![]() |
ການຈັດກິດຈະກຳໃນຄັ້ງນີ້, ເພື່ອປຸກລະດົມຈິດໃຈຂອງສັງຄົມໃຫ້ຕື່ນຕົວ, ຮັບຮູ້ ແລະ ເຂົ້າໃຈເຖິງໄພອັນຕະລາຍຂອງການຄ້າມະນຸດ ຊຶ່ງເປັນບັນຫາສາກົນທີ່ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ສິດທິມະນຸດ, ຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ພ້ອມດຽວກັນນັ້ນ, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ປະຊາຊົນຫັນມາອອກກຳລັງກາຍເພື່ອສຸຂະພາບ ໄປພ້ອມໆກັບການສ້າງກະແສສັງຄົມໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການຕ້ານ ແລະ ສະກັດກັ້ນອາຊະຍາກຳດັ່ງກ່າວ.
![]() |
ໃນປັດຈຸບັນ, ສະພາບການຄ້າມະນຸດໃນລະດັບໂລກ ແລະ ພາກພື້ນ ຍັງຄົງມີຄວາມສັບສົນ ແລະ ປ່ຽນ ແປງຮູບແບບໄປຕາມຍຸກສະໄໝ ໂດຍສະເພາະຜົນກະທົບຈາກວິກິດການຕ່າງໆ ເຊັ່ນ: ການລະບາດຂອງພະຍາດໂຄວິດ-19, ບັນຫາເສດຖະກິດຕົກຕໍ່າ, ຄວາມທຸກຍາກ ແລະ ຄວາມຕ້ອງການວຽກເຮັດງານທຳ ຊຶ່ງກຸ່ມຄົນບໍ່ຫວັງດີໄດ້ສວຍໂອກາດຫຼອກລວງປະຊາຊົນຜູ້ດ້ອຍໂອກາດຜ່ານຊ່ອງທາງອອນລາຍ, ການສັນຍາຈ້າງງານທີ່ບໍ່ຖືກຕ້ອງ ນຳໄປສູ່ການຖືກບັງຄັບໃຊ້ແຮງງານ, ການຄ້າປະເວນີ ແລະ ການຕົກເປັນເຫຍື່ອຂອງອາຊະຍາກຳເຕັກໂນໂລຊີ.
![]() |
ຂ່າວ: ກອງຄໍາ



ຄໍາເຫັນ