![]() |
ໝົດ 30 ຫຼຽນຄໍາ, 30 ຫຼຽນເງິນ ແລະ 29 ຫຼຽນທອງ, ມີ 6 ພາກສ່ວນເຂົ້າຮ່ວມການແຂ່ງຂັນ ປະກອບມີ ກະຊວງ ປກສ, ແຂວງຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ເຈົ້າພາບ, ສະເພາະແຂວງຄໍາມ່ວນ ແມ່ນໄດ້ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນຈໍານວນ 13 ລາຍການຄື: ລອຍທໍາມະດາ 50 ແມັດ, ລອຍທໍາມະດາ 100 ແມັດ, ລອຍທໍາມະດາ 200 ແມັດ, ລອຍທໍາມະດາ 400 ແມັດ, ລອຍທໍາມະດາ 800 ແມັດ, ລອຍຫງາຍ 50 ແມັດ, ລອຍຫງາຍ 100 ແມັດ, ລອຍແມງກະເບື້ອ 50 ແມັດ, ລອຍແມງກະເບື້ອ 100 ແມັດ, ລອຍທີມທຳມະດາ ປະສົມ 4x100 ແມັດ, ລອຍດ່ຽວປະສົມ 4x50 ແມັດ, ລອຍກົບ 50 ແມັດ, ລອຍກົບ 200 ແມັດ, ຜ່ານການແຂ່ງຂັນ ມາຮອດວັນທີ 17 ພະຈິກນີ້ ແຂວງຄໍາມ່ວນ ສາມາດຍາດໄດ້2 ຫຼຽນຄໍາ, 3 ຫຼຽນເງິນ ແລະ 3 ຫຼຽນທອງ, ຊຶ່ງຫຼຽນຄໍາ ແມ່ນໄດ້ຈາກ ນາງ ສີລິອາລຸນ ບຸດຈະເລີນ ປະເພດລອຍທຳມະດາ 50 ແມັດ ແລະ ນາງ ໄອຣິນ ພົມມະຈັກ ປະເພດລອຍດ່ຽວປະສົມ 4x50 ແມັດ.
![]() |
ສຳລັບລາຍການແຂ່ງຂັນ ໃນວັນທີ 18 ພະຈິກ ແມ່ນຮອບຊີງຊະນະເລີດໃນປະເພດ ລອຍຫງາຍ 200 ແມັດ (ຊາຍ), ລອຍຫງາຍ 50 ແມັດ (ຍິງ), ລອຍຫງາຍ 50 ແມັດ (ຊາຍ), ລອຍກົບ 200 ແມັດ (ຍິງ), ລອຍກົບ 200 ແມັດ (ຊາຍ), ລອຍທໍາມະດາ 100 ແມັດ (ຍິງ) ແລະ ລອຍທໍາມະດາ 100 ແມັດ (ຍິງ) ເຊິ່ງຈະເລີ່ມການແຂ່ງຂັນ ແຕ່ເວລາ 14:00 ໂມງເປັນຕົ້ນໄປ.ພາບ:ຂ່າວ: ບຸນອູ້ມ


ຄໍາເຫັນ