ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX

ກະຊວງການເງິນ ສະເໜີປັບປຸງກົດໝາຍວ່າດ້ວຍການກວດສອບອິດສະຫຼະ

ກະຊວງການເງິນ ສະເໜີປັບປຸງກົດໝາຍວ່າດ້ວຍການກວດສອບອິດສະຫຼະ
ເພື່ອເຮັດໃຫ້ກົດໝາຍວ່າດ້ວຍການກວດສອບອິດສະຫຼະມີເນື້ອໃນຈະແຈ້ງ, ຄົບຖ້ວນ, ຮັດກຸມ ແນໃສ່ເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານກວດສອບອິດສະຫຼະ,ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ

 ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການກວດສອບອິດສະຫຼະ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IXໃນວັນທີ 10 ທັນວານີ້ ພາຍໃຕ້ການເປັນປະທານ ຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

ທ່ານ ສັນຕິພາບ ພົມວິຫານໄດ້ຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດສອບອິດສະຫຼະ, ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍດັ່ງກ່າວ. ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດສອບອິດສະຫຼະ ເຫັນວ່າຍັງມີບາງເນື້ອໃນເປັນອຸປະສັກໃນການຈັດຕັ້ງປະຕິບັດວຽກງານກວດສອບອິດສະຫຼະ ເປັນຕົ້ນກົດໝາຍສະບັບປີ 2014, ຍັງບໍ່ທັນກຳນົດກ່ຽວກັບກົນໄກການຄຸ້ມຄອງນັກຊ່ຽວຊານບັນຊີ ເປັນຕົ້ນການອະນຸຍາດ, ໂຈະ ແລະ ຖອນ ໃບອະນຸຍາດການເຄື່ອນໄຫວຂອງນັກຊ່ຽວຊານບັນຊີ ເພື່ອເປັນບ່ອນອີງໃນການຕິດຕາມ ແລະ ກວດກາ ການເຄື່ອນໄຫວຂອງນັກຊ່ຽວຊານບັນຊີ ໃຫ້ຖືກຕ້ອງຕາມກົດໝາຍ, ມີຈັນຍາບັນຈັນຍາທໍາ ແລະ ເປັນມືອາຊີບຢ່າງແທ້ຈິງ. ພ້ອມດຽວກັນນັ້ນ, ຍັງບໍ່ທັນໄດ້ກຳນົດກ່ຽວກັບນັກຊ່ຽວຊານບັນຊີຕ່າງປະເທດ ທີ່ຈະມາເປັນນັກຊ່ຽວຊານບັນຊີລາວ ແລະ ເຄື່ອນໄຫວປະກອບອາຊີບ ຢູ່ ສປປ ລາວ ແລະ ເຫດຜົນອື່ນໆຈໍານວນໜຶ່ງທີ່ຍັງບໍ່ສອດຄ່ອງ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງມີການຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນ, ຮັດກຸມ ແນໃສ່ເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານກວດສອບອິດສະຫຼະ ຂອງວິສາຫະກິດບັນຊີ, ວິສາຫະກິດກວດສອບ, ນັກກວດສອບ ແລະ ນັກຊ່ຽວຊານບັນຊີ ໃຫ້ຖືກຕ້ອງ, ໂປ່ງໃສ ແລະ ສອດຄ່ອງຕາມກົດໝາຍກໍານົດ.ໂຄງປະກອບ ແລະ ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍການກວດສອບອິດຫຼະ (ສະບັບປັບປຸງ) ປະກອບມີ XII ພາກ; 11 ໝວດ ແລະ 84 ມາດຕາ. ໃນນີ້, ໄດ້ປັບປຸງ ມີ 65 ມາດຕາ, ສ້າງໃໝ່ 4 ມາດຕາ, ຕັດອອກ 14 ມາດຕາ ແລະ ຮັກສາໄວ້ຄືເກົ່າ 15 ມາດຕາ.

ທ່ານ ສັນຕິພາບ ພົມວິຫານ ກ່າວຕື່ມວ່າ: ເມື່ອກົດໝາຍສະບັບນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ຄາດຄະເນຜົນໄດ້ຮັບຄື: ສ້າງຄວາມໜ້າເຊື່ອຖືຕໍ່ພາກພື້ນ ແລະ ສາກົນ ຕໍ່ກັບການປະຕິບັດພັນທະຂອງສປປ ລາວ ກ່ຽວກັບກອບອາຊຽນ ແລະ ອົງການການຄ້າໂລກ ໃນການຊຸກຍູ້, ສົ່ງເສີມການຍົກລະດັບວິຊາຊີບການບັນຊີ ແລະ ກວດສອບ ໃຫ້ເທົ່າທຽມກັບບັນດາປະເທດອາຊຽນ ແລະ ສາກົນ; ເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມກວດກາການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກວດສອບອິດສະຫຼະ ມີຄວາມເຂັ້ມແຂງ, ຖືກຕ້ອງ, ໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນ; ສ້າງນັກຊ່ຽວຊານບັນຊີລາວ ໃຫ້ມີຄຸນນະພາບດ້ານຄວາມຮູ້ຄວາມສາມາດ ທຽບເທົ່າພາກພື້ນ ແລະ ສາກົນ ເຮັດໃຫ້ນັກຊ່ຽວຊານບັນຊີລາວ ສາມາດເຄື່ອນໄຫວວຽກງານກວດສອບ ທັງພາຍໃນ ແລະ ຕ່າງປະເທດ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ;ປົກປ້ອງສິດ ແລະ ຜົນປະໂຫຍດຂອງສັງຄົມ, ນັກກວດສອບ, ເປົ້າໝາຍຖືກກວດສອບ, ສະກັດກັ້ນປະກົດການຫຍໍ້ທໍ້ ທາງດ້ານການຄຸ້ມຄອງການເງິນ; ເຮັດໃຫ້ການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ເຮັດວຽກຄຸ້ມຄອງການເງິນແຫ່ງລັດ ແລະ ການກວດສອບອິດສະຫຼະ ມີສະຕິເຄົາລົບກົດໝາຍ;ສົ່ງເສີມ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ; ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ມີຄວາມເຂັ້ມແຂງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ;ປະກອບສ່ວນເຂົ້າໃນການປ້ອງກັນ, ແກ້ໄຂບັນຫາກ່ຽວຂ້ອງຕ່າງໆທີ່ຕັ້ງຂຶ້ນໄລຍະຜ່ານມາ ໄດ້ຮັບຜົນດີກວ່າເກົ່າ.

(ຂ່າວ-ພາບ: ວັນເພັງ,ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ