![]() |
ການແຂ່ງຂັນໄດ້ເລີ່ມເຄິ່ງເວລາທຳອິດເປັນທີມເຈົ້າພາບໄດ້ເປີດເກມບຸກໃສ່ ແຕ່ທີມແຂວງຄຳມ່ວນກໍຕັ້ງຮັບຢ່າງໜຽວແໜ້ນ ແລະ ອາໃສຈັ່ງຫວະທີມເຈົ້າພາບພິດພາດແລ້ວໂຕ້ກັບກັນໄປ-ມາຢ່າງດຸເດືອດທາມກາງກອງເຊຍດັງທົ່ວສະໜາມ ແລະ ກໍມີຈັງຫວະຍິງປະຕູກັນໄປ-ມາແຕ່ສຸດທ້າຍກໍຍັງບໍ່ສາມາດຍິງປະຕູກັນໄດ້ຈົນຈົບເວລາເຄິ່ງທີໜຶ່ງຍັງສະເໜີກັນ 0-0
![]() |
ຕໍ່ມາເຄິ່ງເວລາທີສອງທີມເຈົ້າພາບໄດ້ເປີດເກມບຸກໃສ່ ຈົນມາຮອດນາ 59:20 ນາທີ ແຂວງຄຳມ່ວນອາໃສຈັ່ງຫວະຄວາມພິດພາດຂອງທີມເຈົ້າພາບ ສາມາດຍິງປະຕູຂຶ້ນນໍາກ່ອນ 1-0
![]() |
ຈາກການຍິງຂອງນັກກິລາໝາຍເລກ 15 ທ້າວ ນະລິນ ຫຼວງສີສົມບັດ, ຈາກນັ້ນ. ຄວາມກົດດັນກໍຕົກໄປຢູ່ທີ່ທີມເຈົ້າພາບນະຄອນຫຼວງວຽງຈັນ ຕ້ອງໄດ້ເປີດເກມບຸກໃສ່ຄູ່ແຂ່ງຂັນຢ່າງສຸດຄວາມສາມາດ ເພື່ອຫວັງຍິງປະຕູຕີສະເໜີໃຫ້ໄດ້ ແຕ່ຄວາມພະຍາຍາມນັ້ນກໍບໍ່ເປັນຜົນສຸດທ້າຍກຳມະການຕັດສິນກໍເປົ່າໝາກຫວີດໝົດເວລາການແຂ່ງຂັນທ່າມກາງສຽງກອງເຊຍຝ່າຍແຂວງຄຳມ່ວນດັງຄັບຄາທົ່ວສະໜາມ ເຮັດໃຫ້ແຂວງຄໍາມ່ວນ ສາມາດເອົາຊະນະທີມເຈົ້າພາບນະຄອນຫຼວງວຽງຈັນ 1-0 ປະຕູ ຄອງແຊັມຫຼຽນຄຳຈາກກິລາເຕະບານຊາຍ, ສ່ວນອັນດັບທີ 2 ຫຼຽນເງິນເຈົ້າພາບນະຄອນຫຼວງວຽງຈັນ ແລະ ອັນດັບທີ 3ຫຼຽນທອງ ກະຊວງປ້ອງກັນຄວາມສະຫງົບ.
![]() |
ພິທີມອບຫຼຽນລາງວັນໃຫ້ແກ່ນັກກິລາບານເຕະໃນຄັ້ງນີ້, ມີທ່ານ ອາດສະພັງທອງ ສີພັນດອນ ປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ທ່ານ ທອງສະລິດ ມັງໜໍ່ເມກ ທ່ານ ວັນໄຊ ພອງສະຫວັນ. (ຂ່າວ:ພາບ: ບຸນອູ້ມ)




ຄໍາເຫັນ