![]() |
ທ່ານ ບຸນເລີງ ເລີດບຸນຊູ ຮັກສາການຫົວໜ້າຄະນະໂຄສະນາອົບຮົມແຂວງຄໍາມ່ວນ ໄດ້ຜ່ານບົດສະຫຼຸບໃນການນໍາພາຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະໂຄສະນາອົບຮົມແຂວງຄໍາມ່ວນ ຊຶ່ງໄດ້ແຕ່ງຕັ້ງທ່ານ ບຸນທັນ ສຸວັນນະລາດ ກຳມະການພັກແຂວງ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງຄໍາມ່ວນ.
![]() |
ໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ໄດ້ເນັ້ນໃຫ້ຄະນະໂຄສະນາອົບຮົມແຂວງ, ເມືອງ ແລະ ພະນັກງານຫຼັກແຫຼ່ງ ຕ້ອງເປັນເອກະພາບນຳການຈັດຕັ້ງຂັ້ນເທິງ ຕໍ່ການປັບປຸງ, ແຕ່ງຕັ້ງຫົວໜ້າຄະນະໂຄສະນາອົບຮົມແຂວງຄົນໃໝ່, ພ້ອມກັນເອົາໃຈໃສ່ວຽກງານນໍາພາການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ທັງຂັ້ນແຂວງ, ຂັ້ນເມືອງ ໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ, ພ້ອມກັນເອົາໃຈໃສ່ໃນການບຳລຸງຍົກລະດັບພະນັກງານ ໃຫ້ມີຄວາມເຂັ້ມແຂງ ເພື່ອເຮັດໜ້າທີ່ໂຄສະນາ-ປາຖະກະຖາ ໃຫ້ມີຄວາມຊໍານານງານ ເພື່ອສ້າງຄວາມຈັບອົກຈັບໃຈ ແລະ ດຶງດູດແກ່ຜູ້ຟັງໄດ້ຫຼາຍຂຶ້ນ, ສ້າງແຜນງານເຄື່ອນໄຫວໂຄສະນາບັນດາເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ແຂງແຮງຂຶ້ນກວ່າເກົ່າ, ພ້ອມກັນກຳແໜ້ນບັນຫາຫາງສຽງຂອງສັງຄົມ ເພື່ອຕອບໂຕ້ຖ້ອຍທຳນອງຂອງກຸ່ມຄົນທີ່ບໍ່ຫວັງດີ ໃນການໂຄສະນາໃສ່ຮ້າຍປ້າຍສີ ຫຼື ບິດເບືອນຕໍ່ແນວທາງນະໂຍບາຍຂອງພັກ, ມີການກະກຽມປັບປຸງພາລະບົດບາດ ໃນການໂຮມເອົາວຽກງານຖະແຫຼງຂ່າວ ມາເຂົ້າກັບວຽກງານໂຄສະນາ ຕາມການຕົກລົງຂອງຂັ້ນເທິງ, ພ້ອມກັນນັ້ນ ກໍຕ້ອງໄດ້ຊ່ວຍເຫຼືອ, ຮ່ວມມື ແລະ ໃຫ້ການສະໜັບສະໜູນ ຕໍ່ຫົວໜ້າຄົນໃໝ່ ໃນການນໍາພາເຮັດໜ້າທີ່ໃຫ້ມີຄວາມເຂັ້ມແຂງ.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ