ກະຊວງ ປກສ ຊີ້ແຈງການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ

ກະຊວງ ປກສ ຊີ້ແຈງການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ
ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຊີ້ແຈງໃຫ້ຄວາມກະຈ່າງແຈ້ງກ່ຽວກັບການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນທີ່ຕິດພັນກັບອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດຕໍ່ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IXໃນວັນທີ 9ພະຈິກນີ້, ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານ ພົທ ກົງທອງ ພົງວິຈິດ ໄດ້ຊີ້ແຈງກ່ຽວກັບການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ໃນການກັກຕົວຕາມມາດຕາ 138 ແລະ ການຈັບຕົວຕາມມາດຕາ 139, ການກັກຂັງພາງຕາມມາດຕາ 142, ສາເຫດທີ່ບໍ່ພາໃຫ້ເປີດການສືບສວນ-ສອບສວນຕາມມາດຕາ 92, ກໍານົດເວລາການສືບສວບ-ສອບສວນຕາມມາດຕາ 110ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງກະຊວງ ປກສ ຊຶ່ງໃນໄລຍະຜ່ານມາໄດ້ເປັນເຈົ້າການຈັດຕັ້ງປະຕິບັດເຊື່ອມຊຶມ, ກໍາແໜ້ນ, ອອກນິຕິກໍາໃຕ້ກົດໝາຍ, ສ້າງປຶ້ມຄູ່ມື ແລະ ຫັນເປັນແຜນການ ແລະ ໂຄງການເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຊຶ່ງມີບາງມາດຕະການດັ່ງນີ້:ມາດຕະການສະກັດກັ້ນ ແລະ ລະບຽບການທົ່ວໄປກ່ຽວກັບການສືບສວນ-ສອບສວນທີ່ກົດໝາຍກໍານົດລວມມີ: ການພາຕົວ, ການກັກຕົວ, ການຈັບຕົວ, ການກັກຂັງພາງ, ການປ່ອຍຕົວພາງ, ການຄຸມຕົວຢູ່ກັບທີ່, ການງົດໜ້າທີ່ ຫຼືຕໍາແໜ່ງ, ການພິຈາລະນາສາເຫດທີ່ບໍ່ພາໃຫ້ເປີດການສືບສວນ-ສອບສວນ ແລະ ກໍານົດເວລາການສືບສວບ-ສອບສວນ ຊຶ່ງຕະຫຼອດໄລຍະທີ່ຜ່ານມາ,ກະຊວງ ປກສ ໄດ້ເອົາໃຈໃສ່ ເປັນເຈົ້າການໃນການປະຕິບັດກົດໝາຍວ່າດ້ວຍການດໍາເນີນຄະດີອາຍາຢ່າງເຂັ້ມງວດ, ປະຕິບັດຕາມບົດບັນທຶກກອງປະຊຸມ 4 ພາກສ່ວນລະຫວ່າງກະຊວງ ປກສ, ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊົນສູງສູດ ແລະ ມະຕິ, ຄຳສັ່ງ, ຄຳແນະນຳ ແລະ ບັນດານິຕິກຳອື່ນໆທີ່ກ່ຽວຂ້ອງໃນການດຳເນີນຄະດີ, ນໍາເອົານິຕິກໍາຕ່າງໆຂອງຂັ້ນເທິງທີ່ກ່ຽວຂ້ອງກັບການດໍາເນີນຄະດີມາສ້າງເປັນແຜນງານອັນລະອຽດເຂົ້າໃນຂົງເຂດວຽກງານການດຳເນີນຄະດີຂອງອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ແລະ ປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ສືບສວນ-ສອບສວນລວມທັງສິດ ແລະ ພັນທະຂອງຜູ້ເຂົ້າຮ່ວມໃນການດຳເນີນຄະດີ,ກະຊວງ ປກສໄດ້ສ້າງນິຕິກຳສະເພາະໃນການຄຸ້ມຄອງ, ຕິດຕາມ, ກວດກາ ການດຳເນີນຄະດີເປັນຕົ້ນຂໍ້ຕົກລົງວ່າດ້ວຍອົງການສືບສວນ-ສອບສວນເຈົ້າໜ້າຕຳຫຼວດ, ຄຳສັ່ງເລກທີ 630 ວ່າດ້ວຍການຊີ້ນຳ, ນໍາພາ, ຕິດຕາມ, ກວດກາ ແລະ ແນະນຳກຳລັງຕຳຫຼວດສືບສວນ-ສອບສວນໃນການດຳເນີນຄະດີ, ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ໃນການເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະສືບສວນ-ສອບສວນ; ໄດ້ອອກຄຳສັ່ງແນະນຳວ່າດ້ວຍການເພີ່ມທະວີເອົາໃຈໃສ່ໃນການສືບສວນ-ສອບສວນຄະດີຈຳນວນຫຼາຍສະບັບ; ໄດ້ສ້າງ ແລະ ພິມປຶ້ມຄູ່ມືວຽກງານສືບສວນ-ສອບສວນເພື່ອປະກອບໃຫ້ເຈົ້າໜ້າທີ່ຕໍາຫຼວດທີ່ເຮັດໜ້າທີ່ສືບສວນ-ສອບສວນດໍາເນີນຄະດີ. ນອກຈາກນີ້ໄດ້ສຸມໃສ່ສ້າງ ແລະ ຕິດຕັ້ງລະບົບຖານຂໍ້ມູນອາຊະຍາກຳໄລຍະທີ 1ຊຶ່ງລະບົບດັ່ງກ່າວສາມາດຕິດຕາມການດໍາເນີນຄະດີແຕ່ສູນກາງລົງຮອດທ້ອງຖິ່ນໃນຂອດເຂດທົ່ວປະເທດ ມາຮອດປັດຈຸບັນໄດ້ຕິດຕັ້ງແລ້ວ 12 ແຂວງ ພ້ອມນີ້ຍັງມີການປະຕິບັດບັນດາມາດຕະການອື່ນໆ. ຜ່ານການຈັດຕັ້ງປະຕິບັດການດໍາເນີນຄະດີຕາມຂະບວນຍຸຕິທໍາໃນປີ2023 ສາມາດດໍາເນີນຄະດີເກີດຂຶ້ນທັງໝົດ 6.637 ລາຍ, ສາມາດມ້າງໄດ້ 5.758 ລາຍ, ຜູ້ຖືກຫາ 8.615 ຄົນຍິງ  1.132 ຄົນ, ຕ່າງປະເທດ 184 ຄົນຍິງ 13 ຄົນ.
ເພື່ອຮັບປະກັນການຈັດຕັ້ງປະຕິບັດບັນດາມາດຕະການສະກັດກັ້ນ ຕາມກົດໝາຍວ່າດ້ວຍດໍາເນີນຄະດີອາຍາ ເຂົ້າສູ່ລວງເລິກ, ກວ້າງຂວາງ ແລະຖືກຕ້ອງຕາມກົດໝາຍ, ຕາມແນວທາງ ແລະ ຫຼັກການວິຊາສະເພາະ ກະຊວງປກສຈະສືບຕໍ່ເພີ່ມທະວີຍົກສູງວຽກງານສຶກສາອົບຮົມນໍາພາການເມືອງແນວຄິດໃຫ້ນາຍແລະ ພົນຕໍາຫຼວດ ເປັນກົກ, ເປັນຮາກຖານທີ່ສໍາຄັນ ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ຕໍ່ລັດ, ມີຈັນຍາບັນ-ຈັນຍາທໍາ, ເປັນກໍາລັງຕໍາຫຼວດຂອງປະຊາຊົນ, ໂດຍປະຊາຊົນ ເພື່ອຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ຊີ້ນໍາ-ນໍາພາວຽກງານຂອງອົງການສືບສວນ-ສອບສວນ ໂດຍສະເພາະນໍາເອົາຕົວຜູ້ກະທໍາຜິດມາລົງໂທດຕາມລະບຽບກົດໝາຍຢາກເຮັດໄດ້ແນວນັ້ນ ຕ້ອງໄດ້ເພີ່ມທະວີການຊີ້ນໍາ-ນໍາພາທີ່ເດັດດ່ຽວເດັດຂາດ, ປັບປຸງນິຕິກໍາ, ປັບປຸງກົນໄກການບໍລິຫານຂອງອົງການສືບສວນ-ສອບສວນໃຫ້ເປັນມາດຕະຖານຕາມກົດໝາຍ ແລະ ຫຼັກການວິຊາສະເພາະເພື່ອກ້າວເຂົ້າສູ່ຄຸນນະພາບໃໝ່, ສືບຕໍ່ສ້າງຄວາມເຂັ້ມແຂງ ແລະບໍາລຸງ-ຍົກລະດັບເຈົ້າໜ້າທີ່ສືບສວນ-ສອບສວນໃຫ້ກໍາແໜ້ນກົດໝາຍແນວທາງ, ຫຼັກການວິຊາສະເພາະ ກາຍເປັນອົງການທີ່ມີເຂັ້ມແຂງທາງດ້ານການຈັດຕັ້ງ, ເກັ່ງທາງດ້ານວິຊາສະເພາະມີວິໃນ ແລະ ຫັນເປັນທັນສະໄໝ ແລະ ອື່ນໆ.
ຂ່າວ: ພູວັນ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ