກອງປະຊຸມດັ່ງກ່າວຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະບັດ ຄຳສັ່ງ ສະບັບເລກທີ 01/ປກສ, ລົງວັນທີ 5 ມັງກອນ 2026 ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 32/ນຍ, ລົງວັນທີ 12 ທັນວາ 2025 ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງອິນເຕີເນັດ ແລະ ເວັບພະນັນອອນລາຍ ໃນໄລຍະຜ່ານມາ; ໃນໂອກາດ ນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ພ້ອມທັງປຶກສາຫາລືທິດທາງໃນການແກ້ໄຂບັນຫາອາຊະຍາກຳທາງໄຊເບີໃຫ້ໝົດໄປຈາກປະເທດລາວ.
ນັບແຕ່ເດືອນມັງກອນ 2026 ເຖິງປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ເອົາໃຈໃສ່ໃນການແກ້ໄຂ, ເລີກຮື້ ບັນດາກຸ່ມແກ້ງສໍ້ໂກງທາງເອເລັກໂຕຣນິກ (ອາຊະຍາກຳທາງໄຊເບີ) ສາມາດແກ້ໄຂໄດ້ທັງໝົດ 20 ຄັ້ງ, ກັກຜູ້ຖືກຫາໄດ້ ຈຳນວນ 2,652 ຄົນ ຍິງ 780 ຄົນ, ລວມມີ 14 ສັນຊາດ.
ໂອກາດນີ້, ທ່ານ ພົທ ວັນທອງ ກອງມະນີ ໄດ້ຊີ້ນຳເນັ້ນໜັກໃຫ້ຄະນະພັກ-ບັນຊາ ແລະ ເຈົ້າໜ້າທີ່ວິຊາສະເພາະ ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບການແກ້ໄຂບັນຫາກຸ່ມແກ້ງກໍ່ອາຊະຍາກຳທາງໄຊເບີ ໃຫ້ເຂັ້ມງວດ, ໝົດໄປຈາກ ສປປ ລາວ ພ້ອມທັງສືບຕໍ່ໂຄສະນາ-ສຶກສາອົບຮົມ ໃຫ້ທົ່ວສັງຄົມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ເພື່ອພ້ອມກັນມີສະຕິ, ເປັນເຈົ້າການຕິດຕາມ, ລາຍງານ ແລະ ຮ່ວມມືກັບເຈົ້າໜ້າທີ່ ໃນການແກ້ໄຂ.
ພ້ອມທັງຊີ້ນຳໃຫ້ຕິດຕາມ, ກວດກາການດໍາເນີນທຸລະກິດຂອງສະຖານທີ່ບັນເທີງ, ໂຮງແຮມ, ເຮືອນພັກ, ເຮືອນເຊົ່າ ແລະ ປະຕິບັດໂທດຕໍ່ໜ້າກົດໝາຍຢ່າງເຂັ້ມງວດ ເມື່ອກວດພົບມີການລະເມີດ ແລະ ເພີ່ມທະວີຄວາມເຂັ້ມງວດ ໃນການກວດກາ, ສະກັດກັ້ນການລັກລອບເຂົ້າມາ ສປປ ລາວ ແບບຜິດກົດໝາຍ ແລະ ຕິດຕາມ, ກວດກາການພັກເຊົາຂອງຄົນຕ່າງປະເທດ ໃຫ້ເປັນປົກກະຕິ, ເຂັ້ມງວດ; ດໍາເນີນຄະດີຕໍ່ຫົວໂປ່ໂຕການ ແລະ ຜູ້ອຳນວຍຄວາມສະດວກ ຕາມຂະບວນການຍຸຕິທຳ ຂອງ ສປປ ລາວ.
ຂ່າວ-ພາບ: ບຸນພະຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ