ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດ

ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດ

ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດ
ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ​ຊຸດ​ທີ X ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນ ກ່ຽວກັບ ການພິຈາລະນາ, ຮັບຮອງ ດ້ານຫຼັກການ “ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນ ລາວ-ຫວຽດນາມ ດ້ວຍຮູບແບບ BOT”, ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ໃນ​ວັນ​ທີ 24 ມີ​ນາ​ນີ້ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ນາງ​ສູນ​ທອນ ໄຊ​ຍະ​ຈັກ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ.

ທ່ານ ວິໄລວົງ ບຸດດາຄໍາ ກ່າວວ່າ: ເພື່ອສືບຕໍ່ໃຫ້ ສປປ ລາວ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ທີ່ແທ້ຈິງ ລັດຖະບານຈຶ່ງໄດ້ກຳນົດໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນ ລາວ-ຫວຽດນາມ ເປັນໂຄງການບູລິມະສິດ ທີ່ນອນຢູ່ໃນ ເປົ້າໝາຍ 1 ຂອງແຜນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີ ຄັ້ງທີ X (2026-2030), ສໍາລັບໂຄງການພັດທະນາ ເສັ້ນທາງລົດໄຟ ລາວ-ຫວຽດນາມ ແມ່ນບໍລິສັດເອກະຊົນພາຍໃນ ເປັນຜູ້ພັດທະນາໂຄງການ ໃນຮູບແບບ BOT, ເປັນການເຊື່ອມໂຍງ-ເຊື່ອມຈອດ ກັບ ສສ ຫວຽດນາມ ທີ່ເປັນເພື່ອນມິດຍຸດທະສາດ ເພື່ອເປັນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງ 2 ປະເທດ, ອຳນວຍຄວາມສະດວກ, ການຂົນສົ່ງ ແລະ ດ້ານອື່ນໆ ຊຶ່ງຈະຊ່ວຍໃຫ້ປະເທດລາວມີທາງອອກສູ່ທະເລທີ່ໃກ້ທີ່ສຸດ ຜ່ານທ່າເຮືອຫວຸ້ງອ່າງ, ເປັນການເປີດປະຕູການຄ້າສູ່ຕະຫຼາດໂລກ, ທາງລົດໄຟ ລາວ-ຫວຽດນາມ ບໍ່ແມ່ນພຽງແຕ່ເສັ້ນທາງຄົມມະນະຄົມເທົ່ານັ້ນ, ແຕ່ແມ່ນ ເສັ້ນເລືອດໃຫຍ່ ທາງເສດຖະກິດທີ່ຈະຊ່ວຍຍົກລະດັບຖານະ ຂອງ ສປປ ລາວ ໃນເວທີສາກົນ.

ທ່ານ ວິໄລວົງ ບຸດດາຄໍາ ກ່າວອີກວ່າ: ໃນນາມຄະນະປະຈຳສະພາແຫ່ງຊາດ ຊຸດທີ X ແມ່ນເຫັນດີຮັບຮອງເອົາດ້ານຫຼັກການແບບມີເງື່ອນໄຂ ໂດຍໃຫ້ລັດຖະບານເຈລະຈາ ແລະ ເຊັນສັນຍາສຳປະທານໂຄງການ ແລະ ພາຍຫຼັງເຊັນສັນຍາແລ້ວ ຕ້ອງຮ່າງເອກະສານຊ້ອນທ້າຍ ຈໍານວນ 29 ສະບັບ ໃຫ້ສໍາເລັດ ພາຍໃນ 6 ເດືອນ ແລະ ເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ຮັບປະກັນຜົນປະໂຫຍດສູງສຸດ ຈຶ່ງສະເໜີບາງຄໍາເຫັນ ຄື:

1. ໃຫ້ລັດຖະບານ ຊີ້ນໍາຄະນະເຈລະຈາ ຫຼື ຄະນະຮັບຜິດຊອບໂຄງການ ກວດກາຄືນ ຮ່າງສັນຍາສໍາປະທານ ໃຫ້ລະອຽດ, ຮັດກຸມ, ສະເໜີໃຫ້ລັດຖະບານ ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າ ເອກະສານຊ້ອນທ້າຍ 29 ສະບັບ ໃຫ້ມີຄວາມຊັດເຈນ, ຮັດກຸມ ແລະ ສະເໜີໃຫ້ມີທີ່ປຶກສາທາງດ້ານກົດໝາຍເບື້ອງລັດຖະບານ ໃນການຕີຄວາມໝາຍ ເນື້ອໃນ ຮ່າງສັນຍາ ແລະ ເນື້ອໃນເອກະສານທີ່ຕິດພັນກັບສັນຍາສຳປະທານ ເພື່ອຮັບປະກັນດ້ານເນື້ອໃນໃຫ້ມີຄວາມລະອຽດ ຈະແຈ້ງ, ຮັດກຸມ ແລະ ສຳເລັດຕາມເວລາທີ່ກຳນົດ;

2. ໃຫ້ລັດຖະບານເອົາໃຈໃສ່ ຕໍ່ວຽກງານການຊົດເຊີຍຜົນກະທົບ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກ ໂຄງການ ຕ້ອງມີການສຶກສາ, ເກັບກຳ ແລະ ປະເມີນຜົນກະທົບຢ່າງລະອຽດ ຮອບຄອບ ແລະ ຄົບຖ້ວນ ຕໍ່ຜົນກະທົບດ້ານເສດຖະກິດ, ວັດທະນາທຳ - ສັງຄົມ ແລະ ສິ່ງແວດລ້ອມ ເປັນຕົ້ນ ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກທີ່ນອນໃນແລວທາງລົດໄຟ (Setting Out/Red Zone), ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກ ນອກແລວທາງລົດໄຟ ແຕ່ມີຜົນກະທົບຈາກການກໍ່ສ້າງ (Effected Areas), ການແກ້ໄຂເນື້ອທີ່ດິນເຫຼືອ ທີ່ເຈົ້າຂອງດິນ ບໍ່ສາມາດນໍາໃຊ້ໄດ້ (ດິນເຫຼືອໜ້ອຍ), ດິນບໍ່ມີທາງເຂົ້າ-ອອກ (ເປັນດິນຕາບອດ). ພ້ອມກັນນັ້ນ, ລາຄາຫົວໜ່ວຍ ຊົດເຊີຍ ຕ້ອງກຳນົດໃຫ້ລະອຽດ ແລະ ສົມເຫດສົມຜົນບໍ່ໃຫ້ຜູ້ຖືກຜົນກະທົບອັບປະໂຫຍດ ແລະ ບໍ່ໃຫ້ລາຄາຫົວໜ່ວຍຫຼຸດໂຕນກັນຫຼາຍກັບລາຄາຫົວໜ່ວຍຕາມທ້ອງຕະຫຼາດ ໃຫ້ຈ່າຍຄ່າຊົດເຊີຍໃຫ້ສໍາເລັດ ກ່ອນການຈັດຕັ້ງປະຕິບັດການກໍ່ສ້າງ;

3. ສໍາລັບ ທາງເຂົ້າ-ອອກ ສະຖານີຂົນສົ່ງ ໂດຍສານ ແລະ ສິນຄ້າ ຕ້ອງໄດ້ສຶກສາສໍາຫຼວດ-ອອກແບບ, ກໍ່ສ້າງ ແລະ ຊົດເຊີຍໃຫ້ສຳເລັດ ຈຶ່ງໃຫ້ຈັດຕັ້ງປະຕິບັດໂຄງການ. ພ້ອມກັນນັ້ນ, ສະເໜີໃຫ້ຄົ້ນຄວ້າກ່ຽວກັບຈຸດຖິ້ມສິ່ງເສດເຫຼືອ ທີ່ຂົນດິນ ຫຼື ຫີນ ແລະ ອື່ນໆ ອອກຈາກ ເຂດກໍ່ສ້າງ ຫຼື ອຸໂມງ ໃສ່ດິນເປົ່າວ່າງ ຫຼື ດິນປະຊາຊົນ ຕ້ອງໄດ້ຮັບການຍິນຍອມຈາກ ເຈົ້າຂອງດິນ ພ້ອມທັງເຮັດບົດບັນທຶກທັງສອງຝ່າຍ ທີ່ມີພາກລັດເປັນພະຍານຮັບຮູ້ນໍາ;

4. ໃຫ້ລັດຖະບານ ຊີ້ນໍາກະຊວງການເງິນ ກຳນົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ການນໍາເຂົ້າວັດສະດຸ-ອຸປະກອນ ແລະ ພາຫະນະກົນຈັກ ທີ່ນໍາເຂົ້າຊົ່ວຄາວ ແລະ ສິນຄ້າອື່ນໆ ຢ່າງເຄັ່ງຄັດ;

5. ໃຫ້ລັດຖະບານ ຄົ້ນຄວ້າ ພິຈາລະນາແບ່ງຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການ ໃນການຄຸ້ມຄອງ, ຕິດຕາມກວດກາ ໃນໄລຍະກໍ່ສ້າງ. ພ້ອມທັງ, ມີກົນໄກການປະສານງານ ຂອງຂະແໜງການດຽວກັນ ຫຼື ຂະແໜງການທີ່ກ່ຽວຂ້ອງ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວໄປລວງດຽວກັນ ຫຼີກລຽງ ເພື່ອບໍ່ໃຫ້ຖິ້ມຄວາມຮັບຜິດຊອບ ຊຶ່ງກັນ ແລະ ກັນ;

6. ເນື່ອງຈາກໂຄງການດັ່ງກ່າວ ເປັນໂຄງການຂະໜາດໃຫຍ່ ແລະ ມີລັກສະນະຍຸດທະສາດ ການຄົ້ນຄວ້າເນື້ອໃນຮ່າງສັນຍາ ນອກຈາກ ກະຊວງກ່ຽວຂ້ອງຂອງລັດຖະບານແລ້ວ ຄວນມີຫຼາຍພາກສ່ວນເຂົ້າຮ່ວມແຕ່ຫົວທີ ເປັນຕົ້ນ: ກຳມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ. ພ້ອມກັນນັ້ນ, ຕ້ອງໄດ້ກຳນົດເອົາໂຄງການນີ້ ເປັນໂຄງການເປົ້າໝາຍຕິດຕາມ ກວດກາ ເລີ່ມແຕ່ຫົວທີ ຕາມດຳລັດ 01/ລບ, ລົງວັນທີ 6 ມັງກອນ 2021 ເພື່ອຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ກວດສອບໄດ້;

7. ສະເໜີໃຫ້ລັດຖະບານ ຄົ້ນຄວ້ານະໂຍບາຍແຮງງານ ເພື່ອດຶງດູດແຮງງານລາວເຂົ້າໃນການຮັບໃຊ້ໂຄງການ ກໍ່ສ້າງທາງລົດໄຟດັ່ງກ່າວ ເພື່ອຫຼຸດຜ່ອນແຮງງານລາວໄປອອກແຮງງານຢູ່ຕ່າງປະເທດ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ