ກະຊວງຍຸຕິທຳ ເຊື່ອມຊຶມເອກະສານເພື່ອກະກຽມດຳເນີນກອງປະຊຸມໃຫຍ່3ຂັ້ນຂອງພັກ

ກະຊວງຍຸຕິທຳ ເຊື່ອມຊຶມເອກະສານເພື່ອກະກຽມດຳເນີນກອງປະຊຸມໃຫຍ່3ຂັ້ນຂອງພັກ
ຄະນະບໍລິຫານງານພັກກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຊື່ອມຊຶມບັນດາເນື້ອໃນເອກະສານຂອງສູນກາງພັກກ່ຽວກັບການກະກຽມແລະດຳເນີນກອງປະຊຸມໃຫຍ່3ຂັ້ນຂອງພັກຂຶ້ນໃນວັນທີ6ທັນວານີ້ ທີ່ກະຊວງດັ່ງກ່າວ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງເລຂາພັກ, ກຳມະການຄະນະປະຈຳພັກ, ກໍາມະການຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ໃນພິທີສະຫາຍເລຂາພັກ ແລະ ຮອງເລຂາພັກ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານສຳຄັນຊຶ່ງເນື້ອໃນເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເຜີຍແຜ່ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ; ເຜີຍແຜ່ບົດແນະນຳຂອງຫ້ອງວ່າການສູນກາງພັກ ເລກທີ 05/ຫສພ, ລົງວັນທີ 31 ຕຸລາ 2023 ກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງຂອງອົງຄະນະພັກແຕ່ລະຂັ້ນ; ເຜີຍແຜ່ຄຳແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ເລກທີ 254/ຄອສພ, ລົງວັນທີ 6 ພະຈິກ 2023 ກ່ຽວກັບການສ້າງສ້າງຂະ ບວນການເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເຜີຍແຜ່ຄຳແນະນຳຂອງຄະນະກວດກາສູນກາງພັກ ເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ແນະນຳການຂຽນບົດສຳຫຼວດ ການນຳພາລວມຂອງຄະນະພັກ; ບົດສຳຫຼວດຂອງບຸກຄົນ ຄະນະພັກ ແລະ ບົດສຳຫຼວດບຸກຄົນສະມາຊິກພັກ.
    ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງແລະໜັກແໜ້ນຮັບປະກັນການກໍ່ສ້າງພັກຕາມ5ຫຼັກການແລະ3ທິດນໍາຂອງພັກ, ຖືກຕ້ອງຕາມກົດລະບຽບພັກ, ເພີ່ມທະວີຄວາມສາມັກຄີ, ຍົກສູງຄວາມສາມາດນໍາພາແລະກຳລັງແຮງສູ້ຮົບຂອງການຈັດຕັ້ງພັກ; ເສີມຂະຫຍາຍປະຊາທິປະໄຕ,ເຊີດຊູສະຕິປັນຍາ, ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນແລະບັນດາອົງການຈັດຕັ້ງໃນລະບົບການເມືອງ;ເພື່ອກວດກາ, ຕີລາຄາການຜັນຂະຫຍາຍນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ, ກົດລະບຽບພັກ, ແຜນພັດທະນາເສດຖະກິດ-ສັງຄົມ5ປີແຫ່ງລັດຄັ້ງທີIX; ຕິດພັນກັບການປະຕິບັດມະຕິກອງປະຊຸມໃຫຍ່, ແຜນພັດທະນາກົດໝາຍແລະວຽກງານຍຸຕິທໍາ5ປີຂອງກະຊວງພ້ອມນັ້ນກຳນົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານ, ແຜນພັດທະນາກົດໝາຍແລະວຽກງານຍຸຕິທໍາ5ປີຕໍ່ໜ້າຂອງຄະນະພັກຂັ້ນຕົນໃຫ້ສອດຄ່ອງກັບຄວາມເປັນຈິງ, ພາວະວິໄສ, ຮອບດ້ານແລະສາມາດຈັດຕັ້ງປະຕິບັດໄດ້;ເພື່ອຄັດເລືອກບຸກຄະລາກອນທີ່ມີມາດຕະຖານ, ເງື່ອນໄຂປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນໃນລະບົບການເມືອງເພື່ອບຸກທະລຸສ້າງການຫັນປ່ຽນຢ່າງແຂງແຮງແລະເລິກເຊິ່ງ, ວຽກງານພະນັກງານຂອງຂະແໜງການຍຸຕິທຳສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ເພື່ອສ້າງຄວາມເຊື່ອໝັ້ນ, ສັດທາຂອງມະຫາຊົນຕໍ່ການນໍາພາຂອງຄະນະພັກແຕ່ລະຂັ້ນ;ເພື່ອຍູ້ແຮງການເຄື່ອນໄຫວວຽກງານຮອບດ້ານໃນທົ່ວອົງຄະນະພັກກະຊວງ, ປຸກລະດົມສະມາຊິກພັກ, ພະນັກງານເຂົ້າຮ່ວມພາລະກິດປົກປັກຮັກສາແລະພັດທະນາປະເທດຊາດ, ພັດທະນາຂະແໜງການຍຸຕິທຳໃຫ້ກາຍເປັນຂະບວນການກວ້າງຂວາງ, ຟົດຟື້ນ, ຕໍ່ເນື່ອງ; ຜ່ານຂະບວນການດັ່ງກ່າວສ້າງໄດ້ກົມກອງ, ບຸກຄົນທີ່ດີເດັ່ນໃນຂົງເຂດຍຸຕິທຳ.
ຂ່າວ-ພາບ: ພູວັນ

ຄໍາເຫັນ

ຂ່າວການເມືອງ

ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນວັນທີ 7 ເມສານີ້, ໂດຍການເປັນປະທານເຜີຍແຜ່ຂອງສະຫາຍ ພົຕ ຄອນສະຫວັນ ສົມພາໄຊ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ, ສະຫາຍ ພົຕ ສຸລິນະ ແກ້ວປະ ເສີດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ, ກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ ພ້ອມດ້ວຍນາຍຕຳຫຼວດເຂົ້າຮ່ວມ.
ອົງການກາແດງເຜີຍແຜ່ເອກະສານສຳຄັນຂອງພັກ

ອົງການກາແດງເຜີຍແຜ່ເອກະສານສຳຄັນຂອງພັກ

ອົງການກາແດງແຫ່ງຊາດລາວ (ກດລ) ໄດ້ຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71ປີ, ໃນວັນທີ 31 ມີນານີ້ ທີ່ຫ້ອງປະຊຸມ ຂອງສະຖາບັນເລືອດແຫ່ງຊາດ, ໂດຍການເປັນປະທານ ພ້ອມທັງໃຫ້ກຽດ ເຜີຍແຜ່, ເຊື່ອມຊຶມ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ, ປະທານອົງການກາແດງອຫ່ງຊາດລາວ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ.
ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ, ໃນວັນທີ 18 ມີນານີ້ ທີ່ສະໂມສອນຂອງ ຄອສພ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມ.
ສະພາທິດສະດີສູນກາງພັກສະຫຼຸບວຽກງານ 5 ປີ ແລະ ທິດທາງແຜນການຕໍ່ໜ້າ

ສະພາທິດສະດີສູນກາງພັກສະຫຼຸບວຽກງານ 5 ປີ ແລະ ທິດທາງແຜນການຕໍ່ໜ້າ

ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ຂອງສະພາທິດສະດີສູນກາງພັກ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ (2026-2030) ຂຶ້ນໃນວັນທີ 13 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ສະພາທິດສະດີສູນກາງພັກ (ສທພ) ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ສະຫາຍ ຄຳມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ, ສະຫາຍ ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍຄະນະປະຈໍາສະພາທິດສະດີສູນກາງພັກ, ບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫ້ອງການສະພາທິດສະດີສູນກາງພັກເຂົ້າຮ່ວມ.
ແຂວງວຽງຈັນ ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ແຂວງວຽງຈັນ ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໃນວັນທີ 12 ມີນານີ້, ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງວຽງຈັນ, ມີ ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ບັນດາເມືອງ ພາຍໃນແຂວງເຂົ້າຮ່ວມຮັບຟັງ.
ອອປສ ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ອອປສ ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 10 ມີນາ ຜ່ານມາ ທີ່ອົງການໄອຍະການປະຊາຊົນສູງສຸດ, ໂດຍການເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ), ມີບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະນໍາກົມ, ພະນັກຫຼັກແຫຼ່ງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນທ້ອງຖິ່ນ ເຂົ້າຮ່ວມ.
ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງເຊື່ອມຊຶມເອກະສານສໍາຄັນຂອງພັກ

ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງເຊື່ອມຊຶມເອກະສານສໍາຄັນຂອງພັກ

ວັນທີ 11 ມີນານີ້ ທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໂດຍເປັນປະທານຂອງ ສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ, ພະແນກການ-ກົມກອງ, ບັນດາເມືອງ-ນະຄອນ ຫຼວງພະບາງເຂົ້າຮ່ວມ.
ຫ້ອງວ່າການກະຊວງ ປກສ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ຫ້ອງວ່າການກະຊວງ ປກສ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ໃນວັນທີ 10 ມີນາ ຜ່ານມາ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມເຊື່ອມຊຶມເອກະສານບັ້ນດໍາເນີນຊີວິດການເມືອງ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026), ໃຫ້ກຽດເຜີຍແຜ່ເອກະສານໂດຍ ສະຫາຍ ພົຈວ ອານຸເດດ ຄູນຄຳ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການ ແລະ ສະຫາຍ ພົຈວ ແສງທອງ ເກື້ອບຸນລໍ່າ ຄະນະປະຈຳພັກຫ້ອງວ່າການ ກະຊວງ ປກສ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ມີຄະນະພັກ-ຄະນະຫ້ອງວ່າການ ພ້ອມດ້ວຍສະມາຊິກພັກ, ນາຍ ແລະ ພົນຕຳຫຼວດທົ່ວຫ້ອງວ່າການເຂົ້າຮ່ວມ.
ກອງປະຊຸມວິສາມັນ ຄົບຄະນະບໍລິຫານງານພັກຄັ້ງທີ 4 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມວິສາມັນ ຄົບຄະນະບໍລິຫານງານພັກຄັ້ງທີ 4 ສະໄໝທີ V ສານປະຊາຊົນສູງສຸດ

ໃນວັນທີ 11 ມີນາ ນີ້, ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມວິສາມັນ ຄົບຄະນະບໍລິຫານງານພັກຄັ້ງທີ 4 ສະໄໝທີ V ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງຮອງເລຂາຄະນະປະຈຳພັກ ຄະນະພັກເຂົ້າຮ່ວມ.
ສນຫລ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສນຫລ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຂຶ້ນໃນວັນທີ 11 ມີນານີ້ ທີ່ ສນຫລ ໂດຍການເປັນປະທານຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານ ສນຫລ, ມີຮອງປະທານ ສນຫລ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ