ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ ສໍານັກງານກວດສອບແຫ່ງຊາດ ມົງໂກລີ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ ສໍານັກງານກວດສອບແຫ່ງຊາດ ມົງໂກລີ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ ສໍານັກງານກວດສອບແຫ່ງຊາດ  ມົງໂກລີ
ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບສໍານັກງານກວດສອບແຫ່ງຊາດ ມົງໂກລີ ໃນລະຫວ່າງວັນທີ 8-9 ມິຖຸນາ2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສໍານັກງານກວດສອບແຫ່ງຊາດມົງໂກລີ ນະຄອນຫຼວງອູລານບາຕໍ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ມັກໄນຊູເຣນ ຊັນດັກ ປະທານສໍານັກງານກວດສອບແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ.

 

ການພົບປະສອງຝ່າຍໃນຄັ້ງນີ້ ເປັນຂີດໝາຍສຳຄັນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2025 ແນໃສ່ຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດກໍຄືການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 64 ປີ (12/9/1962-12/9/2026).

ການເຄື່ອນໄຫວພົບປະຢ້ຽມຢາມຄັ້ງນີ້ ແມ່ນໄດ້ມີວາລະການເຄື່ອນໄຫວຄື: ໄດ້ມີກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ແລະ ຄະນະຜູ້ແທນສໍານັກງານກວດສອບແຫ່ງຊາດ ມົງໂກລີ ຊຶ່ງໃນກອງປະຊຸມໄດ້ປຶກສາຫາລືວຽກງານດ້ວຍບັນຍາກາດອົບອຸ່ນໄມຕີຈິດ ຊຶ່ງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບໄລຍະຜ່ານມາ ແລະ ທິດທາງເເຜນການໃນຕໍ່ໜ້າ ຄື:

- ສືບຕໍ່ຈັດກອງປະຊຸມ ແລະ ການຢ້ຽມຢາມທາງການ ໃນລະດັບການນຳ: ເພື່ອຊຸກຍູ້ການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ໃນຂົງເຂດວຽກງານການກວດສອບພາກລັດ ໃຫ້ເປັນປົກກະຕິ;

- ສືບຕໍ່ແລກປ່ຽນບົດຮຽນດ້ານວິຊາການ ຢ່າງເປັນປົກກະຕິເປັນຕົ້ນ 1) ລົງເລິກວຽກງານການກວດສອບ ລະບົບຄວບຄຸມພາຍໃນ ຂອງເປົ້າໝາຍກວດສອບ, 2) ການຕິດຕາມການແກ້ໄຂຜົນການກວດສອບ ແລະ 3) ວຽກງານຮັບປະກັນຄຸນນະພາບຜົນການກວດສອບ ຜົນການຈັດຕັ້ງປະຕິບັດ, 4) ການປັບປຸງກົດໝາຍ ເນື່ອງຈາກ ອົງການກວດສອບແຫ່ງລັດ ມີແຜນປັບປຸງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ໃນປີ 2027 ສະນັ້ນໃນຕໍ່ໜ້າ ສະເໜີໃຫ້ຄະນະວິຊາການທີ່ກ່ຽວຂ້ອງໃນການປຶກສາຫາລື ແລະ ຖອດຖອນບົດຮຽນຮ່ວມກັນ;

- ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີສາກົນ.

ພ້ອມດຽວກັນນັ້ນ, ຄະນະຜູ້ແທນສອງຝ່າຍຍັງໄດ້ແລກປ່ຽນບົດຮຽນທາງດ້ານວິຊາການໃນຫົວຂໍ້: 1). ການກວດສອບການຂຸດຄົ້ນບໍ່ແຮ່ລົງເລິກການກວດສອບ ກອງທຶນຟື້ນຟູສິ່ງແວດລ້ອມ ແລະ 2). ການນໍາໃຊ້ເຕັກໂນໂລຊີເຂົ້າໃນການກວດສອບ ລົງເລິກ ການນໍາໃຊ້ ຊັອຟແວ, ໂປຣແກຣມສະເພາະເຂົ້າໃນການກວດສອບ ແລະ ການກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ. ນອກຈາກນັ້ນຍັງໄດ້ຮັບຟັງ ບົດບາດ ສິດ ແລະ ໜ້າທີ່, ແຜນນະໂຍບາຍການພັດທະນາ ຂອງສຳນັກງານກວດສອບແຫ່ງຊາດ ມົງໂກລີ.

ຄະນະຜູ້ແທນອົງການກວດສອບແຫ່ງລັດ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ຍັງໄດ້ເດີນທາງເຂົ້າຢ້ຽມຂໍ່ານັບ ທ່ານ ບຽມບາຊັອກທ ຊັນດັກ ປະທານສະພາແຫ່ງຊາດ ມົງໂກລີ ຊຶ່ງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການມາເຄື່ອນໄຫວຂອງຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຄັ້ງນີ້ ສະແດງເຖິງຄວາມເອົາໃຈໃສ່ໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ລາວ-ມົງໂກລີ ໂດຍສະເພາະ ການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນທາງການທູດຄົບຮອບ 64 ປີ; ສະເໜີໃຫ້ສອງອົງການກວດສອບ ສືບຕໍ່ການພົວພັນຮ່ວມມືຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນທັງສອງປະເທດ; ສືບຕໍ່ແລກປ່ຽນບົດຮຽນດ້ານການກວດສອບເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ເພື່ອໃຫ້ສອງອົງການມີຄວາມເຂັ້ມແຂງ ແລະ ຫັນເປັນມືອາຊີບເທື່ອລະກ້າວ ແລະ ພ້ອມກັນສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

(ຂ່າວ: ກວດສອບແຫ່ງລັດ)

ຄໍາເຫັນ

ຂ່າວການຮ່ວມມື

ເລຂາຄະບໍລິຫານງານພັກແຂວງຈໍາປາສັກ​ ພົບປະຢ້ຽມຢາມ ທ່ານ ທູດລາວ ປະຈຳ ຮົງກາລີ

ເລຂາຄະບໍລິຫານງານພັກແຂວງຈໍາປາສັກ​ ພົບປະຢ້ຽມຢາມ ທ່ານ ທູດລາວ ປະຈຳ ຮົງກາລີ

ໃນໂອກາດ​ທີ່​ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານ​ສະພາ​ປະຊາຊົນ​ແຂວງຈໍາປາສັກ​ ພ້ອມດ້ວຍຄະນະ​ ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດຮົງກາຣີ ແລະ ໄດ້ພົບປະຢ້ຽມຢາມ ທ່ານ ຄຳພອນ ວົງສັນຕິ​ ເອກ​ອັກ​ຄະ​ລັດ​ຖະ​ທູດລາວ ປະຈຳ ຮົງກາລີ, ໃນ​ວັນ​ທີ 15 ກໍ​ລະ​ກົດ​ຜ່ານ​ມາ.​
ຢຶດໝັ້ນແນວຄິດສະຫາຍທີ່ດີ ສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ

ຢຶດໝັ້ນແນວຄິດສະຫາຍທີ່ດີ ສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ

ຄໍາວ່າ “ສະຫາຍ” ໄດ້ສະທ້ອນເຖິງຄຸນສົມບັດທາງການເມືອງ ທີ່ສອງຝ່າຍ ລາວ-ຈີນ ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຄວາມເຫັນດີເຫັນພ້ອມທາງຍຸດທະສາດທີ່ຈະຮ່ວມກັນກ້າວໜ້າພ້ອມກັນ. ຕະຫຼອດໄລຍະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ສອງພັກ ແລະ ສອງປະເທດ ຍາມໃດກໍຖືເອົາການນຳພາຂອງພັກເປັນຫຼັກແຫ່ງການຢຶດຖື, ໄດ້ນຳເອົາຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຕິດພັນກັບທົ່ວຂະບວນການພັດທະນາແຫ່ງສາຍພົວພັນ, ເຮັດໃຫ້ມິດຕະພາບອັນເປັນປະເພນີແບບສະຫາຍອ້າຍນ້ອງດຽວກັນນັ້ນ ມີຄວາມເຂັ້ມແຂງ ແລະ ຍືນຍົງກວ່າເກົ່າ. ນັບແຕ່ຍຸກໃໝ່ເປັນຕົ້ນມາ, ຜູ້ນຳສູງສຸດຂອງສອງພັກ ໄດ້ຮ່ວມກັນວາງແຜນຜັງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການ, ສ້າງຄວາມໝາຍອັນໃໝ່ໃຫ້ແກ່ແນວຄິດ “ສະຫາຍທີ່ດີ” ນີ້.
ກອງປະຊຸມເວທີການຮ່ວມມື ແລະ ແລກປ່ຽນນະໂຍບາຍທາງດ້ານວັດທະນະທຳອາຊຽນ-ຈີນ

ກອງປະຊຸມເວທີການຮ່ວມມື ແລະ ແລກປ່ຽນນະໂຍບາຍທາງດ້ານວັດທະນະທຳອາຊຽນ-ຈີນ

ໃນວັນທີ 15 ກໍລະກົດ 2026 ນີ້, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ເຂົ້າຮ່ວມກອງປະຊຸມເວທີການຮ່ວມມື ແລະ ແລກປ່ຽນນະໂຍບາຍທາງດ້ານວັດທະນະທຳອາຊຽນ-ຈີນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ ການອະນຸລັກປົກປັກຮັກສານະວັດຕະກຳ ແລະ ໂຄສະນາສົ່ງເສີມມະດົກວັດທະນະທຳໂລກຮ່ວມກັນມືນພາກພື້ນ” ຊຶ່ງໄດ້ຈັດຂຶ້ນ ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ໂດຍມີ ທ່ານ Liao Pinhu, ຮອງປະທານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ປະທານຄະນະກໍາມະການປົກຄອງເມືອງ Chongzhou, ຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ລາວ-ໄທ ຮ່ວມສັງເກດການລາດຕະເວນທາງນໍ້າ ຄັ້ງທີ 5

ລາວ-ໄທ ຮ່ວມສັງເກດການລາດຕະເວນທາງນໍ້າ ຄັ້ງທີ 5

ການລາດຕະເວນຮ່ວມທາງນໍ້າ ຂອງໜ່ວຍປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ສປປ ລາວ ກັບ ກອງກຳລັງຜາເມືອງ ແຂວງຊຽງຣາຍ ລາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ທີ່ສຳນັກງານ ດ່ານສູນກວດກາຈຸດລະກອນ ລາຊະອານາຈັກໄທ ໂດຍມີ ທ່ານ ພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງບໍ່ແກ້ວ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ທ່ານ ພົນຕີ ສາທິດ ໄວຍະນົນ ຫົວໜ້າຜູ້ບັນຊາການ ກອງກຳລັງຜາເມືອງ ກອງທັບລາຊະອານາຈັກໄທ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ໄທ-ລາວ ພ້ອມດ້ວຍຄະນະປະຕິບັດງານ ແລະ ໜ່ວຍປະສານງານປະຈຳພື້ນທີ່ທັງສອງຝ່າຍ ລາວ-ໄທ, ໄທ-ລາວ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ລົງນາມຮ່ວມມື ປີ 2026-2028

ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ລົງນາມຮ່ວມມື ປີ 2026-2028

ໃນວັນທີ 15 ກໍລະກົດ 2026 ໄດ້ຈັດພິທີລົງນາມແຜນການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ (ອອປສ)ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນໄລຍະປີ 2026-2028, ຊຶ່ງໃຫ້ກຽດລົງນາມໂດຍ ສະຫາຍ ນາງ ລີວົງ ລາວລີ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຮຸຍ ຕຽນ ກຳມະການສູນກາງພັກ ກອມມູນິດ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ.
ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນ

ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນ

ໂດຍຕອບສະໜອງ ຕາມການເຊື້ອເຊີນ ຂອງ ສະຫາຍ ນາງ ລີວົງ ລາວລີ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຮຸຍ ຕຽນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 15-17 ກໍລະກົດ 2026 ຢ່າງເປັນທາງການ.
ສະຫາຍ ທອງສະຫວັນ ພົມວິຫານ ຕ້ອນຮັບ ຄະນະຜູ້ແທນກະຊວງ​ການ​ຕ່າງປະເທດ ສສ ຫວຽດນາມ

ສະຫາຍ ທອງສະຫວັນ ພົມວິຫານ ຕ້ອນຮັບ ຄະນະຜູ້ແທນກະຊວງ​ການ​ຕ່າງປະເທດ ສສ ຫວຽດນາມ

ໃນວັນທີ 15 ກໍລະກົດນີ້, ສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນກະຊວງການຕ່າງປະເທດ ສສ ຫວຽດນາມ ນຳໂດຍ ສະຫາຍ ນາງ ເລ ທີ ທູ ຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອນດ້ວຍຄະນະ 7 ທ່ານ ໃນໂອກາດເດີນທາງມາຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມກ່ຽວກັບການຮ່ວມມື, ແລກປ່ຽນບົດຮຽນວຽກງານພົວພັນ ຄົນເຊື້ອຊາດລາວ/ຫວຽດນາມຢູ່ຕ່າງປະເທດ ຊຶ່ງຈັດຂຶ້ນໃນວັນທີ 15-16 ກໍລະກົດ ນີ້ ທີ່ກະ ຊວງການຕ່າງປະເທດ.
ນຳພາການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ” ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

ນຳພາການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ” ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

2026 ນີ້,ສອງປະເທດລາວ-ຈີນສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ປີແຫ່ງມິດຕະພາບ ລາວ-ຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: ສອງປະເທດລາວ-ຈີນເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນເພື່ອນມິດທີ່ດີ ທີ່ມີພູຜາປ່າໄມ້ຕິດຈອດກັນ ມີແມ່ນໍ້າລໍາເຊໄຫຼລ່ວງກັນ ແລະ ມີນໍ້າໃຈມິດຕະພາບທີ່ສືບທອດກັນມາແຕ່ບູຮານນະການ, ພ້ອມທັງເປັນສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ທີ່ມີອຸດົມການຮ່ວມກັນ ແລະ ຮ່ວມຊາຕາກຳ. ຈິດໃຈ “4 ດີ” ບໍ່ພຽງແຕ່ເປັນການສະຫຼຸບຢ່າງເລິກເຊິ່ງຕໍ່ມິດຕະພາບອັນຍາວນານຂອງສອງປະເທດລາວ-ຈີນເທົ່ານັ້ນ, ຫາກຍັງເປັນເຂັມຊີ້ທິດການເຄື່ອນໄຫວໃນການສ້າງຄູ່ຮ່ວມຊະຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ອີກດ້ວຍ.
ອັດຕະປື - ກວາງຫງາຍ ແລກປ່ຽນບົດຮຽນ ດ້ານກະສິກຳ

ອັດຕະປື - ກວາງຫງາຍ ແລກປ່ຽນບົດຮຽນ ດ້ານກະສິກຳ

ກອງປະຊຸມພົບປະແລກປ່ຽນບົດຮຽນ ດ້ານວຽກງານກະສິກຳ ລະຫວ່າງ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ກັບ ສະມາຄົມຊາວກະສີກອນ ແຂວງກວາງຫງາຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດຜ່ານມາ ທີ່ ແຂວງອັດຕະປື, ໂດຍມີ ທ່ານ ກົງໃຈ ສີດາວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື, ມີທ່ານ ຫງວຽນ ກວາງ ຖຸ໋ຍ ກໍາມະການພັກແຂວງ, ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມຊາວກະສີກອນ ແຂວງກວາງຫງາຍ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ

ໃນວັນທີ 12 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມ ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ ຂອງ ມຽນມາ, ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ ທີ່ ບາງກອກ, ຣາຊະອານາຈັກ ໄທ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ແລະ ທັງເປັນຜູ້ຕາງໜ້າພິເສດ ຂອງ ປະທານອາຊຽນ ກ່ຽວກັບບັນຫາ ມຽນມາ.
ເພີ່ມເຕີມ