ການແຂ່ງຂັນກິລາເປຕັງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ແລະ ມີພີທີມອບຫຼຽນລາງວັນ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກນີ້ ທີ່ສະໜາມກິລາເປຕັງແຫ່ງຊາດ ດົງໂດກ ນະຄອນຫຼວງວຽງຈັນ ຊຶ່ງການແຂ່ງຂັນໄດ້ເລີ່ມແຕ່ວັນທີ 14 ພະຈິກ 2025 ຊຶ່ງມີ 1 ນະຄອນຫຼວງວຽງຈັນ, 17 ແຂວງ ແລະ 2 ກະຊວງ ປກຊ-ປກສ ເຂົ້າຮ່ວມຊີງໄຊ ການແຂ່ງຂັນປະກອບມີ ລາຍການຊຸດຕິ້ງ ຍິງ-ຊາຍ, ດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ຄູ່ປະສົມ ( 1 ຍິງ + 1 ຊາຍ ), ທີມຊຸດປະສົມ ( 1 ຍິງ + 2 ຊາຍ), ທີມຊຸດປະສົມ (2 ຍິງ + 1 ຊາຍ), ທີມຊຸດຍິງ-ທີມຊຸດຊາຍ. ໃນນັ້ນ, ແຂວງຄຳມ່ວນ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຈໍານວນ 11 ລາຍການ.
ຜ່ານການແຂ່ງຂັນ ນັກກິລາແຂວງຄໍາມ່ວນ ສາມາດຍາດມາໄດ້ຈໍານວນ 2 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ ປະກອບມີ: 2 ຫຼຽນຄໍາ ໄດ້ຈາກລາຍການຊຸດຕິ້ງຍິງ ນາງ ສຸກສະດາ ສິລິຈັນ ແລະ ຊຸດຕິ້ງຊາຍ ທ້າວ ຄໍາພູວາ ມະໄລລັກ, ສໍາລັບ 2 ຫຼຽນເງິນ ໄດ້ຈາກ ລາຍການດ່ຽວຍິງ ນາງ ຈິນດາວອນ ສີສະຫວັດ ແລະ ລາຍການຄູ່ຍິງ ນາງ ສຸກສະດາ ສີວິຈັ ແລະ ນາງ ສີພະຈັນ ແກ້ວວົງສົດ, ສຳລັບ ຫຼຽນທອງ ແມ່ນໄດ້ຈາກ ຄູ່ຊາຍ ທ້າວ ເຂັມເພັດ ສີບຸນເຮືອງ ແລະ ທ້າວ ສິນທະນາ ສຸວັນນະສານ.ໃຫ້ກຽດມອບຫຼຽນລາງວັນໂດຍທ່ານ ຄໍາຫຼ້າ ວິນໄລທອງ ປະທານສະຫະພັນກິລາເປຕັງແຫ່ງຊາດລາວ.
ຂ່າວ-ພາບ ບຸນອູ້ມ
ຄໍາເຫັນ