ກະຊວງສາທາລະນະສຸກ ສະເໜີປັບປຸງກົດໝາຍວ່າດ້ວຍການປິ່ນປົວ

ກະຊວງສາທາລະນະສຸກ ສະເໜີປັບປຸງກົດໝາຍວ່າດ້ວຍການປິ່ນປົວ
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກໄດ້ຂຶ້ນສະເໜີກົດໝາຍວ່າດ້ວຍການປິ່ນປົວສະບັບປັບປຸງໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 15 ພະຈິກນີ້, ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ. 
ກົດໝາຍວ່າດ້ວຍການປິ່ນປົວໄດ້ກຳນົດຫຼັກການແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານປິ່ນປົວ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄຸນນະພາບ, ມີຄວາມປອດໄພ ແລະ ທັນສະໄໝ ຊຶ່ງກົດໝາຍດັ່ງກ່າວໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2005. ຜ່ານການນໍາໃຊ້ເຫັນວ່າຍັງມີບາງເນື້ອໃນບໍ່ທັນຄົບຖ້ວນ ແລະ ຍັງບໍ່ທັນກວມເອົາຫຼາຍໆໜ້າວຽກຂອງການປິ່ນປົວ; ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ມີການປັບປຸງກົດໝາຍດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປິ່ນປົວໃຫ້ມີຄຸນນະພາບ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ຮ່າງກົດໝາຍສະບັບນີ້ປະກອບມີ 9 ພາກ, 4 ໝວດ, 72 ມາດຕາ, ໃນນັ້ນປັບປຸງ 47 ມາດຕາເພີ່ມເຂົ້າໃໝ່ 1 ພາກ, 15 ມາດຕາ.ຄາດຄະເນຜົນໄດ້ຮັບດັ່ງນີ້:
1. ສາມາດຕິດຕາມ, ຄຸ້ມຄອງ ແລະ ກວດກາວຽກງານປິ່ນປົວທາງພາກລັດ ແລະ ເອກະຊົນໃຫ້ປະຕິບັດໜ້າທີ່ຂອງຕົນຢ່າງຖືກຕ້ອງ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ບໍລິການກໍຄືຄົນເຈັບ;
2. ສາມາດຍົກລະດັບວຽກງານການປິ່ນປົວ, ເຮັດໃຫ້ຕາໜ່າງສາທາລະນະສຸກໃນຂອບເຂດທົ່ວປະເທດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຮັບການຈັດຕັ້ງຢ່າງເປັນລະບົບຄົບຊຸດ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນ;
3. ແພດໝໍມີນໍ້າໃຈເສຍສະຫຼະ, ມີມະນຸດສະທຳ, ຈັນຍາທຳ ແລະ ຄຸນສົມບັດສິນທຳປະຕິວັດຊຶ່ງໄດ້ກຳນົດແຈ້ງຈັນຍາບັນຂອງຜູ້ປະກອບວິຊາຊີບປິ່ນປົວ ແລະ ຂໍ້ຫ້າມສຳລັບຜູ້ປະກອບວິຊາຊີບປິ່ນປົວ;
4. ຄຸ້ມຄອງບັນດາຫ້ອງກວດພະຍາດເອກະຊົນ ແລະ ສູນເສີມຄວາມງານ ທີ່ຖືກຕ້ອງທາງດ້ານການແພດໃຫ້ສາມາດຕິດຕາມກວດກາໄດ້ ລວມໄປເຖີງການອອກໃບອະນຸຍາດໃນການດໍາເນີນການ;
5. ປະກອບສ່ວນໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ SDGs ຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກແລະ ເພີ່ມອັດຕາການເກີດລູກມີແພດຊ່ວຍ;
6. ກ້າວໄປສູ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ.
ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນຕອນເຊົ້າຂອງວັນທີ 26 ສິງຫາ ນີ້ ທີ່ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໄດ້ດໍາເນີນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ພາຍໃຕ້ການເປັນປະທານຂອງ ສະຫາຍ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ, ພ້ອມດ້ວຍສະມາຊິກພັກ-ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ທອງລີ ສີສຸລິດ ເປັນເລຂາ ຄຊປປລ ສະໄໝທີ IX

ສະຫາຍ ທອງລີ ສີສຸລິດ ເປັນເລຂາ ຄຊປປລ ສະໄໝທີ IX

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ເຫັນດີເປັນເອກະສັນເລືອກຕັ້ງເອົາ ສະຫາຍ ທອງລີ ສີສຸລິດ ເປັນເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ສະໄໝທີ IX. ກອງປະຊຸມດັ່ງກ່າວ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 26 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ໂດຍການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາ ຄຊປປລ, ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ບັນດາສະຫາຍຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນທະນູ ທຳມະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ  ຄັ້ງທີ VIII

ສະຫາຍ ສອນທະນູ ທຳມະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ເປີດຂຶ້ນໃນວັນທີ 25 ສິງຫາ ແລະ ປິດລົງດ້ວຍຜົນສຳເລັດຢ່າງຈົບງານ ໃນວັນທີ 26 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກ,ສະມາຊິກພັກ ແລະ ແຂກຖືກເຊີນ ທີ່ມາຈາກສູນກາງ ແລະ ຕາງໜ້າຄະນະລິຫານງານພັກນະຄອນຫຼວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.
ສະຫາຍ ວຽງສະຫວັດ ສີພັນດອນ ຖືກເລືອກເປັນເລຂາຄະນະບໍລິຫານງານພັກແຂວງ ຫຼວງນໍ້າທາ

ສະຫາຍ ວຽງສະຫວັດ ສີພັນດອນ ຖືກເລືອກເປັນເລຂາຄະນະບໍລິຫານງານພັກແຂວງ ຫຼວງນໍ້າທາ

ໃນວັນທີ 25-26 ສິງຫາ 2025 ນີ້ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ IX ຂຶ້ນ ທີ່ຫໍວັດທະນະທຳແຂວງ ໂດຍການເປັນປະທານຂອງສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ,ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຜູ້ຊີ້ນຳແຂວງ ຫຼວງນໍ້າທາ,ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານອະວຸໂສບຳນານ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ
ກອງປະຊູມໃຫ່ຍຜູ້ແທນອົງຄະນະພັກແຂວງຫຼວງນໍ້າທາ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊູມໃຫ່ຍຜູ້ແທນອົງຄະນະພັກແຂວງຫຼວງນໍ້າທາ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊູມໃຫ່ຍຜູ້ແທນອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 25 ສິງຫານີ້ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສຸນກາງພັກ ເລຂາຄະນະບໍລີຫານງານພັກແຂວງ ເຈົ້າແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ, ມີການນຳຂັ້ນສຸນກາງ. ຂັ້ນແຂວງ, ແຂກຖືກເຊີນ, ແລະ ຜູ້ແທນສົມບູນເຂົ້າຮ່ວມ ທັງໝົດມີ 261 ສະຫາຍ ຍິງ 34 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊີກພັກທົ່ວແຂວງຫຼວງນໍ້າທາ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ເປີດຂຶ້ນໃນວັນທີ 25 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ສອນທະນູ ທໍາມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ແຂກທີ່ຖືກເຊີນ ທີ່ມາຈາກສູນກາງ ແລະ ຕາງໜ້າຄະນະລິຫານງານພັກນະຄອນຫຼວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກອົງການກວດສອບແຫ່ງລັດ ຄັ້ງທີ III

ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກອົງການກວດສອບແຫ່ງລັດ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ອົງຄະນະພັກ ອົງການກວດສອບແຫ່ງລັດ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 25 ສິງຫາ ນີ້ ທີ່ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.
ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງໄຊທານີ

ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງໄຊທານີ

ໃນວັນທີ 22 ສິງຫານີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາ ຊົນ ນະຄອນຫຼວງວຽງຈັນ (ສສ ນວ), ນຳໂດຍ ທ່ານ ບຸນຕາ ເທບພະວົງ ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV ທີ່ສະໂມສອນປົກຄອງເມືອງໄຊທານີ ນະຄອນຫຼວງວຽງງຈັນ ຊຶ່ງມີຮອງເລຂາພັກເມືອງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ນາຍ-ພົນຕຳຫຼວດ, ນາຍ-ພົນທະຫານ ແລະ ພະນັກງານ-ລັດຖະກອນພາຍໃນເມືອງດັ່ງກ່າວເຂົ້າຮ່ວມ.
ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງຫາດຊາຍຟອງ

ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງຫາດຊາຍຟອງ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ), ນຳໂດຍ ທ່ານ ນາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະທານຄະນະກຳມະການວັດທະນາທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນະຄອນຫຼວງວຽງຈັນ,
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ພາຍຫຼັງສໍາເລັດການປະກາດຜົນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງ ສາລະວັນ ສະໄໝທີ X ໃນຕອນເຊົ້າວັນທີ 7 ສິງຫາ ຜ່ານມາ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນ ສະໄໝທີ X ໂດຍມີ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ຜູ້ຕາງໜ້າກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ, ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.
ເພີ່ມເຕີມ