ກະຊວງປ້ອງກັນປະເທດ ປະດັບຫຼຽນໄຊໃຫ້ກົມໃຫຍ່ II ກະຊວງປ້ອງກັນປະເທດຫວຽດນາມ

ກະຊວງປ້ອງກັນປະເທດ ປະດັບຫຼຽນໄຊໃຫ້ກົມໃຫຍ່ II ກະຊວງປ້ອງກັນປະເທດຫວຽດນາມ

ກະຊວງປ້ອງກັນປະເທດ ປະດັບຫຼຽນໄຊໃຫ້ກົມໃຫຍ່ II ກະຊວງປ້ອງກັນປະເທດຫວຽດນາມ
ພິທີປະດັບຫຼຽນໄຊລັດຖະບານ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ກົມໃຫຍ່ II ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ທີ່ມີຜົນງານດີເດັ່ນໃນການຮ່ວມມື ແລະ ຊ່ວຍເຫຼືອກອງທັບປະຊາຊົນລາວຕະຫຼອດໄລຍະຜ່ານມາ, ເນື່ອງໃນໂອກາດວັນມູນເຊື້ອກົມໃຫຍ່ II ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຄົບຮອບ 80 ປີ ຈັດຂຶ້ນໃນວັນທີ 9 ມີນາຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ໂດຍສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຟານ ວັນຢາງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີຄະນະນໍາກະຊວງປ້ອງກັນປະເທດກໍາປູເຈຍ, ເອກອັກຄະລັດຖະທູດ ສ ກູບາ ປະຈໍາຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ-ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກະຊວງປອງກນປະເທດ ປະດບຫຽນໄຊໃຫກມໃຫຍ II ກະຊວງປອງກນປະເທດຫວຽດນາມ - image 1
 

ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊອິດສະຫຼະ, ຫຼຽນໄຊແຮງງານ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊພິລະອາດຫານ ໃຫ້ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ສະໜັບສະໜູນອັນໃຫຍ່ຫຼວງໃຫ້ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວຕະຫຼອດມາ, ເນື່ອງໃນໂອກາດວັນມູນເຊື້ອກົມໃຫຍ່ II ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຄົບຮອບ 80 ປີ, ເປັນການເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ. ໃນນີ້, ປະທານປະເທດ ສປປ ລາວ ອອກລັດຖະດໍາລັດ ປະດັບຫຼຽນໄຊອິດສະຫຼະຊັ້ນ II ຈໍານວນ 2 ສະຫາຍ ແລະ 1 ກົມກອງ, ຫຼຽນໄຊອິດສະຫຼະຊັ້ນ III ຈໍານວນ 2 ສະຫາຍ ແລະ 2 ກົມກອງ, ຫຼຽນໄຊແຮງງານຊັ້ນ I ຈໍານວນ 6 ສະຫາຍ, ຫຼຽນໄຊແຮງງານຊັ້ນ II ຈໍານວນ 4 ສະຫາຍ ແລະ 8 ກົມກອງ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 12 ສະຫາຍ ແລະ 1 ກົມກອງ ແລະ ກະຊວງປ້ອງກັນປະເທດ ຕົກລົງປະດັບຫຼຽນໄຊພິລະອາດຫານຊັ້ນ II ຈໍານວນ 7 ສະຫາຍ. ໂດຍການໃຫ້ກຽດຂຶ້ນປະດັບຫຼຽນໄຊຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນການພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ.

ກະຊວງປອງກນປະເທດ ປະດບຫຽນໄຊໃຫກມໃຫຍ II ກະຊວງປອງກນປະເທດຫວຽດນາມ - image 2
 

ໂອກາດນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ກ່າວມີຄໍາເຫັນວ່າ: ສຸດທີ່ມີຄວາມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ກໍຄືກະຊວງປ້ອງກັນປະເທດ ໄດ້ເປັນກຽດປະດັບບັນດາຫຼຽນໄຊຂອງລັດຖະບານລາວ ແລະ ຂອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນ ກົມໃຫຍ່ II ກະຊວງປ້ອງກັນປະເທດຫວຽດນາມ ທີ່ມີຜົນງານດີເດັ່ນໃນການປະສານສົມທົບຊ່ວຍເຫຼືອ ສະໜັບສະໜູນອັນໃຫຍ່ຫຼວງໃຫ້ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວຕະຫຼອດມາ, ການຍ້ອງຍໍໃນຄັ້ງນີ້ ບໍ່ພຽງແຕ່ຢູ່ໃນທ່າມກາງຜົນສໍາເລັດທີ່ ສສ ຫວຽດນາມ ຍາດມາໄດ້ຕະຫຼອດໄລຍະ 80 ປີ ແຫ່ງການສະຖາປະນາ ກໍຄືໃນທ່າມກາງບັນຍາກາດຂອງການສະເຫຼີມສະຫຼອງວັນມູນເຊື້ອກົມໃຫຍ່ II ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ ຊຶ່ງຕະຫຼອດໄລຍະ 80 ປີທີ່ຜ່ານມາ, ກົມໃຫຍ່ II ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ ວິຊາສະເພາະຂອງຕົນຢ່າງມີຄວາມຮັບຜິດຊອບ ແລະ ມີຜົນສໍາເລັດຕະຫຼອດມາ.

ກະຊວງປອງກນປະເທດ ປະດບຫຽນໄຊໃຫກມໃຫຍ II ກະຊວງປອງກນປະເທດຫວຽດນາມ - image 3
 

ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ, ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວ ຂໍຈົດຈໍາບຸນຄຸນ ແລະ ຄຸນງາມຄວາມດີຂອງບັນດາສະຫາຍ ເຂົ້າໃນປຶ້ມປະຫວັດສາດໜ້າຄໍາຂອງ ສປປ ລາວ. ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ຜົນງານທີ່ພວກສະຫາຍຍາດມາໄດ້ໃນຕະຫຼອດໄລຍະ 80 ປີທີ່ຜ່ານມາ. ຫວັງວ່າ: ກົມໃຫຍ່ II ກະຊວງປ້ອງກັນຊາດ ສສ ຫວຽດນາມ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ປະສານສົມທົບກັບກະຊວງປ້ອງກັນປະເທດ, ກອງທັບປະຊາຊົນລາວ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ. ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ກະຊວງປອງກນປະເທດ ປະດບຫຽນໄຊໃຫກມໃຫຍ II ກະຊວງປອງກນປະເທດຫວຽດນາມ - image 4
 

ຂ່າວ: ສົມພອນ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ