ຄະນະປະຈຳສະພາແຫ່ງຊາດ ສະເໜີ ລັດຖະບານເອົາໃຈໃສ່ 5 ແຜນວຽກຈຸດສຸມ

ຄະນະປະຈຳສະພາແຫ່ງຊາດ ສະເໜີ ລັດຖະບານເອົາໃຈໃສ່ 5 ແຜນວຽກຈຸດສຸມ
ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການການເງິນ ແລະ ການກວດສອບ,ຕາງໜ້າຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກດ້ານເສະຖະກິດ-ການເງິນ ໄລຍະ 3 ປີຜ່ານມາ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 2 ພະຈິກ ຜ່ານມາ ໂດຍການເປັນ ປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ຊຶ່ງທ່ານ ລີເບີ ລີບົວປາວກ່າວວ່າ:ຜ່ານມາກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມ ໂດຍພື້ນຖານເຫັນດີເປັນເອກະພາບຕາມການລາຍງານຂອງລັດຖະບານແຕ່ຜ່ານການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດຕໍ່5 ແຜນວຽກຈຸດສຸມ ຄື: ແຜນວຽກສຸດສຸມ ທີ 1 ກ່ຽວກັບການສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ແມ່ນສະເໜີໃຫ້ລັດຖະບານເອົາໃຈໃສ່ປະຕິບັດກົດໝາຍຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການຄຸ້ມຄອງເງິນຕາຈາກການສົ່ງອອກ ແລະ ມະຕິສະພາແຫ່ງຊາດໃຫ້ມີຜົນສັກສິດ,ສະເໜີໃຫ້ມີການສົ່ງເສີມການສົ່ງອອກສິນຄ້າທີ່ມີການປຸງແຕ່ງ,ມີມູນຄ່າເພີ່ມສູງ ແລະ ມີຄວາມຍືນຍົງ,ບໍ່ສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ,ແຜນວຽກຈຸດສຸມທີ 2 ກ່ຽວກັບການສ້າງຄວາມເຂັ້ມແຂງທາງດ້ານການເກັບລາຍຮັບເຂົ້າງົບປະມານຕ້ອງເອົາໃຈໃສ່ສ້າງຄວາມເຂັ້ມແຂງຖານລາຍຮັບໃໝ່ທີ່ມີຄຸນນະພາບ ແລະ ຄວາມຍືນຍົງ,ບໍ່ສ້າງຄວາມເສຍຫາຍ ແລະ ກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ,ສືບຕໍ່ຫັນເປັນທັນສະໄໝການເກັບລາຍຮັບໃຫ້ຄົບຖ້ວນ,ສາມາດບັນລຸຄາດໝາຍເກັບລາຍຮັບ 17%ຂອງ GDP ຕາມທີ່ໄດ້ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດ,ເອົາໃຈໃສ່ເກັບລາຍຮັບຈາກຜົນກວດສອບ ແລະ ກວດກາ,ຄຸ້ມຄອງ ແລະ ຂະຫຍາຍຖານລາຍຮັບໃນລະບົບເສດຖະກິດທີ່ບໍ່ເປັນທາງການໃຫ້ເຂົ້າສູ່ລະບົບຖານລາຍຮັບທາງການໃຫ້ໄດ້ຫຼາຍຂຶ້ນ,ແຜນວຽກຈຸດສຸມທີ 3 ກ່ຽວກັບການສົ່ງເສີມການປະຢັດ,ຕ້ານການຟຸມເຟືອຍ,ຍົກສູງປະສິດທິຜົນການຄຸ້ມຄອງລາຍຈ່າຍງົບປະມານໃນການແກ້ໄຂໜີ້ສິນຕ່າງປະເທດ  ສະເໜີໃຫເອົາໃຈໃສ່ສ້າງແຜນແກ້ໄຂໜີ້ສິນສາທາລະນະໃຫ້ບັນລຸຄາດໝາຍວາລະແຫ່ງຊາດດ້ວຍການແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດໃຫ້ຊັດເຈນໂດຍສະເພາະແຫຼ່ງທຶນ ແລະ ການປະຕິບັດໄລຍະເວລາຊຳລະໃຫ້ໄປຕາມສັນຍາ ແລະ ຂໍ້ຕົກລົງຂອງເຈົ້າໜີ້ ແລະ ລູກໜີ້, ສືບຕໍ່ຄົ້ນຄວ້ານະໂຍບາຍ ແລະ ມາດຕະການຄຸ້ມຄອງ ແລະ ນຳໃຊ້ງົບປະມານຂອງລັດໃຫ້ມີປະສິດທິພາບ,ຄຸນນະພາບ ແລະ ມີປະສິດທິຜົນສູງສຸດ,ແຜນວຽກຈຸດສຸມທີ 4 ກ່ຽວກັບການຮັກສາສະຖຽນລະພາບດ້ານເງິນຕາ  ສະເໜີໃຫ້ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນໃນປັດຈຸບັນ ດ້ວຍການຄົ້ນຄວ້າ ແລະ ປະຕິບັດລະບົບມາດຕະການທີ່ຄົບຊຸດຕາມທີ່ໄດ້ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດຄື: ມາດຕະການທາງດ້ານເງິນຕາ,ຄວບຄຸມ ແລະ ນຳໃຊ້ປະລິມານເງິນ M2 ທີ່ຂະຫຍາຍຕົວໃນລະດັບສູງເພື່ອຊຸກຍູ້ສົ່ງເສີມການຜະລິດ ແລະ ຊຸກຍູ້ການເຕີບໂຕຂອງເສດຖະກິດ,ຄຸ້ມຄອງອັດຕາແລກປ່ຽນເພື່ອເຮັດໃຫ້ເງິນກີບແຂງຄ່າຂຶ້ນດ້ວຍການປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດໃຫ້ມີຜົນສັກສິດ ແລະ ແຜນວຽກຈຸດສຸມ ທີ 5ກ່ຽວກັບການຍົກສູງປະສິດທິພາບການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ  ສະເໜີໃຫ້ເອົາໃຈໃສ່ປະຕິບັດກົດໝາຍທີ່ພົວພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະເອົາໃຈໃສ່ປະຕິບັດບັນດາມາດຕາທີ່ໄດ້ກຳນົດກ່ຽວກັບຂໍ້ຫ້າມ ແລະ ຜົນສັດສິດໃນການຈັດຕັ້ງປະຕິບັດກົດໝາຍເປັນຕົ້ນແມ່ນກົດໝາຍວ່າດ້ວຍໜີ້ສິນສາທາລະນະ,ກົດໝາຍວ່າດ້ວຍການລົງທຶນຂອງລັດ,ກົດໝາຍວ່າດ້ວຍງົບປະມານແຫ່ງລັດ,ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ,ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ,ກົດໝາຍວ່າດ້ວຍການກວດສອບ ແລະ ກວດກາ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ