![]() |
ໂຄງການປັບປຸງ ແລະ ບູລະນະ ສວນອະນຸສາວະລີປະທານ ໄກສອນ ພົມວິຫານ ມີເປົ້າໝາຍເພື່ອປັບປຸງພູມີທັດໃຫ້ສວຍງາມ ແລະ ເປັນລະບຽບ, ພ້ອມທັງກໍ່ສ້າງພື້ນທີ່ພັກຜ່ອນສາທາລະນະ ແລະ ສິ່ງອໍານວຍຄວາມສະດວກ ເພື່ອຮອງຮັບປະຊາຊົນ ແລະ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ.
![]() |
ພ້ອມກັນນັ້ນ, ແຂວງຍັງກໍານົດເອົາສວນອະນຸສາວະລີແຫ່ງນີ້, ພັດທະນາເປັນສວນສາທາລະນະທີ່ທັນສະໄໝ, ເປັນຈຸດເດັ່ນດ້ານພູມີທັດຂອງເມືອງທ່າແຂກ, ຊ່ວຍດຶງດູດນັກທ່ອງທ່ຽວ, ກະຕຸ້ນການພັດທະນາເສດຖະກິດທ້ອງຖິ່ນ ແລະ ຍົກລະດັບພາບລັກຂອງເມືອງທ່າແຂກ ໃຫ້ເປັນແຫຼ່ງພັກຜ່ອນ ແລະ ແຫຼ່ງທ່ອງທ່ຽວສໍາຄັນຂອງແຂວງໃນອະນາຄົດ ຊຶ່ງໂຄງການດັ່ງ ກ່າວຈະເລີ່ມດຳເນີນການກໍ່ສ້າງໃນໄວໆ ນີ້.
![]() |
ຂ່າວ: ມະນີວັນ



ຄໍາເຫັນ