![]() |
ຜົນຂອງການແຂ່ງຂັນ ທີ 1.ກະຊວງປ້ອງກັນປະເທດ ໄດ້ທັງໝົດ 6 ຫຼຽນຄໍາ, 2 ຫຼຽນເງິນ ແລະ 4 ຫຼຽນທອງ, ທີ 2 ແຂວງສະຫວັນນະເຂດ ໄດ້ 5 ຫຼຽນຄໍາ, 3 ຫຼຽນເງິນ, 4 ຫຼຽນທອງ, ທີ 3 ແຂວງຊຽງຂວາງ ໄດ້ 3 ຫຼຽນຄໍາ, 5 ຫຼຽນເງິນ, 4 ຫຼຽນທອງ, ທີ 4 ນະຄອນຫຼວງວຽງຈັນ ໄດ້ 2 ຫຼຽນຄໍາ, 3 ຫຼຽນເງິນ, 8 ຫຼຽນທອງ, 5 ແຂວງວຽງຈັນ ໄດ້ 2 ຫຼຽນຄໍາ, 3 ຫຼຽນທອງ, ທີ 6 ແຂວງຄຳມ່ວນ 1 ຫຼຽນຄໍາ, 6 ຫຼຽນເງິນ, 6 ຫຼຽນທອງ ແລະ ທີ 7 ແຂວງອັດຕະປື 1 ຫຼຽນຄໍາ, 1 ຫຼຽນເງິນ ແລະ 2 ຫຼຽນທອງ.
![]() |
ກິລາຢູໂດ ແມ່ນໜຶ່ງໃນຈຳນວນ 33 ປະເພດກິລາ ທີ່ຈັດແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ເພື່ອຊີງຄວາມເປັນໜຶ່ງຂອງນັກກິລາຢູໂດ ແລະ ຄວາມສາມັກຄີ ມິດຕະພາບທີ່ດີລະຫວ່າງແຂວງ ກັບບັນດາກະຊວງ ແລະ ເປັນການຮັດແໜ້ນຄວາມມີນໍ້າໃຈຂອງນັກກິລາ ເພື່ອພ້ອມກັນພັດທະນາກິລາຢູໂດ ໃຫ້ກ້າວໄປສູ່ລະດັບພາກພື້ນ ແລະ ສາກົນ.
![]() |
ຂ່າວ - ພາບ: ຍຸພິນທອງ



ຄໍາເຫັນ