ພັກປະຊາຊົນປະຕິວັດລາວເປັນແກນນໍາອັນໜັກແໜ້ນຂອງປະຊາຊົນລາວແລະພາລະກິດສັງຄົມນິຍົມຂອງປະເທດລາວ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີXI ເປັນຕົ້ນມາ, ສູນກາງພັກປປລາວໂດຍມີສະຫາຍທອງລຸນສີສຸລິດເປັນເລຂາທິການໃຫຍ່ນັ້ນໄດ້ເພີ່ມທະວີການກໍ່ສ້າງພັກແລະປັບປຸງບົດບາດການນໍາພາຂອງພັກ,ນໍາພາແລະສາມັກຄີກັບປະຊາຊົນລາວບັນດາເຜົ່າຕັ້ງໜ້າສະແຫວງຫາເສັ້ນທາງການພັດທະນາສັງຄົມນິຍົມທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນເອງ,ຊຸກຍູ້ການພັດທະນາພາລະກິດຂອງພັກແລະລັດໄດ້ຮັບຜົນສໍາເລັດສໍາຄັນຈໍານວນຫຼວງຫຼາຍ,ຝ່າຍຈີນ ຕີລາຄາສູງ ແລະ ຮູ້ສຶກປິຕິຊົມຊື່ນນໍາຢ່າງຈິງໃຈ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວແມ່ນກອງປະຊຸມສຸດທີ່ມີຄວາມໝາຍສໍາຄັນແລະເປັນຂີດໝາຍໃຫ້ແກ່ຂະບວນການພັດທະນາພາລະກິດສັງຄົມນິຍົມຂອງສປປລາວ. ກອງປະຊຸມຄັ້ງນີ້ຈະພິຈາລະນາແລະຮັບຮອງເອົາໂຄງການການເມືອງສະບັບທີIIIຂອງພັກແລະເອກະສານສໍາຄັນຫຼາຍສະບັບ ຊຶ່ງຈະວາງແຜນຍຸດທະສາດແລະປະກາດໃຊ້ມາດຕະການຕ່າງໆເພື່ອຊຸກຍູ້ການພັດທະນາພາລະກິດຂອງພັກແລະລັດໃນໄລຍະຕໍ່ໜ້າ, ຝ່າຍຈີນເຊື່ອໝັ້ນວ່າພາຍໃຕ້ການນຳພາອັນໜັກແໜ້ນຂອງພັກປປລາວ, ປະຊາຊົນລາວຈະບັນລຸເປົ້າໝາຍຕ່າງໆທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກຢ່າງແນ່ນອນ ເພື່ອຊຸກຍູ້ພາລະກິດສັງຄົມນິຍົມຂອງສປປລາວກ້າວເຂົ້າສູ່ໄລຍະການພັດທະນາໃໝ່.
ປະເທດຈີນແລະປະເທດລາວລ້ວນແລ້ວແຕ່ເປັນປະເທດສັງຄົມນິຍົມທີ່ນໍາພາໂດຍພັກກອມມູນິດ.ພັກແລະລັດຖະບານຈີນຍາມໃດກໍຖືສໍາຄັນຕໍ່ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດຈີນ-ລາວຈາກມຸມມອງຍຸດທະສາດໃນລະດັບສູງແລະຍາວໄກ. ໃນສະພາບການໃໝ່ນີ້,ຝ່າຍຈີນຍິນດີຮ່ວມກັນກັບຝ່າຍລາວຖືເອົາຄວາມຮັບຮູ້ອັນສໍາຄັນທີ່ເປັນເອກະພາບກັນຂອງການນໍາສູງສຸດສອງພັກ, ສອງລັດເປັນທິດຊີ້ນໍາ,ເພີ່ມທະວີການປຶກສາຫາລືທາງດ້ານຍຸດທະສາດ,ລົງເລິກການແລກປ່ຽນແລະການຮ່ວມມືຊຶ່ງກັນແລະກັນ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວຢ່າງຕັ້ງໜ້າ,ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວໃຫ້ມີການພັດທະນາຢ່າງຕໍ່ເນື່ອງແລະໝັ້ນທ່ຽງ,ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດແລະປະກອບສ່ວນຢ່າງຕັ້ງໜ້າອັນໃໝ່ໃຫ້ແກ່ພາລະກິດສັນຕິພາບ,ການພັດທະນາແລະ ຄວາມກ້າວໜ້າຂອງໂລກ.
ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວຈົ່ງປະສົບຜົນສໍາເລັດຢ່າງຈົບງາມ!
ຄໍາເຫັນ