ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ
ເມື່ອບໍ່ດົນມານີ້, ຄະນະຜູ້ແທນສື່ມວນຊົນຈາກ ສປປ ລາວ ເດີນທາງຢ້ຽມຢາມປະເທດອົສຕຣາລີ ຕາມຄໍາເຊີນຂອງກະຊວງການຕ່າງປະເທດ ແລະ ການຄ້າອົສຕຣາລີ (DFAT). ການຢ້ຽມຢາມຄັ້ງນີ້ແມ່ນເປັນໂອກາດດີໃຫ້ຜູ້ນໍາສື່ມວນຊົນລາວໄດ້ພົບປະກັບພະນັກງານຂັ້ນສູງຂອງລັດຖະບານອົສຕຣາລີ ແລະ ໄປຢ້ຽມຢາມອົງກອນສື່ມວນຊົນຊັ້ນນໍາຂອງອົສຕຣາລີນຳອີກ.

 

ຄະນະສມວນຊນລາວຮດແໜນສາຍພວພນການຮວມມກບອສຕຣາລ - image 1
 

ການຢ້ຽມຢາມຄັ້ງນີ້ແມ່ນນໍາໂດຍ ທ່ານ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ມີພະນັກງານການນຳຈາກກົມຂ່າວກະຊວງການຕ່າງປະເທດເຂົ້າຮ່ວມໃນຄະນະ. ໃນໄລ ຍະການຢ້ຽມຢາມ, ຄະນະສື່ມວນຊົນໄດ້ພົບປະກັບຄູ່ຮ່ວມງານອົສຕຣາລີ ແລະ ໄດ້ສ່ອງແສງໃຫ້ເຫັນສາຍພົວພັນມິດຕະພາບ ລະຫວ່າງລາວ ແລະ ອົສຕຣາລີ ແມ່ນນັບມື້ນັບກ້າວສູ່ລວງເລິກ ໂດຍສະເພາະແມ່ນ ການຮ່ວມມືພາຍໃຕ້ຂອບການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ຄະນະຜູ້ແທນໄດ້ສຶກສານະໂຍບາຍ ແລະ ວິທີການຂອງອົສຕຣາລີໃນການໃຫ້ຂໍ້ມູນທີ່ໜ້າເຊື່ອຖື, ຄວາມຮູ້ກ່ຽວກັບສື່ມວນຊົນ, ການຫັນເປັນດີຈີຕອນ, ການຈໍາກັດອາຍຸເດັກນ້ອຍໃນການບໍລິໂພກສື່ອອນລາຍ ແລະ ສະພາບການປ່ຽນແປງຢ່າງໄວວາຂອງສື່ມວນຊົນລາວ ແລະ ອົສຕຣາລີ, ການຢ້ຽມຢາມໄດ້ເປັນໂອກາດອັນດີໃຫ້ແກ່ພະນັກງານຂັ້ນສູງຂອງລາວເພື່ອແລກປ່ຽນບົດຮຽນ ແລະ ປະສົບການກັບຝ່າຍອົສຕຣາລີໃນການແກ້ໄຂສິ່ງທ້າທາຍຕ່າງໆທີ່ສື່ມວນຊົນກໍາລັງປະເຊີນຢູ່, ທ່ານ ວັນສີ ກົວມົວ ກ່າວວ່າ: ຂ່າວປອມ ຫຼື ຂ່າວທີ່ບໍ່ຖືກຕ້ອງ ຍັງເປັນ "ໜຶ່ງໃນສິ່ງທ້າທາຍທີ່ຫຼາຍທີ່ສຸດທີ່ພວກເຮົາກຳລັງປະເຊີນຢູ່ໃນປັດຈຸບັນ," ທ່າມກາງການຂະຫຍາຍຕົວຢ່າງວ່ອງໄວຂອງສື່ສັງຄົມອອນລາຍ.

ຄະນະສມວນຊນລາວຮດແໜນສາຍພວພນການຮວມມກບອສຕຣາລ - image 2
 

ຢູ່ເມືອງແຄນເບີລາ, ຄະນະຜູ້ແທນໄດ້ໄປຢ້ຽມຢາມຫໍພິພິດຕະພັນແຫ່ງຊາດອົສຕຣາລີ ຊຶ່ງເປັນບ່ອນເກັບຮັກສາຜົນງານສິລະປະອັນສໍາຄັນຂອງຊົນເຜົ່າພື້ນເມືອງ ແລະ ພາກພື້ນ ລວມທັງຮູບແຕ້ມອັນປານີດຈາກ ສປປ ລາວ. ນອກຈາກນັ້ນ ຄະນະຜູ້ແທນຍັງໄປຢ້ຽມຢາມສະພາອົສຕຣາລີ ແລະ ໄດ້ຮັບຟັງໂດຍຫຍໍ້ກ່ຽວກັບລະບົບການເຮັດວຽກຂອງລັດຖະບານ ແລະ ການຮ່ວມມືກັບສື່ມວນຊົນ, ໃນຂະນະຢູ່ເມືອງຊິດນີ, ຄະນະສື່ມວນຊົນໄດ້ໄປຢ້ຽມຢາມ ສຳນັກຂ່າວເອບີຊິ (ABC) ແລະ SBS ເພື່ອເບິ່ງວິທີການຜະລິດຂ່າວ ແລະ ການລາຍງານຂ່າວການເມືອງ. ຄະນະຍັງໄດ້ຮັບຟັງ ແລະ ເຂົ້າໃຈວ່າ ເຖິງວ່າອົງກອນສື່ດັ່ງກ່າວໄດ້ຮັບທຶນຈາກລັດຖະບານແຕ່ພວກເຂົາມີຄວາມເປັນເອກະລາດໃນການບໍລິຫານງານເພື່ອຮັບປະ ກັນວ່າຜູ້ອ່ານຜູ້ຊົມສາມາດເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ມີຄຸນນະພາບສູງ. ໂດຍສະເພາະ ສຳ ນັກຂ່າວເອບີຊີ ໄດ້ອະທິບາຍເຖິງການຫັນປ່ຽນຈາກການລາຍງານຂ່າວແບບດັ້ງເດີມ ໄປສູ່ການລາຍງານຂ່າວຕາມຄວາມຕ້ອງການຂອງປະຊາຊົນ, ຜົນປະໂຫຍດຂອງການມີຊ່ອງທາງຮັບຂໍ້ມູນຂ່າວສານທາງອອນລາຍຫຼາຍຂຶ້ນ ແລະຄວາມຈໍາເປັນໃນການຍົກລະດັບຫ້ອງຂ່າວໃຫ້ສາມາດສະໜອງຂໍ້ມູນຂ່າວສານໃຫ້ຫຼາກ ຫຼາຍຂຶ້ນ.

ຄະນະສມວນຊນລາວຮດແໜນສາຍພວພນການຮວມມກບອສຕຣາລ - image 3
 

ທ່ານ ວັນສີ ກົວມົວ ກ່າວວ່າ: ການຢ້ຽມຢາມຄັ້ງນີ້ເຮັດໃຫ້ຄະນະຜູ້ແທນເຮົາເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານສື່ມວນຊົນ ແລະ ການສື່ສານຂອງອົສຕຣາລີ, ໂດຍສະເພາະແມ່ນການຫັນປ່ຽນຈາກສື່ດັ້ງເດີມໄປສູ່ສື່ດີຈີຕອນ, ລວມທັງເຄື່ອງມືທີ່ໃຊ້ເພື່ອຕິດຕາມການມີສ່ວນຮ່ວມຂອງຜູ້ຊົມ ແລະ ປະສິດທິພາບຂອງຫ້ອງຂ່າວ, ນອກນັ້ນ ທ່ານຍັງຮັບຮູ້ກ່ຽວກັບຮູບແບບການສະໜອງຂ່າວຫຼາຍພາສາຂອງ ສຳນັກຂ່າວ SBS, ໂດຍສະເພາະການສະໜອງເນື້ອໃນຂ່າວລົງຫຼາຍແພັລດຟອມ ແລະ ມີ 63 ພາສາເພື່ອຮັບປະກັນວ່າຜູ້ອ່ານຜູ້ຊົມ ໃນ ອົສຕຣາລີ ສາມາດເຂົ້າເຖິງຂໍ້ມູນຂ່າວສານທີ່ເຊື່ອຖືໄດ້.

(ຂ່າວ-ພາບ: ສະຖານທູດອົສຕຣາລີ ປະຈຳລາວ)

ຄໍາເຫັນ

ຂ່າວການຮ່ວມມື

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ເພີ່ມເຕີມ