ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI
ແຂວງ​ຄຳ​ມ່ວນໄດ້​ຈັດພິທີ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໃນວັນທີ 11 ກັນຍາຜ່ານ​ມາທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງ ສະ​ຫາຍ ອານຸພາບ ຕຸນາລົມ ຄະ​ນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ສົມໃຈ ພານິຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄຳມວນ ເປດຊດຮຽນ ທດສະດການເມອງ ຂນກາງຮນທ VI - image 1
 

ສະຫາຍ ແກ້ວວັນໄຊ ສຸກແສນທອງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຄຳມ່ວນໄດ້ຜ່ານແຜນການຮຽນ-ການສອນ ລະບົບຮຽນທິດສະດີການເມືອງ ຂັ້ນກາງ ລະບົບ 4 ເດືອນ ຮຸ່ນທີ VI ເຊິ່ງຊຸດຮຽນດັ່ງກ່າວນີ້, ມີຈໍານວນນັກສຶກສາຈຳນວນທັງໝົດ 60ສະຫາຍ, ຍິງ 21ສະຫາຍເຊິ່ງປະກອບມີກຸ່ມວິຊາຮຽນຄື: ກຸ່ມວິຊາ ປັດຊະຍາມາກ-ເລນິນ ມີ 5 ບົດ, ລວມ 32 ຊົ່ວໂມງ, ກຸ່ມວິຊາ ເສດຖະສາດການເມືອງ ມາກ-ເລນິນ ມີ 8 ບົດ, ລວມ 51 ຊົ່ວໂມງ, ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາສາດ ມີ 5 ບົດ, ລວມ 40 ຊົ່ວໂມງ, ແນວຄິດ ໄກສອນ ພົມວິຫານ ມີ 6 ບົດ, ລວມ 38 ຊົ່ວໂມງ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ 9 ບົດ, ລວມ 53 ຊົ່ວໂມງ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ 13 ບົດ, ລວມ 80 ຊົ່ວໂມງ, ກຸ່ມວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ 28 ຊົ່ວໂມງ, ຂຽນບົດຈົບຂັ້ນ 50 ຊົ່ວໂມງ.

ຊຸດຮຽນຄັ້ງນີ້ ແນໃສ່ໃນການບຳລຸງທິດສະດີການເມືອງໃຫ້ພະນັກງານນໍາພາ-ຄຸ້ມຄອງ, ນາຍທະຫານ ແລະ ນາຍຕຳຫຼວດທີ່ພວມດຳລົງຕຳແໜ່ງບໍລິຫານ ປະເພດ 4 ເຖິງປະເພດ 6 ຢູ່ອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງ ມະຫາຊົນ ຢູ່ສູນກາງ ແລະ ທ້ອງຖິ່ນ, ຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງ ຂອງລັດ, ເຮັດໃຫ້ຜູ້ເຂົ້າຮຽນມີແນວຄິດທັດສະນະຫຼັກໝັ້ນ ຊົນຊັ້ນກຳມະກອນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ມີຄວາມຫ້າວຫັນເປັນແບບຢ່າງໃນການປະຕິບັດໜ້າທີ່ການເມືອງ ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ສ້າງພະນັກງານ-ລັດຖະກອນຢູ່ສູນກາງ ແລະທ້ອງຖິ່ນໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີລະດັບຄວາມຮູ້ ຄວາມສາມາດໃນການຄຸ້ມຄອງ ແລະຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍ ຂອງພັກ ໃຫ້ເກີດດອກ ອອກຜົນຢ່າງແທ້ຈິງ, ພ້ອມກັນນັ້ນ, ກໍເຮັດໃຫ້ພະນັກງານ-ລັດຖະກອນ ຮູ້ໝູນໃຊ້ຄວາມຮູ້ທາງດ້ານທິດສະດີ ການເມືອງເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ມີປະສິດທິພາບສູງຂຶ້ນ.

ສະຫາຍອານຸພາບ ຕຸນາລົມ ໄດ້ເນັ້ນໃຫ້ ນັກສຶກສາ ຕ້ອງໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນຢ່າງຄົບຖ້ວນຕາມທີ່ ໂຮງຮຽນວາງອອກດ້ວຍການຮຽນແລະ ຮັບເອົາຄວາມຮູ້ຈາກຄູ-ອາຈານໂດຍສະເພາະໃນບັນດາວິຊາຮຽນຕ່າງໆ ຂອງໂຮງຮຽນນໍາມາສິດສອນນັ້ນ ໃຫ້ເຂົ້າໃຈແຈ້ງຕໍ່ບັນດາເນື້ອໃນ, ບັນດາວິຊາຮຽນຢ່າງຖືກຕ້ອງ, ຄົ້ນຄວ້າຮໍ່າຮຽນໃນຫ້ອງຮຽນກັບການຊອກຮູ້ບັນດາແຫຼ່ງຂໍ້ມູນ-ຂ່າວສານອັນໃໝ່, ຊອກຮູ້ດ້ານພຶດຕິກຳຕົວຈິງເພື່ອມາສົມທຽບໃສ່ທິດສະດີ, ສຶກສາຄົ້ນຄວ້າບັນດານິຕິກຳຕ່າງໆຂອງພັກ-ລັດ, ບົດຮຽນຈາກແຫຼ່ງ ຂໍ້ມູນຄວາມຮູ້ອື່ນໆ ເພື່ອໃຫ້ກາຍເປັນຜູ້ທີ່ມີຜົນການຮຽນທີ່ດີ-ຮຽນເກັ່ງ.

ຂ່າວ: ຄຳມ່ວນ

ຄໍາເຫັນ

ຂ່າວສືກສາ-ກິລາ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ