![]() |
ສະຫາຍ ຫງວຽນ ດິ່ງຫວິງ ຕາງໜ້າຄະນະພັກ ນະຄອນດາໜັງ ໄດ້ກ່າວສະແດງຄວາມຕ້ອນຮັບພ້ອມຕີລາຄາສູງຕໍ່ຄະນະຜູ້ແທນໜັງສືພິມປະຊາຊົນ ທີ່ໄດ້ເດີນທາງມາຢ້ຽມຢາມນະຄອນດາໜັງ ຊຶ່ງໄດ້ນຳໄມຕີຈິດມິດຕະພາບຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ, ປະຊາຊົນສອງຊາດຫວຽດນາມ-ລາວ ທີ່ມີມູນເຊື້ອອັນດີງາມໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນດ້ວຍດີສະເໝີມາ, ສະຫາຍ ຫງວຽນ ດິ່ງຫວິງ ຍັງໄດ້ສະເໜີສະພາບພາບຈຸດພິເສດທີ່ຕັ້ງຂອງນະຄອນດາໜັງໃຫ້ຄະນະຜູ້ແທນໄດ້ຮັບຊາບ ຊຶ່ງນະຄອນດາໜັງກໍແມ່ນໜຶ່ງໃນ ສສ ຫວຽດນາມ ທີ່ມີຊື່ສຽງ ແລະ ມີທ່າແຮງທາງດ້ານເສດຖະກິດການທ່ອງທ່ຽວ ພາຍໃຕ້ການຊີ້ນຳ-ນຳພາຂອງອົງຄະນະພັກນະຄອນດາໜັງ ສັງຄົມມີຄວາມສະຫງົບປອດໄພ,ເສດຖະກິດ-ສັງຄົມໄດ້ຮັບການພັດທະນາ ຕະຫຼອດຮອດຊີວິດການເປັນຢູ່ຂອງປະຊາຊົນກໍນັບມື້ດີຂຶ້ນເປັນກ້າວໆ ຊຶ່ງການເດີນທາງຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນໃນຄັ້ງນີ້ກໍແມ່ນຢູ່ໃນທ່າມກາງທີ່ທົ່ວພັກ,ທົ່ວລັດກຳລັງປັບປຸງການຈັດຕັ້ງ, ເພື່ອເສີມຂະຫຍາຍຈິດໃຈມິດຕະພາບອັນດູດດື່ມຄວາມສາມັກຄີພິເສດລະຫ່ວາງ ຫວຽດນາມ-ລາວ-ຫວຽດນາມໃຫ້ໝັ້ນຄົງຂະນົງແກ່ນ ນະຄອນດາໜັງຍັງໄດ້ມີການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນກັບບັນດາ 5 ແຂວງຂອງ ສປປ ລາວ ທີ່ມີຊາຍແດນຕິດຈອດ ແລະ ແຂວງອຶ່ນໆຕາມເງື່ອນໄຂສະພາຍຄວາມເປັນຈິງ,ສະຫາຍ ຫງວຽນ ດິ່ງຫວິງ ຍັງອວຍພອນໃຫ້ຄະນະຜູ້ແທນໜັງສືພິມປະຊາຊົນ ຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມ ແລະ ພົບປະຂອງສອງໜັງສືພິມຂອງພັກ,ເວົ້າສະເພາະແມ່ນການຢ້ຽມຢາມ ແລະ ທ່ອງທ່ຽວນະຄອນດາໜັງໃຫ້ມີຄວາມເບີກບານມ່ວນຊື່ນ ນຳເອົາຂໍ້ມູນຂ່າວສານສະຖານທີ່ທ່ອງທ່ຽວຕ່າງໆກ່ຽວກັບນະຄອນດາໜັງເພື່ອເຜີຍແຜ່ທາງສື່ອອນລາຍກໍຄືທາງໜັງສືພິມປະຊາຊົນໃຫ້ສັງຄົມໃນພາກພື້ນ ແລະ ສາກົນໄດ້ຮັບຮູ້ຢ່າງກວ້າງຂວາງ
![]() |
ຂ່າວ-ພາບ: ພູວຽງຄຳ
ຄໍາເຫັນ