ແຂ່ງຂັນບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ

ແຂ່ງຂັນບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ

ແຂ່ງຂັນບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ
ກົມຄຸ້ມຄອງວິທະຍາສາດ ຮ່ວມກັບກົມອາຊີວະສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ຫ້ອງການກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກຳແຂ່ງຂັນກິລາບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະພັກກະຊວງ ສສກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນ ປະຕິວັດລາວ ພ້ອມທັງເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຍິ່ງຂຶ້ນ.
ແຂງຂນບານເຕະຍງ-ຊາຍ ຊມເຊຍຜນສຳເລດກອງປະຊມໃຫຍ ຄງທ X ອງຄະນະພກ ສສກ - image 1
 

 

ການແຂ່ງຂັນກິລາບານເຕະຍິງ-ຊາຍຄັ້ງນີ້ ຈັດຂຶ້ນໃນວັນທີ 27 ກຸມພາຜ່ານມາ ທີ່ສະໜາມບານເຕະຫຍ້າທຽມ ເບ ສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ສະຫາຍ ຫຼ້າວັນ ວົງຄຳສານ ຄະນະປະຈຳພັກກະຊວງ ຫົວໜ້າຫ້ອງການກະຊວງ ສສກ, ສະຫາຍ ວິໄລພອນ ພົມມະຫາໄຊ ຄະນະປະຈຳພັກກະຊວງ ຫົວໜ້າກົມອາຊີວະສຶກສາ, ສະຫາຍ ສຸກສະຫວາດ ສີຫາປັນຍາ ຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິທະຍາສາດ ແລະ ສະຫາຍ ວົງເພັດ ອຸດົມລິດ ຄະນະພັກກະຊວງ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຈາກບັນດາພາກສ່ວນຕ່າງໆ ແລະ ພະນັກງານເຂົ້າຮ່ວມ.

ການແຂ່ງຂັນຄັ້ງນີ້, ສະເພາະບານເຕະຊາຍມີ 4 ພາກສ່ວນ ກຳນົດໃຫ້ມີການຈັບສະຫຼາກປະກົບຄູ່ແຂ່ງຂັນ ເພື່ອຄັດເລືອກເອົາທີມຊະນະ ຜ່ານເຂົ້າຮອບຊີງຊະນະເລີດ ແລະ ທີມເສຍ ໄປຊີງອັນດັບ 3 ສ່ວນບານເຕະຍິງ ກຳນົດໃຫ້ບັນດາພາກສ່ວນໂຮມກັນ ໂດຍແບ່ງອອກເປັນ 2 ທີມແຂ່ງຂັນ ສຳລັບກົມຄຸ້ມຄອງວິທະຍາສາດ ຮ່ວມກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ສ່ວນກົມອາຊີວະສຶກສາ ຮ່ວມກັບ ຫ້ອງການກະຊວງ ສສກ.

ແຂງຂນບານເຕະຍງ-ຊາຍ ຊມເຊຍຜນສຳເລດກອງປະຊມໃຫຍ ຄງທ X ອງຄະນະພກ ສສກ - image 2
 

ຜ່ານການແຂ່ງຂັນຜົນປະກົດ: ທີມຊາຍ ແຊັມຕົກເປັນຂອງທີມກົມອາຊີວະສຶກສາ ທີ່ໄລ່ເອົາຊະນະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຮ່ວມກັບບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ໃນນັດຊີງຊະນະເລີດ 4-3 ປະຕູ ສ່ວນທີມຍິງ ແຊັມເປັນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ຊະນະຈຸດໂທດ ກົມອາຊີວະສຶກສາ ຮ່ວມກັບ ຫ້ອງການກະຊວງ ສສກ 3-0 ປະຕູ ໃນເກມສະ ເໝີກັນ 1-1 ປະຕູ.

ຂ່າວ: ສົງການ ພັນແພງດີ

ຄໍາເຫັນ

ຂ່າວສືກສາ-ກິລາ

ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026

ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026

ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມ ສົມບູນ ສະຖາພອນ ໄດ້ຈັດພິທີສະຫຼຸບຜົນການຮຽນ-ການສອນ ແລະ ການເຄື່ອນໄຫວຕ່າງໆ ປະຈຳສົກຮຽນ 2025-2026 ທີ່ໂຮງຮຽນດັ່ງກ່າວ ໃນວັນທີ 11 ກໍລະກົດ 2026 ໂດຍມີ ທ່ານ ວາຍຸ ແຫ່ງດາວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນ ສະຖາພອນ, ທ່ານ ນາງ ຄຳສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນ ສະຖາພອນ, ພ້ອມດ້ວຍຕາງໜ້າສະມາຄົມຜູ້ປົກຄອງ ຄູອາຈານ, ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ທີມເຕະບານ ສະໂມສອນ ດັບເບິນຢູໄອຈີ ນາຄາ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ພ້ອມຂັນແຊັມ ເຕະບານເຍົາວະຊົນຊີງແຊັມນານາຊາດ ລາຍການ ໄອເບີ ຄັບ 2026 ຈັດຂຶ້ນທີ່ປະເທດປອກຕຸຍການ ທີ່ສາມາດປ້ອງກັນແຊັມສະໄໝທີ 2 ຕິດຕໍ່ກັນ ໄດ້ຮັບການຕ້ອນຈາກການນຳ ນະຄອນຫຼວງວຽງຈັນ ແລະ ປະຊາຊົນບັນດາເຜົ່າ ຢ່າງສົມກຽດ.
ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ XV ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ XV ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ (ນວ), ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຮຸ່ນທີ XV ໃນວັນທີ 7 ກໍລະກົດນີ້ ທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງ ນວ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ພູທອນ ແກ້ວດວງມະນີ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ສະຫາຍ ນາງ ວຽງພອນ ແກ້ວຄູນສີ ກຳມະການພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ, ສະຫາຍ ວຽງຄໍາ ສີຫາໂຄດ ກຳມະການພັກ ນວ ເລຂາຄະນະບໍລິຫານງານພັກເມືອງໄຊທານີ ພ້ອມດ້ວຍແຂກຖືກເຊີນ, ຄູອາຈານ - ພະນັກງານໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ, ຄະນະຮັບຜິດຊອບຊຸດຮຽນ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ພິທີເປີດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ” ໄລຍະພັກແລ້ງ ປະຈຳສົກຮຽນ 2025-2026 ໄດ້ມີຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ ປະທານຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາຄະນະພັກ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ປະທານສະຫະພັນຊາວໜຸ່ມລາວ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມກະຊວງ, ຜູ້ຕາງໜ້າຈາກກົມອົບຮົມສູນກາງຊາວໜຸ່ມ, ຄະນະຮັບຜິດຊອບໂຄງການ ຕະ ຫຼອດຮອດຖັນແຖວອາສາສະໝັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເບ ສະຫວັນ ຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່

ເບ ສະຫວັນ ຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່

ສະໂມສອນ ເບ ສະຫວັນ ເອັບຊີ ໄດ້ເດີນທາງຈາກແຂວງຊຽງໃໝ່ ປະເທດໄທ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກສ້າງຜົນງານຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່ ກາານເເຂ່ງຂັນເຕະບານເຍົາວະຊົນນາໆຊາດ ລາຍການ COPA NAKA 2026 ໃນຮຸ່ນອາຍຸເກີນ 10 ປີ ຫຼື U10 ພ້ອມໄດ້ໂຄຕ້າໄປຮ່ວມເເຂ່ງຂັນທີ່ປະເທດສິງກະໂປ ນຳພາທີມເດີນທາງກັບໂດຍ ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄູຝຶກສະໂມສອນ ເບ ສະຫວັນ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະບໍລິຫານງານສະໂມສອນ ແລະ ຜູ້ປົກຄອງນັກກິລາ.
ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ( ມ.7 ) ບໍາລຸງເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025 – 2026 ສະເພາະແຂວງຄໍາມ່ວນແມ່ນໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ຢູ່ທີ່ສູນການສຶກສານອກໂຮງຮຽນຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນເພັງ ປະທໍາມະວົງ ຮອງຫົວໜ້າພະແນກຕໍ່ເນື່ອງ ກົມການສຶກສານອກໂຮງຮຽນ, ທ່ານ ນາງ ບັງອອນ ສຸກສາບັນ ຜູ້ອໍານວຍການສູນການສຶກສານອກໂຮງຮຽນແຂວງ , ມີບັນດາທ່ານໃນຄະນະຊີ້ນໍາສູນ, ພະນັກງານຄູ-ອາຈານ ແລະ ນັກສອບເສັງຈໍານວນ 77 ຄົນ, ຍິງ 39 ຄົນເຂົ້າຮ່ວມ .
ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ປັບປຸງຂັ້ນຕອນການສະໝັກໃຫ້ງ່າຍຂຶ້ນ ແລະ ທັນສະໄໝຂຶ້ນໂດຍປະ ກອບມີ 2 ຂັ້ນຕອນຄື: 1. ສະໝັກລົງ ທະບຽນຜ່ານລະບົບອອນລາຍ (Online): ນ້ອງໆນັກຮຽນສາມາດ ສະໝັກໄດ້ດ້ວຍຕົນເອງຜ່ານທາງເວັບໄຊຂອງມະຫາວິທະຍາໄລ ຫຼື ລະບົບ ທີ່ກຳນົດໄວ້ ໂດຍບໍ່ຈຳເປັນຕ້ອງມາ ລຽນແຖວຍາວໆ ຢູ່ມະຫາວິທະຍາໄລ ຊຶ່ງຈະຊ່ວຍປະຢັດເວລາ ແລະ ຄ່າໃຊ້ ຈ່າຍ, 2. ນຳເອກະສານ, ຊຳລະຄ່າທຳ ນຽມ ແລະ ຮັບບັດເຂົ້າຫ້ອງສອບເສັງ: ຫຼັງຈາກສະໝັກອອນລາຍແລ້ວ, ຈະຕ້ອງນຳເອກະສານປະກອບການ ສະໝັກມາຢັ້ງຢືນ ແລະ ຊຳລະຄ່າທຳນຽມ ພ້ອມທັງຮັບບັດເຂົ້າຫ້ອງສອບເສັງ ທີ່ສະໂມສອນໃຫຍ່ ມຊ ຕາມ ກຳນົດການ.
ຫຼວງພະບາງ ຈະສຸມໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ກິລາ ໃຫ້ສູງຂຶ້ນ

ຫຼວງພະບາງ ຈະສຸມໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ກິລາ ໃຫ້ສູງຂຶ້ນ

ໃນໂອກາດພົບປະພະນັກງານ-ລັດຖະກອນ ແລະປະຊາຊົນບັນດາເຜົ່າ ຢູ່ເມືອງນານ ໃນເມື່ອບໍ່ດົນຜ່ານມານີ້, ທ່ານ ສຸລິເດດ ແກ້ວບົວລະເພັດ ສະມາຊິກສະພາປະຊາຊົນແຂວງ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ
ຄະນະໂຄສະນາອົບຮົມ ນວ ຮ່ວມກັບລັດວິສາຫະກິດນໍ້າປະປານະຄອນຫຼວງ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົບຮົມ ນວ ຮ່ວມກັບລັດວິສາຫະກິດນໍ້າປະປານະຄອນຫຼວງ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງ​ຈັນ (ນວ) ຮ່ວມກັບ ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບ ສ້າງຂະບວນການກະກຽມຕ້ອນຮັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນວ.
ທັບນັກກິລາເຍົາວະຊົນ ຢູ-10 ເບສະຫວັນ ເດີນທາງເຂົ້າຮ່ວມແຂ່ງຂັນບານເຕະນານາຊາດ ທີ່ແຂວງຊຽງໃໝ່

ທັບນັກກິລາເຍົາວະຊົນ ຢູ-10 ເບສະຫວັນ ເດີນທາງເຂົ້າຮ່ວມແຂ່ງຂັນບານເຕະນານາຊາດ ທີ່ແຂວງຊຽງໃໝ່

ໃນວັນທີ 2 ກໍລະກົດນີ້ ທັບນັກກິລາ ແລະ ຄູຝຶກຂອງສະໂມສອນ ເບສະຫວັນ ເອັບຊີ (Baysanvanh FC) ໄດ້ເດີນທາງຈາກນະຄອນຫຼວງວຽງຈັນ ສປປ ລາວ ມຸ່ງໜ້າສູ່ແຂວງຊຽງໃໝ່ ປະເທດໄທ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ "COPA NAKA 2026 – U10" ຊຶ່ງລາຍການນີ້ ຖືເປັນເວທີໃຫຍ່ທີ່ເຕົ້າໂຮມເອົາທີມເຍົາວະຊົນຊັ້ນນຳຈາກຫຼາຍປະເທດ ໃນທະວີບອາຊີມາປະຊັນແຂ່ງຂັນກັນ.
ເພີ່ມເຕີມ