ກະຊວງຍຸຕິທຳ ໄດ້ຊີ້ແຈງກ່ຽວກັບວຽກງານການປະຕິບັດຄໍາຕັດສິນຂອງສານ

ກະຊວງຍຸຕິທຳ ໄດ້ຊີ້ແຈງກ່ຽວກັບວຽກງານການປະຕິບັດຄໍາຕັດສິນຂອງສານ
ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບວຽກງານການປະຕິບັດຄໍາຕັດສິນຂອງສານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານ ໄພວີ ສີບົວລິພາ ໄດ້ຊີ້ແຈງ ຕາມທີ່ຄະນະເລຂາທິການສະພາແຫ່ງຊາດໄດ້ແຈ້ງ ສັງລວມແລ້ວປະກອບມີ ສອງບັນຫາ ຄື: 1.ການປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຕາມກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ ສະບັບປັບປຸງປີ 2021 ໄດ້ຈັດຕັ້ງປະຕິບັດມີຜົນສໍາເລັດ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຄືແນວໃດ ແລະ ຈະມີທິດທາງປັບປຸງ ແກ້ໄຂຄືແນວໃດ.
2.ປັດຈຸບັນມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດສໍາເລັດກວມເຖິງຫ້າສິບພັນກວ່າເລື່ອງ ຕໍ່ບັນຫາດັ່ງກ່າວ ກະຊວງຍຸຕິທຳ ໃນຖານະເປັນອົງການຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຈະມີມາດຕະການ ແລະ ວິທີການແກ້ໄຂແນວໃດ.
ທ່ານລັດຖະມົນຕີ ໄດ້ຊີ້ແຈງວ່າ: ກ່ຽວກັບການປັບປຸງກົງຈັກການຈັດຕັ້ງພາຍຫຼັງທີ່ກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ(ສະບັບປັບປຸງ)ໄດ້ຖືກຮັບຮອງແລະປະ
ກາດໃຊ້ຢ່າງເປັນທາງການແລ້ວກະຊວງຍຸຕິທໍາໄດ້ປັບປຸງກົງຈັກການຈັດຕັ້ງຂອງອົງການປະຕິບັດຄໍາຕັດສິນຂອງສານ,ໄດ້ປະສານສົມທົບກັບກະຊວງພາຍໃນ,ກະຊວງການເງິນ,ອົງການປົກຄອງທ້ອງຖິ່ນ, ພະແນກຍຸຕິທໍາແຂວງ, ນະຄອນຫຼວງ,ຫ້ອງການຍຸຕິທໍາເມືອງ, ນະຄອນ ປຶກສາຫາລື, ເກັບກຳຂໍ້ມູນ ເປັນຕົ້ນບຸກຄະລາກອນ, ພື້ນຖານໂຄງລ່າງ ແລະ ອື່ນໆ; ກະຊວງຍຸຕິທໍາ ສ້າງຕັ້ງອົງການປະຕິບັດຄໍາຕັດສິນຂອງສານ 5 ກອງ 11 ຫ້ອງ ປະຈຳຢູ່ 5  ແຂວງ ແລະ ເມືອງ ຄື:ຢູ່ນະຄອນຫຼວງວຽງຈັນ ມີ 1 ກອງ, 2 ຫ້ອງ,ແຂວງຫຼວງພະບາງ ມີ 1 ກອງ, 2 ຫ້ອງ, ແຂວງວຽງຈັນ ມີ 1 ກອງ, 2 ຫ້ອງ,ແຂວງສະຫວັນນະເຂດ ມີ 1 ກອງ, 3 ຫ້ອງ ແລະ ແຂວງຈໍາປາສັກມີ 1 ກອງ, 2 ຫ້ອງ.
ເພື່ອຍົກສູງຄຸນນະພາບຂອງພະນັກງານປະຕິບັດຄຳຕັດສິນຂອງສານ ກະຊວງຍຸຕິທຳ ມີວິທີການ ແລະ ມາດຕະການ ດັ່ງນີ້: ເອົາໃຈໃສ່ກໍ່ສ້າງພະນັກງານປະຕິບັດຄໍາຕັດສິນຂອງສານ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ.ສ້າງພະນັກງານປະຕິບັດຄໍາຕັດສິນ ໃຫ້ເປັນມືອາຊີບ, ບໍລິການສັງຄົມດ້ວຍຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທຳ. ຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈ ຂອງພະນັກງານປະຕິບັດຄໍາຕັດສິນ ຕໍ່ກັບແບບແຜນວິທີເຮັດວຽກ ຕາມພາລະບົດບາດໃໝ່ ແລະ ກົດໝາຍ ສະບັບປັບປຸງ, ສ້າງຕຳລາ ແລະ ດຳເນີນການຝຶກອົບຮົມວຽກງານປະຕິບັດຄໍາຕັດສິນຂອງສານໃຫ້ສອດຄ່ອງຕາມກົດໝາຍສະບັບປັບປຸງ, ເພີ່ມທະວີການຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດໜ້າທີ່ຂອງພະນັກງານປະຕິບັດຄໍາຕັດສິນຂອງສານ, ເດັດຂາດແກ້ໄຂພະນັກງານຜູ້ທີ່ຂາດຈັນຍາບັນ, ຈັນຍາທຳ, ຂາດຄວາມສາມາດໃນໜ້າທີ່ວຽກງານ, ສ້າງ ແລະ ຕອບສະໜອງ ເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານປະຕິບັດຄໍາຕັດສິນຂອງສານ.
ມາດຕະການ ແລະ ວິທີການແກ້ໄຂ ຄຳຕັດສິນ.ເພື່ອຮັບປະກັນໃຫ້ຄໍາຕັດສິນ ແລະ ຄຳພິພາກສາຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດຊຶ່ງບໍ່ໄດ້ຮ້ອງຂໍຄວາມເປັນທຳ ຫຼື ຂໍຮື້ຟື້ນຄືນໃໝ່ ໄດ້ຮັບການຈັດຕັ້ງປະຕິບັດສຳເລັດຕາມກົດໝາຍ ກະຊວງຍຸຕິທຳ ມີວິທີການ ແລະ ມາດຕະການດັ່ງນີ້: ປະເມີນການປະຕິບັດຄຳແນະນຳຂອງລັດຖະມົນຕີ ສະບັບເລກທີ 204/ກຍ,ລົງວັນທີ 2 ກຸມພາ 2023 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2017. ປະເມີນຄືນການຈັດຕັ້ງປະຕິບັດຄໍາແນະນໍາ 5 ສະບັບ ກ່ຽວກັບການປະຕິບັດຄໍາຕັດສິນຂອງສານຂອງກະຊວງຍຸຕິທໍາ, ຊີ້ນໍາອົງການປະຕິບັດຄໍາຕັດສິນຈັດຕັ້ງປະຕິບັດບັນດານິຕິກຳແລະກົດໝາຍສະບັບປັບປຸງຢ່າງເຂັ້ມງວດ, ກວດກາສຳນວນຄໍາຕັດສິນແຕ່ລະຄະດີທີ່ຢູ່ໃນຄວາມຮັບຜິດຊອບຂອງພະນັກງານແຕ່ລະຄົນ ເພື່ອຊອກຮູ້ສາເຫດ ແລະ ຊີ້ນຳໃຫ້ນໍາອອກມາຈັດຕັ້ງປະຕິບັດໃຫ້ສໍາເລັດ, ກົມ, ກອງ, ຫ້ອງ, ຂະແໜງ ແລະ ໜ່ວຍງານ ຕ້ອງມີແຜນການກໍານົດໂຕເລກຄາດໝາຍໃນການປະຕິບັດໃຫ້ສຳເລັດແຕ່ລະເດືອນ ບົນພື້ນຖານທີ່ກໍານົດໃນມະຕິ 080/ສພຊ, ລົງວັນທີ 17 ພະຈິກ 2017, ສັງລວມບັນຊີ ແລະ ຮີບໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງ, ເຂັ້ມງວດ ແລະ ເດັດຂາດໃນການນໍາໃຊ້ມາດຕະການຕໍ່ຜູ້ທີ່ມີເງື່ອນໄຂແຕ່ບໍ່ຍອມປະຕິບັດຄໍາຕັດສິນຂອງສານ, ຄຳຕັດສິນທີ່ບໍ່ມີເງື່ອນໄຂປະຕິບັດຈະໄດ້ອອກຄຳສັ່ງໂຈະການປະຕິບັດ(ມາດຕາ43),ເມື່ອໝົດກໍານົດເວລາໃນການໂຈະຈະໄດ້ສະເໜີໃຫ້ໄອຍະການຖະແຫຼງໃຫ້ສານປະຊາຊົນ ຕັດສິນຍົກເລີກຄ່າອາກອນ, ຄ່າປັບໃໝ ແລະ ເງິນຮີບ (ມາດຕາ73, 74 ແລະ 75 ຂອງກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ), ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ເກັບກຳບັນຊີລາຍຊື່ນັກໂທດ ທີ່ຍ້າຍໄປປະຕິບັດໂທດຢູ່ຄ້າຍຄຸມຂັງໃໝ່ເພື່ອມອບໝາຍໃຫ້ອົງການປະຕິບັດຄໍາຕັດສິນທີ່ມີຄວາມສະດວກປະຕິບັດແທນ, ສົມທົບກັບປະຊາຊົນທີ່ກ່ຽວຂ້ອງເພື່ອຄວາມເປັນເອກະພາບໃນການປະຕິບັດຄຳຕັດສິນບາງກໍລະນີ, ສົມທົບກັບອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການນຳໃຊ້ມາດຕະການຕໍ່ຜູ້ປະຕິບັດຄຳຕົກລົງຂອງສານ ແລະ ຜູ້ຂັດຂວາງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ(ມ 389.396 ປະມວນອາຍາ) ແລະ ສຳລັບຄຳຕັດສິນຄະດີອາຍາໃນກໍລະນີທີ່ຜູ້ຖືກປະຕິບັດຄຳຕັດສິນ ມີເງື່ອນໄຂປຽນໂທດປັບໃໝເປັນໂທດອື່ນ ຈະໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາ(ມາດຕາ46 ແລະ 59 ຂອງສານປະມວນກົດໝາຍ).
ຂ່າວ:ບຸນຕອມ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ