ກະຊວງຍຸຕິທຳ ສະຫຼຸບວຽກງານກົດໝາຍ ແລະ ຍຸຕິທຳ 6 ເດືອນຕົ້ນປີ

ກະຊວງຍຸຕິທຳ ສະຫຼຸບວຽກງານກົດໝາຍ ແລະ ຍຸຕິທຳ 6 ເດືອນຕົ້ນປີ

ກະຊວງຍຸຕິທຳ ສະຫຼຸບວຽກງານກົດໝາຍ ແລະ ຍຸຕິທຳ 6 ເດືອນຕົ້ນປີ
ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ປະກາດການຈັດຕັ້ງ ຂຶ້ນໃນວັນທີ 29 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ - ຮອງກົມ ແລະ ພະນັກງານພາຍໃນກະຊວງເຂົ້າຮ່ວມ.
ກະຊວງຍຕທຳ ສະຫບວຽກງານກດໝາຍ ແລະ ຍຕທຳ 6 ເດອນຕນປ - image 1
 

 

ທ່ານ ຄຳພັນ ບຸນພາຄົມ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ຂຶ້ນເຜີຍແຜ່ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກົດ ໝາຍ ແລະ ຍຸຕິທຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ວ່າ: ໃນ 6 ເດືອນຕົ້ນປີ, ສໍາລັບວຽກງານປະຕິບັດຄໍາຕັດສິນຂອງສານ, ອັນພົ້ນເດັ່ນໄດ້ສໍາເລັດໃນການສ້າງຕັ້ງອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຂຶ້ນກັບສາຍຕັ້ງ ຕາມມະຕິວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີ ຕາມຂະບວນການຍຸຕິທຳ, ເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ຊຶ່ງກະຊວງຍຸຕິທໍາໄດ້ຮັບອະນຸຍາດ ຈາກລັດຖະບານ ໃຫ້ເຮັດທົດລອງສ້າງຕັ້ງ 5 ກອງ ແລະ 11 ຫ້ອງປະຕິບັດຄໍາຕັດສິນຂອງສານ ຢູ່ 5 ແຂວງ ມີ 4 ແຂວງ ແລະ 1 ນະຄອນຫຼວງ: ແຂວງວຽງຈັນ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ; ສໍາເລັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກຽ່ວກັບການປັບປຸງກົງຈັກການຈັດຕັ້ງຂອງອົງການປະຕິບັດຄໍາຕັດສິນຂອງສານ, ສະບັບເລກທີ 1384/ຫສນຍ, ລົງວັນທີ 26 ກໍລະກົດ 2023 ໂດຍປະສານສົມທົບລະຫວ່າງພະແນກຍຸຕິທຳແຂວງ ແລະ ອົງການປົກຄອງຂັ້ນແຂວງ ແລະ ເມືອງ ຢ່າງສະໜິດແໜ້ນ.

ກະຊວງຍຕທຳ ສະຫບວຽກງານກດໝາຍ ແລະ ຍຕທຳ 6 ເດອນຕນປ - image 2
 

ໃນ 6 ເດືອນ ຕົ້ນປີ 2026 ຄະດີເຂົ້າໃໝ່ໃນທົ່ວປະເທດ ມີຈໍານວນ 3,080 ເລື່ອງ (ຄະດີແພ່ງ 741 ເລື່ອງ, ຄະດີອາຍາ 2,399 ເລື່ອງ); ປະຕິບັດສໍາເລັດ 914 ເລື່ອງ, (ຄະດີແພ່ງ 456 ເລື່ອງ; ຄະດີອາຍາ 558 ເລື່ອງ); ສົ່ງສໍານວນຄະດີໃຫ້ໄອຍະການ 32 ເລື່ອງ (ຄະດີອາຍາ 17 ເລື່ອງ, ຄະດີແພ່ງ 15 ເລື່ອງ); ປັດຈຸບັນມີຄໍາຕັດສິນພວມປະຕິບັດທັງໝົດ ຈໍານວນ 64,604 ເລື່ອງ, ໃນນັ້ນ: ເປັນຄະດີແພ່ງ 11,091 ເລື່ອງ, ຄະດີອາຍາ 53,513 ເລື່ອງ; ໂຈະການປະຕິບັດ 4,807 ເລື່ອງ (ຄະດີແພ່ງ 407 ເລື່ອງ; ຄະດີອາຍາ 4,400 ເລື່ອງ); ໄດ້ມອບເງິນໃຫ້ຄູ່ຄວາມໃນຄະດີແພ່ງ 56,662,346,455 ກີບ; 19,902,012 ບາດ (ສະກຸນເງິນໄທ); 3,123,678 ໂດລາ; ໄດ້ມອບເງິນໃຫ້ຄູ່ຄວາມໃນຄະດີອາຍາ 2,370,920,431 ກີບ; 1,783,483 ບາດ; 25,500 ໂດລາ; ມອບເງິນອາກອນ 448,265,722 ກີບ; 2,000 ບາດ; ເງິນປັບໃໝຄະດີອາຍາທົ່ວໄປ 2,501,300,155 ກີບ; ເງິນປັບໃໝຄະດີຢາເສບຕິດ 9,634,733,334 ກີບ; ເງິນຮັບຊັບສິນເປັນເງິນ 143,859,700 ກີບ ແລະ 1,060 ບາດ..

ກະຊວງຍຕທຳ ສະຫບວຽກງານກດໝາຍ ແລະ ຍຕທຳ 6 ເດອນຕນປ - image 3
 

ໃນ 6 ເດືອນຕົ້ນປີ 2026 ນີ້, ສໍາລັບວຽກງານການສ້າງ ແລະ ປັບປຸງກົດໝາຍ, ອັນພົ້ນເດັ່ນແມ່ນ ກະຊວງຍຸຕິທໍາ ໄດ້ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ແນະນໍາທາງດ້ານວິຊາສະເພາະ ຊ່ວຍເຫຼືອພາກສ່ວນຮັບຜິດຊອບ ແລະ ປັບປຸງກົດໝາຍ, ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງນິຕິກໍາ ໄດ້ 3 ຮ່າງກົດໝາຍ (ຮ່າງກົດໝາຍວ່າ ດ້ວຍຄັງເງິນແຫ່ງລັດ, ຮ່າງກົດໝາຍວ່າດ້ວຍງົບປະມານ ແລະ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ); ນອກຈາກນີ້, ໄດ້ສໍາເລັດການກວດກາຄວາມສອດຄ່ອງຂອງຮ່າງດໍາລັດ ສໍາເລັດ 2 ຮ່າງດໍາລັດ (ຮ່າງດໍາລັດວ່າດ້ວຍກອງທຶນສົ່ງເສີມສະຫະກອນ ແລະ ດຳລັດວ່າດ້ວຍຄັ້ງແຮແນວພັນ); ເຂົ້າຮ່ວມການທາບທາມປະກອບຄໍາເຫັນເປີດກວ້າງ 4 ຮ່າງກົດໝາຍ (ຮ່າງກົດໝາຍວ່າດ້ວຍປົກປ້ອງຜູ້ຊົມໃຊ້, ຮ່າງກົດໝາຍວ່າດ້ວຍແຮ່ທາດ, ຮ່າງກົດໝາຍວ່າດ້ວຍ ປະກັນສັງຄົມ, ການຈັດຊື້-ຈັດຈ້າງຂອງລັດ ແລະ ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ); ສຳເລັດການເຂົ້າຮ່ວມປະກອບຄໍາເຫັນກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ຢູ່ກອງປະຊຸມຂອງຄະນະກຳມາທິການກົດໝາຍ ແລະ ຄະນະປະຈຳສະພາແຫ່ງຊາດ; ສໍາເລັດການຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງສັນຍາສຳປະທານ ໄດ້ 3 ຮ່າງສັນຍາ (ຮ່າງສັນຍາສໍາປະທານໂຄງການປັງປຸງການປະຕິບັດງານຂອງພະນັກງານຂັ້ນພື້ນຖານຂອງຂະແໜງການສຶກສາ ແລະ ສາທາລະນະສຸກ ຢູ່ ສປປ ລາວ ແລະ ປະກອບຄໍາເຫັນທາງດ້ານກົດໝາຍຂອງສັນຍາຊ່ວຍເຫຼືອ ໂຄງການສ້າງທາງເລກ 2 ແລະ ປະກອບຄໍາເຫັນຕໍ່ຮ່າງສັນຍາພື້ນຖານ ລະຫວ່າງ ທະນາຄານພັດທະນາ ສ ເບຣາຣຸສ ແລະ ກະຊວງການເງິນ ແຫ່ງ ສປປ ລາວ). ສໍາເລັດການຜັນຂະຫຍາຍມາດຕາ 43 ແລະ 44 ຂອງກົດໝາຍວ່າດ້ວຍການສ້າງນິຕິກຳ ເປັນຄູ່ມືກ່ຽວກັບຂັ້ນຕອນ ແລະ ນິຕິກຳ.

ໃນພິທີດັ່ງກ່າວ, ທ່ານ ຄຳເສີດ ວິລະພັນ ຫົວໜ້າກົມຈັດຕັ້ງກະຊວງຍຸຕິທຳ ໄດ້ຜ່ານດຳລັດ ແລະ ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຊຶ່ງອະນຸມັດໃຫ້ ທ່ານ ພັນໂນລາ ທອງຈັນ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າກົມຄຸ້ມຄອງການປະຕິບັດຄຳຕັດສິນຂອງສານ, ທ່ານ ສຸຟີ ນໍລິນທາ ຮອງຫົວໜ້າກົມຮ່ວມມື ແລະ ທ່ານ ເພັດສະໝອນ ຕັນນຸວົງ ຮອງຫົວໜ້າກົມກວດກາ ອອກພັກການ-ຮັບອຸດໜູນບໍານານ ແລະ ໄດ້ແຕ່ງຕັ້ງ ທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມ ເປັນຮັກສາການຫົວໜ້າກົມໂຄສະນາ ເຜີຍແຜ່ກົດໝາຍ, ທ່ານ ນາງ ປາດຖະໜາ ບຸນເພັງ ຫົວໜ້າພາກວິຊາກົດໝາຍອາຍາ ແລະ ທ່ານ ພູມມີ ສົນລັດຕະນະທຳມະເທວາ ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ປະກັນຄຸນນະພາບການສຶກສາ ເປັນຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ທ່ານ ສະບາຍດີ ຄູນທະວົງ ຫົວໜ້າພະແນກ ເປັນຮອງຫົວໜ້າຫ້ອງການ, ທ່ານ ນາງ ວາລິດໄຊ ກອກມີລາ ຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ ເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ວົງສະຫວັນ ນວນນະວົງ ຫົວໜ້າພະແນກຄຸ້ມຄອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເປັນຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດກະຊວງຍຸຕິທຳ.

ໃນໂອກາດນີ້, ທ່ານ ຄຳພັນ ພົມມະທັດ ກໍໄດ້ໃຫ້ກຽດຂຶ້ມມອບດຳລັດ ແລະ ຂໍ້ຕົກ ລົງໃຫ້ຜູ້ທີ່ຖືກແຕ່ງຕັ້ງຕາມລຳດັບ ແລະ ໃຫ້ກຽດໂອ້ລົມ ເພື່ອເປັນເຂັ້ມທິດເຍື່ອງທາງ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງ ແລະ ຄະນະພັກໃຫ້ເອົາໃຈໃສໃນການຄຸ້ມຄອງ-ບໍລິ ຫານລັດໃຫ້ມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທຳ ແລະ ໄດ້ຮັບການປົກປ້ອງຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ ຕິດພັນກັບວຽກຈຸດສຸມ.

(ຂ່າວ-ພາບ: ບຸນຕອມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ