ຄຳມ່ວນ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາສົກຮຽນ 2025-2026

ຄຳມ່ວນ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາສົກຮຽນ 2025-2026

ຄຳມ່ວນ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາສົກຮຽນ 2025-2026
ກອງປະຊຸມ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ສົກຮຽນ 2025-2026 ແຂວງຄໍາມ່ວນ ໄດ້ໄຂຂຶ້ນໃນວັນທີ 25 ສິງຫາ 2026 ທີ່ແຂວງຄຳ​ມ່ວນ ໂດຍການເປັນປະທານຂອງທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄຳມວນ ຈດກອງປະຊມ ຜບລຫານການສກສາສກຮຽນ 2025-2026 - image 1
 

ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດຕົວຈິງໃນສົກຮຽນ 2025-2026 ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນແຕ່ລະດ້ານຄື: ຜົນການຈັດຕັ້ງປະຕິບັດ 10 ຄາດໝາຍທີ່ສະພາປະຊາຊົນແຂວງຮັບຮອງ (ບັນລຸ 8 ຄາດໝາຍ, ບໍ່ບັນລຸ 2 ຄາດໝາຍ) ໃນນັ້ນ, ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີໃນຊັ້ນການສຶກສາກ່ອນໄວຮຽນປະຕິບັດໄດ້ 72.7% (ຄາດໝາຍ 80.8%) ບໍ່ບັນລຸຄາດໝາຍ; ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ທຽບໃສ່ເດັກ 6 ປີປະຕິບັດໄດ້ 96.5% (ຄາດໝາຍ 96.4% ) ບັນລຸຄາດໝາຍ; ອັດຕາປະລະການຮຽນ ຊັ້ນປະຖົມສຶກສາປະຕິບັດໄດ້ 5.5% (ຄາດໝາຍ 4.5% ) ບໍ່ບັນລຸຄາດໝາຍ; ອັດຕາການເລື່ອນຊັ້ນ ປ.5 ຂຶ້ນ ມ.1 ປະຕິບັດໄດ້ 85.3 % (ຄາດໝາຍ 81.4% ) ບັນລຸຄາດໝາຍ; ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 64.8%(ຄາດໝາຍ 64.2% ) ບັນລຸຄາດໝາຍ; ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 12.5%(ຄາດໝາຍ 14%) ບັນລຸຄາດໝາຍ; ເປີເຊັນຂອງຄູປະຈຳການ ແລະ ຜູ້ເຮັດວຽກສຶກສານິເທດທຸກຊັ້ນ ໄດ້ຮັບການພັດທະນາວິຊາຊີບແບບຕໍ່ເນື່ອງສະເລ່ຍ 30% ຕໍ່ປີປະຕິບັດໄດ້ 41.6% (ຄາດໝາຍ 30%) ບັນລຸຄາດໝາຍ; ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 2,204 ຄົນ (ຄາດໝາຍ 1,200 ຄົນ ) ບັນລຸຄາດໝາຍ; ຈໍານວນນັກສຶກສາທີ່ຈົບອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບຕາມຫຼັກສູດທາງການປະຕິບັດໄດ້ 3,077 ຄົນ (ຄາດໝາຍ 2,000 ຄົນ) ບັນລຸຄາດໝາຍ; ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວເຂົ້າຮ່ວມການຫັດກາຍະບໍລິຫານ,ການອອກກໍາລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກຳການແຂ່ງຂັນກິລາປະຈໍາປີ, ກິລາວັນບຸນປະເພນີ, ກິລາວັນບຸນສໍາຄັນຕ່າງໆ ຂອງຊາດ ແລະ ສາກົນປະຕິບັດໄດ້ 39.4% (ຄາດໝາຍ 38%) ບັນລຸຄາດໝາຍ. ນອກຈາກນີ້ແລ້ວ ຍັງມີວຽກງານອຶ່ນໆ ອີກຈຳນວນໜຶ່ງ.

ຄຳມວນ ຈດກອງປະຊມ ຜບລຫານການສກສາສກຮຽນ 2025-2026 - image 2
 

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ປະຈຳສົກຮຽນ 2024-2025, ການລາຍງານສະພາບການເຂົ້າຮຽນຂອງເດັກ 5 ປີ ພ້ອມວິທີແກ້ໄຂ, ການຈັດຕັ້ງປະຕິບັດການຮຽນ-ການສອນ, ການກະກຽມຄວາມພ້ອມເປີດສົກຮຽນໃໝ່, ການກະກຽມຄວາມພ້ອມໃນການປະຕິບັດຮູບລະບົບການສຶກສາສາຍສາມັນ 6+3+3, ການຈັດຕັ້ງປະຕິບັດວຽກງານການສຶກສານອກໂຮງຮຽນ ແລະ ອົບຮົມວິຊາຊີບຂັ້ນຟື້ນຖານ, ການຊຸກຍູ້ສົ່ງເສີມການຮຽນຄູ, ການແກ້ໄຂການຂາດຄູໄລຍະສັ້ນ ແລະ ໄລຍະຍາວ, ການປັບປຸງກົງຈັກຂັ້ນພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ.

ຄຳມວນ ຈດກອງປະຊມ ຜບລຫານການສກສາສກຮຽນ 2025-2026 - image 3
 

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳຄິດເຫັນ ເພື່ອເຮັດໃຫ້ວຽກງານການສຶກສາ ແລະ ກິລາ ໄດ້ຮັບການປັບປຸງຄືນໃໝ່ ໂດຍສະເພາະແມ່ນ ບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນບັນດາເມືອງຕ່າງໆ ໃນໄລຍະຜ່ານມາ ເຊິ່ງໄດ້ສ້າງຜົນເສຍຫາຍເປັນຈຳນວນຫຼາຍໃນຂົງເຂດວຽກງານການສຶກສາ, ພ້ອມນັ້ນກໍເລັ່ງໃຫ້ບັນດາເມືອງມີການເກັບກໍາຂໍ້ມູນໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເພື່ອທີ່ຈະໄດ້ມີການປັບປຸງແກ້ໄຂ, ສ້ອມແປງໃຫ້ທ່ວງທັນກັບການເປີດສົກຮຽນໃໝ່ 2026-2027 ເພື່ອເຮັດໃຫ້ການປັບປຸງວຽກງານການຮຽນ-ການສອນໃຫ້ໄດ້ຮັບຄຸນນະພາບດີກວ່າເກົ່າ.

ຂ່າວ: ແຂວງຄຳມ່ວນ

ຄໍາເຫັນ

ຂ່າວສືກສາ-ກິລາ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ວັນທີ 31 ຕຸລາຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ສະຖາບັນຣັຕະນະບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກສຶກສາ 2025-2026 ແລະ ທງວາງທິດທາງແຜນການສົກສຶກສາ 2026-2027 ພ້ອມທັງມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ລະບົບ 4 ປີ ຮຸ່ນທີ IV (ສົກສຶກສາ 2022-2026) ຈຳນວນ 251 ຄົນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ແລະ ທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານສະຖາບັນຣັຕະນະບໍລິຫານທຸລະກິດ, ມີປະທານສະພາທີ່ປຶກສາສະຖາບັນຣັຕະນະບໍລິຫານທຸລະກິດ, ແຂກຖືກເຊີນ, ມີບັນດາຄະນະບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ເຂົ້າຮ່ວມ.
ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກໃຫ້ພະນັກງານ ສກລ ໃນວັນທີ 29 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກຮອງປະທານສູນກາງສະຫະພັນກໍາມະບານລາວ, ມີບັນດາຕາງໜ້າກົມ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ ຍິງ 28 ສະຫາຍເຂົ້າຮ່ວມ.
ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ທີມບານເຕະຫຼານນ້ອຍເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສະໂມສອນ ເບ ສະຫວັນ ເອັບຊີ ຊຸດກຽມເດີນທາງໄປປະເທດສິງກະໂປ ຮ່ວມແຂ່ງຂັນບານເຕະເຍົາວະຊົນນານາຊາດລາຍການສິງກາ ຄັບ 2026 ຫຼື Singa Cup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ຊຶ່ງລາຍການດັ່ງກ່າວມີ 36 ທີມແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊ.
ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ຄູມີບົດບາດສຳຄັນຫຼາຍຕໍ່ການຮຽນຮູ້ຂອງເດັກ ແລະ ຕໍ່ອະນາຄົດຂອງປະ​ເທດ,ເຂົາເຈົ້າເປັນຫົວໃຈຫຼັກຂອງລະບົບການສຶກສາ.ເຖິງຢ່າງໃດກໍຕາມ, ຄູຫຼາຍທ່ານໄດ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ແລະ ພົບສິ່ງທ້າຍໃນວຽກງານ,ຄູຈຳນວນໜຶ່ງຕ້ອງສອນນັກຮຽນທີ່ຢູ່ໃນລະດັບຂັ້ນຮຽນຕ່າງກັນໃນຫ້ອງຮຽນດຽວກັນ, ໃນຂະນະທີ່ບາງຄົນຕ້ອງສອນເດັກທີ່ເວົ້າພາສາເຜົ່າຕ່າງກັນຢູ່ໃນຄອບຄົວ ແລະ ອາດຈະຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຮຽນ-ການສອນ.ດັ່ງນັ້ນ, ຄູຈຶ່ງຕ້ອງການການສະໜັບສະໜູນທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ຢ່າງທົ່ວເຖິງ.
ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສະຫະພັນກິລາບານສົ່ງແຂວງຈໍາປາສັກ​ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ​​ ໃນງານບຸນອອກພັນສາປະວໍຣະນາ ແລະ​ ຊ່ວງເຮືອປະຈຳປີ 2026​ ທີ່​ນະຄອນປາກເຊ​ ຈັດຂຶ້ນໃນລະຫວ່າງວັນທີ 23​ - 26 ຕຸລາຜ່ານມາ,​ ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸຂີໂຕ ຫົງວັນທອງ ຄະນະສະຫະພັນກິລາບານສົ່ງແຂວງ, ມີທີມນັກກິລາ, ມີຜູ້ຊົມ-ເຊຍ, ແຂກຖືກເຊີນເຂົ້າຮ່ວມ.
ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

​ ສະຫະພັນກິລາບານສົ່ງແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມ (ປະເພດທີມຊາຍ) ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອສະເຫຼີມສະຫຼອງງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງຈໍາປາສັກ ຊຶ່ງ​ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2026 ໂດຍມີທັງໝົດ 14 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ທີມຈາກ​ນະຄອນຫຼວງວຽງຈັນ 1 ທີມ, ​ແຂວງເຊກອງ 1 ທີມ ແລະ ​ສະໂມສອນພາຍໃນແຂວງຈຳປາສັກຈຳນວນ 12 ທີມ.
ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ໃນວັນທີ 25 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໄດ້ຈັດພີທີປິດງານສັບປະດາດີຈີຕອນລາວ (Lao Digital Week) ປະຈຳປີ 2026. ໂດຍການເຂົ້າຮ່ວມເປັນປະທານກ່າວປິດຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າອອ້ມຂ້າງກະຊວງ, ຄະນະຜູ້ອຳນວຍການ, ຜູ້ຕາງໜ້າບັນດາບໍລິສັດ ແລະ ຜູ້ປະກອບການທີ່ໃຫ້ການຜູ້ສະໜັບສະໜູນເຂົ້າຮ່ວມວາງສະແດງ, ນັກວິທະຍາກອນ, ແຂກຖືກເຊີນ, ນັກຮຽນນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 300 ຄົນ.
ເພີ່ມເຕີມ