![]() |
ທ່ານ ຄຳພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ລາຍງານແຜນການຮຽນ-ການສອນ ຫຼັກສູດຮຸ່ນທີ IX ມີໄລຍະເວລາ 2 ເດືອນ ຫຼື 9 ອາທິດ, 45 ວັນ ລວມ 315 ຊົ່ວໂມງ ເຊິ່ງວິຊາຮຽນປະກອບມີ: ປັດຊະຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ, ແນວຄິດໄກສອນ ພົມວິຫານ, ປະຫວັດສາດພັກ ແລະ ການກໍ່ສ້າງພັກ, ການຄຸ້ມຄອງບໍລິຫານລັດ ລວມທັງວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ; ຊຸດຮຽນຄັ້ງນີ້ ມີນັກສຶກສາ 56 ຄົນ, ຍິງ 14 ຄົນ.
![]() |
ທ່ານ ສົມໃຈ ພານີຈັນ ໄດ້ເນັ້ນໃຫ້ຄະນະນຳ ແລະ ຄູ-ອາຈານ ເອົາໃຈໃສ່ຍົກສູງຄຸນນະພາບການຮຽນ-ການສອນ, ກະກຽມບົດສອນໃຫ້ເລິກເຊິ່ງ, ເຊື່ອມໂຍງທິດສະດີກັບພຶດຕິກຳ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ. ສຳລັບນັກສຶກສາ ໃຫ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ຝຶກຝົນຕົນເອງ, ປະຕິບັດລະບຽບຂອງໂຮງຮຽນ ແລະ ຊອກຮູ້ຈາກຫຼາຍແຫຼ່ງ ເພື່ອປະກອບຄວາມຮູ້ ແລະ ນຳໄປໃຊ້ໃນວຽກງານຕົວຈິງ.
ການເປີດຊຸດຮຽນຄັ້ງນີ້ ເປັນສ່ວນໜຶ່ງໃນການສ້າງ ແລະ ພັດທະນາຄຸນນະພາບບຸກຄະລາກອນ ໃຫ້ມີຄວາມຮູ້ດ້ານທິດສະດີ ແລະ ສາມາດນຳໄປໃຊ້ໃນການປະຕິບັດໜ້າທີ່ຢ່າງເໝາະສົມ; ຕ້ອງໄດ້ເປັນເຈົ້າການປະຕິບັດ ແລະ ເຄົາລົບຕໍ່ກົດລະບຽບໂຮງຮຽນວາງອອກມາໃຫ້ເຂັ້ມງວດ, ເອົາໃຈໃສ່ປະຕິບັດໂມງເວລາໃນການເຂົ້າຫ້ອງ, ເລີກຫ້ອງ, ຕ້ອງມາເຂົ້າໂຮງຮຽນໃຫ້ທັນເວລາ, ການລາພັກຕ່າງໆ ກໍໃຫ້ມີ ເຫດຜົນພຽງພໍໂດຍໄດ້ຮັບການອະນຸຍາດຈາກການຈັດຕັ້ງຄັກແນ່, ນອກນັ້ນການເຄື່ອນໄຫວອື່ນໆ ກໍໃຫ້ມີສະຕິສູງ ບໍ່ໃຫ້ມີຜົນກະທົບຕໍ່ການຮຽນຂອງຕົນ, ເພື່ອປະຕິບັດໄດ້ຄົບຕາມໜ່ວຍກິດທີ່ ໂຮງຮຽນກໍານົດອອກ.
ຂ່າວ: ແຂວງຄຳມ່ວນ


ຄໍາເຫັນ