ຄຳມ່ວນປາ​ຖະ​ກະ​ຖາວັນລັດຖະທຳມະນູນແລະວັນຢຶດອຳນາດ

ຄຳມ່ວນປາ​ຖະ​ກະ​ຖາວັນລັດຖະທຳມະນູນແລະວັນຢຶດອຳນາດ

ຄຳມ່ວນປາ​ຖະ​ກະ​ຖາວັນລັດຖະທຳມະນູນແລະວັນຢຶດອຳນາດ
ແຂວງ​ຄຳ​ມ່ວນໄດ້​ຈັດ​ພິ​ທີປາຖະກະຖາວັນລັດຖະທໍາມະນູນແຫ່ງສປປລາວຄົບຮອບ35ປີ (15ສິງຫາ1991 - 15ສິງຫາ2026 ) ແລະວັນຢຶດອຳນາດຄົບຮອບ81ປີ (23ສິງຫາ1945-23ສິງຫາ2026) ໃນວັນທີ24ສິງຫາ2026ຢູ່ທີ່ສະໂມສອນໃຫຍ່ຂອງແຂວງໂດຍການໃຫ້ກຽດປາຖະກະຖາຂອງທ່ານໄຊຊະນະໂຄດພູທອນກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນແລະທ່ານສົມໃຈພານິຈັນຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະນໍາແຂວງ, ບັນດາພະແນກການ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພາກສ່ວນຕ່າງໆອ້ອມຂ້າງເຂົ້າຮ່ວມ.
ຄຳມວນປາ​ຖະ​ກະ​ຖາວນລດຖະທຳມະນນແລະວນຢດອຳນາດ - image 1
 

ທ່ານໄຊຊະນະໂຄດພູທອນໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງລັດຖະທໍາມະນູນແຫ່ງສປປລາວ. ລັດຖະທໍາມະນູນແມ່ນກົດໝາຍພື້ນຖານຂອງຊາດທີ່ກໍານົດບັນຫາໃຫຍ່, ຫຼັກການໃຫຍ່ກ່ຽວກັບລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດແລະພັນທະພື້ນຖານຂອງພົນລະເມືອງ, ລະບົບການຈັດຕັ້ງອໍານາດແຫ່ງລັດ ( ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານສະພາປະຊາຊົນທ້ອງຖິ່ນ, ອົງການປົກຄອງທ້ອງຖິ່ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ການກວດກາລັດແລະການກວດສອບແຫ່ງລັດ), ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ, ວັນຊາດ, ສະກຸນເງິນແລະນະຄອນຫຼວງ.

ລັດຖະທໍາມະນູນແມ່ນກົດໝາຍແມ່ຫຼືແມ່ຂອງກົດຫມາຍໂດຍອີງໃສ່ລັດຖະທໍາມະນູນລັດເຮົາໄດ້ຄົ້ນຄວ້າແລະປະກາດໃຊ້ກົດໝາຍໃນແຕ່ລະຂະແໜງການ, ແຕ່ລະຂົງເຂດໄດ້ຈໍານວນທັງຫມົດ171ສະບັບ. ໃນນັ້ນ, ຂົງເຂດການປົກຄອງແລະຍຸຕິທໍາຈໍານວນ32ສະບັບ, ຂົງເຂດເສດຖະກິດຈໍານວນ77ສະບັບ, ຂົງເຂດວັດທະນະທໍາ-ສັງຄົມຈໍານວນ45ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈໍານວນ12ສະບັບ, ຂົງເຂດການຕ່າງປະເທດຈໍານວນ5ສະບັບແລະວຽກງານອຶ່ນໆອີກຈຳນວນໜຶ່ງ.

ຄຳມວນປາ​ຖະ​ກະ​ຖາວນລດຖະທຳມະນນແລະວນຢດອຳນາດ - image 2
 

ໃນພິທີດັ່ງກ່າວຍັງໄດ້ຮັບຟັງການປາຖະກະຖາວັນຢຶດອຳນາດຄົບຮອບ81 ປີ (23 ສິງຫາ1945-23 ສິງຫາ2026) ແລະຄົບຮອບ51 ປີວັນຍຶດອໍານາດທົ່ວປະເທດ (23 ສິງຫາ1975-23 ສິງຫາ2026) ຈາກທ່ານສົມໃຈພານິຈັນຕື່ມອີກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າ, ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດທີ່ຖືກສານຕັດສິນປະຫານຊີວິດປະຈຳປີ 2026 ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ຄະນະກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສານປະຊາຊົນສູງສຸດເຂົ້າຮ່ວມ.
ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ໃນວັນທີ 2 ກັນຍາ 2026 ນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມຄະນະ ໄດ້ລົງຕິດຕາມ,ຊຸກຍູ້ວຽກງານການຫຍິບຜ້າອະນາໄມຂອງໄວໜຸ່ມຍິງ ທີ່ມີຄວາມເປັນພິການ ແລະ ດ້ອຍໂອກາດ ໂດຍໄດ້ຮັບທຶນສະໜັບຈາກໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ ( SFE ).
ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ວັນທີ 1 ກັນຍາ 2026 ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນໄດ້ສະຫຼຸບວຽກງານຮອບດ້ານພາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການ ຫົວໜ້າພະແນກ, ມີຮອງຫົວໜ້າພະແນກ, ຄະນະຂະແໜງການປິ່ນອ້ອມ ແລະ ພາກສ່ວນທີ່ຂຶ້ນກັບເຂົ້າຮ່ວມ.
ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ເລີ່ມວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ພາກລັດໄດ້ເຂົ້າມາຄຸ້ມຄອງ, ປົກປັກຮັກສາ ແລະ ບໍລິຫານຈັດການແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ ຢ່າງເຕັມຮູບແບບ ພາຍຫລັງໂຄງການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດຜູ້ດຽວ ໄດ້ສິ້ນສຸດກຳນົດອະນຸຍາດລົງທຶນ ໃນວັນທີ 22 ມິຖຸນາ 2026 ທີ່ຜ່ານມາ.
ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ແຂວງຄໍາມ່ວນ ລະດົມການຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ໂດຍມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 350 ລ້ານກີບ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ 10 ເມືອງ ເພື່ອນໍາໄປແຈກຢາຍແກ່ປະຊາຊົນທີ່ປະສົບໄພ.
ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ແຂວງຄໍາມ່ວນ ໄດ້ປະເມີນຄວາມເສຍຫາຍ ຈາກໄພນໍ້າຖ້ວມໃນ 10 ເມືອງ ໃນໄລຍະເດືອນກໍລະກົດ ຫາ ເດືອນ ສິງຫາ 2026 ມູນຄ່າເສຍຫາຍເບື້ອງຕົ້ນ 275.57 ຕື້ກີບ ແລະ ມີປະຊາຊົນ 151.000 ຄົນໄດ້ຮັບຜົນກະທົບ,ປັດ​ຈຸ​ບັນກຳ​ລັງເລັ່ງ ສືບຕໍ່ປະເມີນຄວາມເສຍຫາຍ ແລະ ຟື້ນຟູພື້ນຖານໂຄງລ່າງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ຈັດພິມອບ-ຮັບ ໂຄງການສ້າງຄວາມເຂັມແຂງ ແລະ ພັດທະນາຊີວິດການເປັນຢູ່ຂອງຊຸມຊົນໃນການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ບ້ານຕາລິ່ງເມືອງ​ບໍ່​ແຕນໂດຍການເປັນປະທານຮ່ວມຂອງທ່ານ ບຸນເດີມ ເສີມນະພາ ຮອງຫົວໜ້າຫ້ອງການ ກະສິກຳ ແລະສິ່ງແວດລ້ອມເມືອງ​ບໍ່​ແຕນ, ທ່ານສຽງພິນ ບຸນມີອາໄພ ຜູ້ປະສານງານໂຄງການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະ​ຊວງ​ອຸດ​ສາ​ຫະ​ກຳແລະການ​ຄ້າ (ອ​ຄ)ແລະບໍ​ລິ​ສັດ​ເບຍ​ລາວຈຳ​ກັດໄດ້​ນຳ​ເອົາ​ເງິນແລະເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອຸດົມໄຊເຊິ່ງ​ກະ​ຊວງ ອ​ຄ ໄດ້ມອບ​ເງິນ 200 ລ້ານ​ກີບ; ສ່ວນ​ບໍ​ລິ​ສັດ​ເບຍ​ລາວມອບນ້ຳ​ຫວານແລະນ້ຳ​ດື່ມ.
ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ບໍລິສັດ ວັນໃໝ່ ອະສັງຫາລິມະຊັບ ຮ່ວມສະເຫຼີມສະຫຼອງ ວັນສ້າງຕັ້ງ ຕັງຈະເລີນ ຄົບຮອບ 32ປີ, ພິທີດັ່ງກ່າວ ຈັດຂຶ້ນເປັນເວລາ 9 ວັນ ຄື ເລີ່ມແຕ່ວັນທີ 1-9 ກັນຍານີ້ ທີ່ຕັງຈະເລີນ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ (ສນຊ) ຄົບຮອບ 76 ປີ, ອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີແນວລາວສ້າງຊາດ ຮ່ວມກັບອົງການກາແດງແຫ່ງຊາດລາວ, ສູນເລືອດແຫ່ງຊາດ ຈັດກິດຈະກໍາຮັບບໍລິຈາກເລືອດ ພາຍໃຕ້ຫົວຂໍ້ ‘‘ ໃຫ້ເລືອດຊ່ວຍຊີວິດ ’’ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ທີ່ ສນຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ຮອງຫົວໜ້າອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີຂອງແນວລາວສ້າງຊາດ, ມີທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີຄະນະປະຈໍາ ສນຊ, ແຂກຖືກເຊີນ, ຄະນະຮັບຜິດຊອບ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.
ເພີ່ມເຕີມ