ຄໍາມ່ວນ ເຕັ້ນແອໂຣບິກ ເນື່ອງໃນວັນຄູແຫ່ງຊາດຄົບຮອບ 29 ປີ

ຄໍາມ່ວນ ເຕັ້ນແອໂຣບິກ ເນື່ອງໃນວັນຄູແຫ່ງຊາດຄົບຮອບ 29 ປີ
ແຂວງ ຄຳມ່ວນ ຈັດກິດຈະກໍາ  ເຕັ້ນແອໂຣບິກ  ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ( 7 ຕຸລາ 1994 – 7 ຕຸລາ 2023 ) ຄົບຮອບ 29 ປີ  ຂຶ້ນໃນວັນທີ 6 ຕຸລາ 2023 ຢູ່ທີ່ສະໜາມກິລາແຂວງໂດຍການເປັນປະທານຂອງທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ , ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ , ຕະຫຼອດເຖິງຄຸ-ອາຈານ ແລະ ນ້ອງນັກຮຽນຈາກ 3 ໂຮງຮຽນ ແລະ ມວນຊົນເຂົ້າຮ່ວມ.
    ທ່ານ ນັນຕະໄຊ ອິນທະສອນ ໄດ້ກ່າວວ່າ : ໃນການຈັດກິດຈະກໍາໃນຄັ້ງນີ້ ກໍ່ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຄູຜູ້ທີ່ໄດ້ໃຫ້ການສິດສອນຖ່າຍທອດຄວາມຮູ້ , ຄວາມສາມາດ ,ບົດຮຽນ ແລະ ປະສົບການໃຫ້ແກ່ນັກຮຽນຕະຫຼອດເຖິງການທຸ້ມເທເຫື່ອແຮງ -ສະຕິປັນຍາເພື່ອປະກອບສ່ວນເຂົ້າໃນວຽກງານພັດທະນາຊັບພະຍາກອນມະນຸດຂອງຊາດ ພ້ອມນັ້ນກໍ່ເພື່ອເປັນຫັດແອບຮ່າງກາຍໃຫ້ມີສຸຂະພາບທີ່ແຂງແຮງ ແລະ ເພື່ອປູກຈິດສໍານຶກໃຫ້ຊາວໜຸ່ມ -ເຍົາວະຊົນກໍ່ຄືນັກຮຽນຢູ່ຕາມໂຮງຮຽນຕ່າງໆໃຫ້ຫັນມາຫຼິ້ນກິລາຕີຖອຍປະກົດການຫຍໍ້ທໍ້ໃນໂຮງຮຽນກໍ່ຄືສັງຄົມໂດຍສະເພາະແມ່ນຢາເສບຕິດປະເພດຕ່າງໆ ,ຈາກນັ້ນທ່ານ ວັນໄຊ ພອງສະຫວັນ ມີຄໍາເຫັນວ່າ : ພວກເຮົາໄດ້ພ້ອມກັນຈັດກິດຈະກໍາຄັ້ງນີ້ກໍ່ເພື່ອເປັນການສະເຫີຼມສະຫຼອງ ແລະ ຮູ້ບຸນຄຸນກໍ່ຄືຄຸນງາມຄວາມດີຂອງຄູ-ອາຈານໃນໄລຍະຜ່ານມາເຊິ່ງແມ່ນຜູ້ທີ່ໄດ້ປະກອບສໍາຄັນເຂົ້າໃນວຽກງານພັດທະນາການສຶກສາກໍ່ຄືການພັດທະນາຊັບພະຍາກອນມະນຸດ , ຄູຄືແມ່ພິມຂອງຊາດ , ຄູຄືຜູ້ໃຫ້ຄວາມຮູ້ແກ່ນັກຮຽນ , ຄູຄືຜູ້ທີ່ມີຄວາມຮູ້ - ມີສະຕິປັນຍາໃນວຽກງານຕ່າງໆເພື່ອສຶກສາອົບຮົມໃຫ້ແກ່ນັກຮຽນ-ນັກສຶກສາໃຫ້ມີຄວາມຮູ້,ຄວາມສາມາດເພື່ອກາຍເປັນໜໍ່ແໜງ ແລະ ທຶນຮອນຂອງປະເທດຊາດ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດພ້ອມນັ້ນທ່ານຍັງໄດ້ສະແດງຄວາມຂອບໃຈ ແລະ ອວຍພອນມາຍັງພະນັກງານຄູ-ອາຈານທີ່ເປັນແມ່ພິມຂອງຊາດໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 29 ປີຈົ່ງມີແຕ່ຄວາມເຂັ້ມແຂງ , ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ , ມີຜົນສໍາເລັດໃນໜ້າທີ່ການງານ , ພ້ອມກັນສືບຕໍ່ປະຕິບັດໜ້າທີ່ອັນໜັກໜ່ວງຂອງຕົນໃນຖານະທີ່ເປັນແມ່ພິມຂອງຊາດເພື່ອພັດທະນາຂະແໜງການສຶກສາໃຫ້ບັນລຸ 15 ຕົວຊີ້ວັດເວົ້າລວມ , ເວົ້າສະເພາະການພັດທະນາວຽກງານການສຶກສາຢູ່ໃນແຂວງຄໍາມ່ວນໃຫ້ມີຄວາມກ້າວໜ້າຕະຫຼອດໄປ . 
ຫຼັງຈາກນັ້ນແຂກຖືກເຊີນຈາກທຸກພາກສ່ວນກໍ່ໄດ້ພ້ອມກັນຮ່ວມກິດຈະກໍາເຕັ້ນແອໂຣບິກເຊິ່ງບັນຍາກາດພາຍໃນງານສະແດງໃຫ້ເຫັນເຖິງຄວາມສາມັກຄີ , ຟົດຟື້ນ ແລະ  ເບີກບານມ່ວນຊື່ນ .ຂ່າວ-ພາບ : ແດງສະຫວັດ ແສນພານິດ .

ຄໍາເຫັນ

ຂ່າວສືກສາ-ກິລາ

ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໄດ້ຈັດສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026 ຂຶ້ນໃນວັນທີ26ມີນາຜ່ານມາ ທີ່ສູນການສຶກສານອກໂຮງຮຽນ, ໂດຍການເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງຂອງທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ສຸກສະເຫຼີມພອນ ໄມມະນີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ບຸນຖາວອນ ທໍາມະພັດ ຮອງຫົວໜ້າພະແນກການເງິນແຂວງ, ມີບັນດາຄະນະຮັບຜິດຊອບການສອບເສັງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເພື່ອເປັນການສົ່ງເສີມໃຫ້ມວນຊົນ, ທຸກເພດທຸກໄວໄດ້ອອກກໍາລັງກາຍ ແລະ ຫັນມາຫຼີ້ນກິລາ ຫຼາຍຂຶ້ນ, ເພື່ອເສີມສ້າງຄວາມສາມັກຄີພາຍໃນ ລະຫວ່າງຫ້ອງການອ້ອມຂ້າງເມືອງ ກັບໂຮງຮຽນ, ທັງເປັນການສົ່ງເສີມສຸຂະພາບພະລະນາໄມຂອງພະນັກງານ, ມວນຊົນ ແລະ ມະຫາຊົນ ໃຫ້ແຂງແຮງ ແລະ ຫ່າງໄກຢາເສບຕິດ. ໃນວັນທີ 26 ມີນາຜ່ານມາ, ເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ປະຈຳປີ 2026 ຂຶ້ນ ທີເດີ່ນກິລາຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອິນທີ ຈັນປະເສີດເຮີ ຫົວໜ້າພະແນກສຶກສາ ທິການ ແລະກິລາ ແຂວງ,ມີ ທ່ານແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.
ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ເມື່ອບໍ່ດົນຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ມີການລົງນາມເຊັນສັນຍາຮັບເໝົາ ໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໂດຍການລົງນາມຂອງ ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ທ່ານ ຫວໍ ຕ໊າຍ ບາກ ຮອງຜູ້ອຳນວຍການບໍລິສັດ ວິນາ ກໍ່ສ້າງເຄຫາສະຖານ ແລະ ສ້ອມແປງ ຈຳກັດ, ມີທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີແຂກຮັບເຊີນ ພ້ອມດ້ວຍວິຊາການກ່ຽວຂ້ອງ ເຂົ້່າຮ່ວມເປັນສັກຂີພີຍານ.
ເມືອງມະຫາໄຊ ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX

ເມືອງມະຫາໄຊ ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX

ວັນທີ 25 ມີນາ 2026 ຢູ່ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ ໄດ້ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX ທົ່ວແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ອິນທະວົງ ພົມມະຈັນ ເລຂາພັກເມືອງມະຫາໄຊ, ທ່ານ ທອງສະນິດ ແພງພັກດີ ຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີແຂກຖືກເຊີນຈາກແຂວງ, ເມືອງ ແລະ ເຍົາວະຊົນທັນວາ ທີ່ມາຈາກ 10 ເມືອງ ເຂົ້າຮ່ວມ.
ມສ ເພຍວັດ ໄດ້ຮັບຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ມສ ເພຍວັດ ໄດ້ຮັບຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ), ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລົງເຜີຍແຜ່ຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ໃຫ້ແກ່ ໂຮງຮຽນ ມສ ເພຍວັດ ໃນວັນທີ 19 ມີນານີ້ ທີ່ຫ້ອງປະຊຸມຂອງໂຮງຮຽນດັ່ງກ່າວ.
ໂຄສະນາອົບຮົມ ນວ ເຜີຍແຜ່ຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ໂຄສະນາອົບຮົມ ນວ ເຜີຍແຜ່ຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ຄະນະໂຄສະນາອົບຮົມ, ພະແນກໂຍທາທິການ ແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ໄດ້ເຜີຍແຜ່ຄວາມຮູ້-ຄວາມເຂົ້າໃຈກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ໃຫ້ແກ່ ໂຮງຮຽນທີ່ຕິດກັບເສັ້ນທາງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ (ລົດເມດ່ວນ BRT) ໃນວັນທີ 18 ມີນານີ້ ທີ່ໂຮງຮຽນ ມສ ມິດຕະພາບ ລາວ-ໂຮ່ຈິມິນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ເຜີຍແຜ່ຄວາມເຂົ້າໃຈກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງໃຫ້ແກ່ ນັກຮຽນ

ເຜີຍແຜ່ຄວາມເຂົ້າໃຈກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງໃຫ້ແກ່ ນັກຮຽນ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງ ແລະ ປກສ ນະຄອນຫຼວງວຽງຈັນ (ນວ) ຈັດພິໂຄສະນາເຜີຍແຜ່ຄວາມຮັບຮູ້ເຂົ້າໃຈກ່ຽວກັບໂຄງການຂົນ ສົ່ງແບບຍືນຍົງໃນຕົວເມືອງ (BRT) ໃຫ້ແກ່ຄູ-ອາານ ແລະ ນັກຮຽນ ຢູ່ໂຮງຮຽນ ມສ SOS, ໃນວັນທີ 18 ມີນານີ້ ໂດຍມີ ທ່ານ ພຸດທະນູສັກ ປະຖຳມະວົງ ຮອງຜູ້ອຳນວຍການໂຮງຮຽນ ມສ S0S, ມີຄະນະ ຮັບຜິດຊອບໂຄສະນາການຈັດຕັ້ງປະຕິບັດໂຄງການລົດເມດ່ວນ BRT ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ນວ ເຜີຍແຜ່ຄວາມຮູ້ກ່ຽວກັບ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ຄະນະໂຄສະນາອົບຮົມ ນວ ເຜີຍແຜ່ຄວາມຮູ້ກ່ຽວກັບ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ຄະນະໂຄສະນາອົບຮົມ, ພະແນກໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ປກສ ນະຄອນຫຼວງວຽງຈັນ (ນວ) ເຜີຍແຜ່ຄວາມຮູ້-ຄວາມເຂົ້າໃຈກ່ຽວກັບ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ (ລົດເມດ່ວນ BRT) ໃນວັນທີ 13 ມີນາ ຜ່ານມາ ທີ່ໂຮງຮຽນ ມສ ເຈົ້າອະນຸວົງ ເມືອງຈັນທະບູລິ ນະຄອນຫຼວງວຽງຈັນ.
ສະພານັກຮຽນ ໂຮງຮຽນນາໆຊາດອົດສຕາລີມອບຕຽງນອນຄົນເຈັບໃຫ້ເມືອງບໍ່ແຕນ

ສະພານັກຮຽນ ໂຮງຮຽນນາໆຊາດອົດສຕາລີມອບຕຽງນອນຄົນເຈັບໃຫ້ເມືອງບໍ່ແຕນ

ໃນວັນທີ 14 ມີນານີ້ຢູໂຮງໝໍເມືອງບໍແຕນ ແຂວງໄຊຍະບູລີ, ສະພານັກຮຽນໂຮງຮຽນນາໆຊາດອົສຕາລີ (AISstudents council) ໄດນຳເອົາຕຽງນອນຄົນເຈັບມາມອບໃຫ້ໂຮງໝໍເມືອງບໍ່ແຕນ ຊຶ່ງນຳພາໂດຍທ່ານ ຄຳແສນ ສີສະວົງ ປະທານການສຶກສາພາກເອກະຊົນລາວຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ສະມາຊິກສະພາແຫ່ງຊາດຊຸດທີ X ເຂດເລືອກ ຕັງທີ 7 ແຂວງໄຊຍະບູລີ. ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ອານຸສິດ ມະໂນສິນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ເປັນກຽດເຂົາຮ່ວມ.
ແກ່ນທ້າວແຂ່ງຂັນກິລາເປຕັງເພື່ອສ້າງຂະບວນການສະຫຼອງວັນແມ່ຍິງສາກົນ

ແກ່ນທ້າວແຂ່ງຂັນກິລາເປຕັງເພື່ອສ້າງຂະບວນການສະຫຼອງວັນແມ່ຍິງສາກົນ

ທ້າຍອາທິດຜ່ານມານີ້, ຢູ່ທີ່ເດີ່ນກິລາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກຳການແຂ່ງຂັນກິລາເປຕັງ ຊິງຂັນທ່ານເລຂາຄະນະບໍລິຫານງານພັກເມືອງ ເພື່ອສ້າງຂະບວນການສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910 - 8 ມີນາ 2026) ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີພະນັກງານ-ລັດຖະກອນ ພ້ອມດ້ວຍນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ