ຄໍາມ່ວນ ສະຫຼອງຮັບໃບຢັ້ງຢືນມໍຣະດົກໂລກອຸທິຍານແຫ່ງຊາດ ຫີນໜາມໜໍ່

ຄໍາມ່ວນ ສະຫຼອງຮັບໃບຢັ້ງຢືນມໍຣະດົກໂລກອຸທິຍານແຫ່ງຊາດ ຫີນໜາມໜໍ່

ຄໍາມ່ວນ ສະຫຼອງຮັບໃບຢັ້ງຢືນມໍຣະດົກໂລກອຸທິຍານແຫ່ງຊາດ ຫີນໜາມໜໍ່
ວັນທີ 19 ມີນາຜ່ານມາ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ເນື່ອງໃນໂອກາດທີ່ “ອຸທິຍານແຫ່ງຊາດ ຫີນໜາມໜໍ່” ໄດ້ຮັບຂຶ້ນທະບຽນເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ມີບັນດາການນໍາສູນກາງ, ແຂວງ, ອະດີດການນໍາ, ບັນດາອົງການສາກົນ ແລະ ແຂກຖືກເຊີນທັງພາຍໃນ ແລະ ສາກົນເຂົ້າຮ່ວມ.
ຄາມວນ ສະຫອງຮບໃບຢງຢນມຣະດກໂລກອທຍານແຫງຊາດ ຫນໜາມໜ - image 1
 

ບັນຍາກາດພາຍໃນງານເປັນໄປຢ່າງຄືກຄື້ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈ ຂອງປະຊາຊົນຊາວລາວ ໂດຍສະເພາະຊາວແຂວງຄໍາມ່ວນ, ຂະບວນຄາລາວານລົດແຫ່ໃບຢັ້ງຢືນ ໄດ້ເຄື່ອນຂະບວນຜ່ານເສັ້ນທາງສໍາຄັນໃນເທສະບານເມືອງທ່າແຂກ ພ້ອມດ້ວຍການຕີກອງ, ຟ້ອນພື້ນເມືອງ, ຂັບລຳ ແລະ ການສະແດງດົນຕີ ສ້າງຄວາມຄືກຄື້ນໃຫ້ແກ່ງານຢ່າງຍິ່ງໃຫຍ່, ໂດຍເລີ່ມຂະບວນຄາລາວານລົດແຫ່ທີ່ ຫ້ອງວ່າການແຂວງ, ລ້ຽວຂວາໄປຫາ 4 ແຍກໄຟແດງ ໂຮງແຮມຣີເວີເຣຍ ແລະ ລ້ຽວຊ້າຍໄປໜ້າຫໍຈາລຶກ 21 ມີນາ ແລ້ວລ້ຽວຊ້າຍໄປຫາ 4 ແຍກໄຟແດງບ້ານໂພນສະອາດ ເຂົ້າສູ່ຫ້ອງປະຊຸມໃຫຍ່ສະໂມສອນ 21 ມີນາ (ຫຼັກ4)

ຄາມວນ ສະຫອງຮບໃບຢງຢນມຣະດກໂລກອທຍານແຫງຊາດ ຫນໜາມໜ - image 2
 

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວປະຫວັດຄວາມເປັນມາວ່າ: ການທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ຮັບການຂຶ້ນທະບຽນເປັນມໍຣະດົກໂລກ ເປັນຜົນສຳເລັດອັນຍິ່ງໃຫຍ່ ແລະ ເປັນຄວາມພາກພູມໃຈຂອງຊາດ ເນື່ອງຈາກເປັນມໍຣະດົກໂລກທາງທຳມະຊາດແຫ່ງທໍາອິດຂອງລາວ ແລະ ເປັນມໍຣະດົກໂລກຮ່ວມຊາຍແດນແຫ່ງທໍາອິດໃນພາກພື້ນ. ຜົນສຳເລັດນີ້ ເກີດຈາກການຮ່ວມແຮງຮ່ວມໃຈ ຂອງຫຼາຍພາກສ່ວນ ຕະຫຼອດໄລຍະເວລາກວ່າ 20 ປີ. ອຸທິຍານແຫ່ງຊາດ ຫີນໜາມໜໍ່ ມີເນື້ອທີ່ປະມານ 82,000 ເຮັກຕາ ເປັນພື້ນທີ່ພູຫີນປູນທີ່ມີຄວາມງາມໂດດເດັ່ນ ແລະ ອຸດົມໄປດ້ວຍຊີວະນາໆ ພັນຫາຍາກ ແລະ ເປັນພື້ນທີ່ສຳຄັນທາງດ້ານນິເວດວິທະຍາ, ການອະນຸລັກທຳມະຊາດ.

ຄາມວນ ສະຫອງຮບໃບຢງຢນມຣະດກໂລກອທຍານແຫງຊາດ ຫນໜາມໜ - image 3
 

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ກ່າວວ່າ: ອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄໍາມ່ວນ ໄດ້ຮັບຮອງເປັນມໍຣະດົກໂລກຮ່ວມຊາຍແດນ ກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ຢ່າງເປັນທາງການ ໃນກອງປະຊຸມມໍຣະດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດຝຣັ່ງ ໃນວັນທີ 13 ກໍລະກົດ 2025. ການຮັບຮອງຄັ້ງນີ້, ເຮັດໃຫ້ ຫີນໜາມໜໍ່ ກາຍເປັນມໍຣະດົກໂລກແຫ່ງທີ 4 ຂອງ ສປປ ລາວ ແລະ ເປັນມໍຣະດົກໂລກທາງທຳມະຊາດແຫ່ງທໍາອິດ ພ້ອມທັງເປັນມໍຣະດົກໂລກແບບຮ່ວມຊາຍແດນແຫ່ງທໍາອິດໃນພາກພື້ນ. ທ່ານ ໄດ້ຕີລາຄາສູງຕໍ່ຜົນສໍາເລັດນີ້ ວ່າເປັນຫຼັກການສະທ້ອນໃຫ້ເຫັນ ນະໂຍບາຍອັນຖືກຕ້ອງ ຂອງພັກ ແລະ ລັດ ໃນການອະນຸລັກ ແລະ ສົ່ງເສີມມໍຣະດົກແຫ່ງຊາດ ພ້ອມທັງເປັນແບບຢ່າງດີ ໃນການຮ່ວມມື ລາວ-ຫວຽດນາມ ແລະ ສາກົນ. ພ້ອມນີ້ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຮ່ວມກັນປົກປັກຮັກສາ ແລະ ສືບສານຄຸນຄ່າມໍຣະດົກ ໃຫ້ຄົງຢູ່ຢ່າງຍືນຍົງ ແລະ ນໍາໃຊ້ເປັນແຮງຂັບເຄື່ອນ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ.

ຄາມວນ ສະຫອງຮບໃບຢງຢນມຣະດກໂລກອທຍານແຫງຊາດ ຫນໜາມໜ - image 4
 

ທ່ານ ໄຊຊະນະ ໂຄດພູທອນ ໃນນາມຕາງໜ້າໃຫ້ຄະນະພັກ, ອົງການປົກຄອງແຂວງຄໍາມ່ວນ ກ່າວມີຄໍາເຫັນໃຫ້ຄໍາໝັ້ນສັນຍາວ່າ: ຈະພ້ອມກັນກັບຄູ່ຮ່ວມມືພັດທະນາ ປົກປັກຮັກສາອຸທິຍານແຫ່ງຊາດຫີນໜາມໜໍ່ ມໍຣະດົກແຫ່ງຊາດ ແລະ ມໍຣະດົກໂລກຮ່ວມຊາຍແດນແຫ່ງນີ້ ກາຍເປັນມໍຣະດົກອັນລໍ້າຄ່າ ແລະ ຖ່າຍຖອດຈາກຮຸ້ນຄົນນີ້ສູ້ຮຸ້ນລູກ ແລະ ຮຸ້ນຫຼານ ສືບຕໍ່ໄປຢ່າງຍືນຍົງ. ພ້ອມກັນເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງທາງດ້ານທໍາມະຊາດ ກໍ່ຄືມໍຣະດົກໂລກແຫ່ງນີ້ ໃຫ້ກາຍເປັນຊັບພະຍາກອນການທ່ອງທ່ຽວ ແລະ ເປັນທ່າແຮງປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວຍືນຍົງຂອງແຂວງຄໍາມ່ວນ ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ບໍລິເວນດັ່ງກ່າວໄດ້ຮັບການປັບປຸງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຄາມວນ ສະຫອງຮບໃບຢງຢນມຣະດກໂລກອທຍານແຫງຊາດ ຫນໜາມໜ - image 5
 

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຍັງໄດ້ ມອບໃບຢັ້ງຢືນ ອຸທິຍານແຫ່ງຊາດຫິນໜາມໜໍ່ ໃຫ້ທ່ານເລຂາພັກແຂວງຄໍາມ່ວນ ແລະ ເພື່ອຄວາມເປັນສິຣິມຸງຄຸນ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເປັນກຽດລັ່ນຄ້ອງ 9 ບາດ ເພື່ອປະກາດໃຫ້ຊາວລາວ, ຊາວໂລກຮັບຮູ້, ທັງຢັ້ງຢືນການມອບຮັບໃບຢັ້ງຢືນມໍລະດົກໂລກຫີນໜາມໜໍ່ ຢ່າງເປັນທາງການ. ພາຍຫຼັງສໍາເລັດພິທີສະເຫຼີມສະຫຼອງ ມອບໃບຢັ້ງຢືນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນໍາທີ່ເຂົ້າຮ່ວມຍັງໄດ້ຢ້ຽມຊົມງານຕະຫຼາດນັດ ວາງສະແດງ ແລະ ຈໍາໜ່າຍສິນຄ້າ ບັ້ນຮົບປ້ອງກັນຕົວເມືອງທ່າແຂກຕື່ມອີກ.

(ຂ່າວ+ພາບ: ມະນີວັນ+ກອງຄໍາ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ