ບົດລາຍງານດັ່ງກ່າວເປີດເຜີຍວ່າ: ການເລັ່ງການຫັນເປັນດີຈີຕອນ, ການເພີ່ມຂຶ້ນຂອງການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະການເອົາໃຈໃສ່ຕໍ່ຂໍ້ລິເລີ່ມສີຂຽວທີ່ຊຸກຍູ້ຄວາມກ້າວໜ້າໃນພາກພື້ນອາຊີຄືແນວໃດ? ອີກທັງຮວບຮວມຂໍ້ມູນຈາກຜູ້ນໍາທຸລະກິດເກືອບ 100 ກໍລະນີ ເພື່ອວິເຄາະທ່າອ່ຽງທີ່ພົ້ນເດັ່ນຂຶ້ນຢ່າງຢ່າງກວ້າງຂວາງ.
ທ່ານ ໄມເຄິລ ລໍເຣັນສ ປະທານບໍລິຫານ ຂອງ Asia Houseກ່າວວ່າ: ພາກພື້ນອາຊີ ຍັງສືບຕໍ່ສະແດງໃຫ້ເຫັນເຖິງຄວາມສາມາດໃນການຟື້ນຕົວຈາກຄວາມວຸ້ນວາຍທົ່ວໂລກ.
ທ່ານ ມັລລິກາ ອິຊວາຣັນ ຫົວໜ້ານັກເສດຖະສາດຂອງ Shell ເນັ້ນໜັກວ່າ: ອາຊີ ມີບົດບາດສຳຄັນໃນການຫັນປ່ຽນດ້ານພະລັງງານ ແລະມີທ່າແຮງທີ່ຈະກາຍເປັນຜູ້ຜະລິດສິນຄ້າ ແລະ ບໍລິການຊັ້ນນໍາທີ່ຊຸກຍູ້ການປ່ຽນແປງນີ້.
ທ່ານ ອິຊວາຣັນ ກ່າວຕື່ມວ່າ: ຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບຜະລິດຕະພັນເຫຼົ່ານີ້ຈະຊ່ວຍເພີ່ມຂໍ້ໄດ້ປຽບທາງການແຂ່ງຂັນທີ່ສໍາຄັນຕໍ່ເສດຖະກິດຂອງພາກພື້ນອາຊີ.
ຄໍາເຫັນ