ການແຂ່ງຂັນກິລາມວຍປໍ້າ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ແມ່ນໄດ້ເປີດແຂ່ງຂັນໃນວັນທີ 16 ພະຈິກ ແລະ ຈະດຳເນີນການແຂ່ງຂັນຮອດວັນທີ 18 ພະຈິກ 2025 ຢູ່ທີ່ເດີ່ມ ສະຖາບັນກິລາ-ກາຍະກຳ ສີເກີດ, ຊຶ່ງມີນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 46 ຄົນ ຍິງ 17 ຄົນ ເພື່ອຍາດເອົາຫຼຽນຄໍາ ທັງໝົດ ຈໍານວນ 11 ຫຼຽນຄໍາ.
ສະເພາະແຂວງຄໍາມ່ວນ ແມ່ນໄດ້ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນຈໍານວນ 4 ຄົນ, ປະກອບມີປະເພດ ຊາຍ ຮຸ້ນນໍາໜັກ 48 ກິໂລ ແລະ ຮຸ້ນນໍ້າໜັກ 55 ກິໂລ, ປະເພດຍິງ ຮຸ້ນນໍ້າໜັກ 50 ກິໂລ ແລະ ຮຸ້ນນໍ້າໜັກ 55 ກິໂລ. ຊຶ່ງໃນນີ້, ແມ່ນໄດ້ຕັ້ງເປົ້າຈະຍາດໃຫ້ໄດ້ຈໍານວນ 2 ຫຼຽນຄໍາ.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ