![]() |
ກິດຈະກໍາຄັ້ງນີ້, ຈັດຂຶ້ນໃນວັນທີ 3 ກໍລະກົດຜ່ານມາ ທີ່ເດີ່ນເຕະບານ ວິກຕໍຣີ ເມືອງສີສັດຕະນາກ ນວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນວ, ມີທ່ານ ໄຊຍາ ໄຊມຸງຄຸນ ເລຂາໜ່ວຍພັກຮາກຖານ ຜູ້ອໍານວຍການໃຫຍ່ລັດວິສາຫະກິດນໍ້າປະປາ ນວ, ມີບັນດານັກກິລາ ແລະ ພະນັກງານທັງສອງພາກສ່ວນເຂົ້າຮ່ວມ.
ກິດຈະກໍາຄັ້ງນີ້, ນອກຈາກເປັນການສ້າງຂະບວນການເຜີຍແຜ່ຜົນສໍາເລັດກອງປະຊຸມດັ່ງກ່າວ ຍັງເປັນການສ້າງຄວາມສາມັກຄີ ແລກປ່ຽນ ລະຫວ່າງວິຊາການຂອງສອງພາກສ່ວນຕື່ມອີກ. ສໍາລັບຜົນການແຂ່ງຂັນ ຝ່າຍລັດວິສາຫະກິດນໍ້າປະປາ ນວ ເອົາຊະນະ ຄະນະໂຄສະນາອົບຮົມ ນວ ດ້ວຍຄະແນນ 9-6 ປະຕູ.
ແຫຼ່ງຂ່າວ: ວຽງຈັນໃໝ່

ຄໍາເຫັນ