ສ້າງຂະບວນການຕ້ອນຮັບ 20 ມັງກອນ

ແຂ່ງຂັນກິລາ ສ້າງຂະບວນການຕ້ອນຮັບ 20 ມັງກອນ

ແຂ່ງຂັນກິລາ ສ້າງຂະບວນການຕ້ອນຮັບ 20 ມັງກອນ
ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນ ແລະ ຊົມເຊີຍກອງປະຊຸມໃຫຍ່ອົງຄະນະພັກກະຊວງປ້ອງກັນປະເທດ ຄັ້ງທີ VI ແລະ ກອງປະຊຸມໃຫຍ່ອົງຄະນະພັກກົມໃຫຍ່ ເສນາທິການກອງທັບ ຄັ້ງທີ V, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ

20 ມັງກອນ 2025 ເວົ້າລວມ, ເວົ້າສະເພາະ ເພື່ອເປັນການຄັດເລືອກເອົານັກກິລາທີ່ດີເດັ່ນ, ມີພອນສະຫວັນເປັນຕົວແທນກິລາກະຊວງປ້ອງກັນປະເທດ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທີ່ຈະມາເຖິງຢ່າງເປັນຂະບວນຟົດຟື້ນ, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດງານແຂ່ງຂັນກິລາ ການທະຫານ, ຍິງປືນທະຫານຮາບ ແລະ ກິລາມວນຊົນເຂດ 1 (ນະຄອນຫຼວງວຽງຈັນ) ຊີງຂັນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໃນວັນທີ 14 ມັງກອນນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ,ຄະນະຮັບຜິດຊອບຈັດງານແຂ່ງຂັນ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.

ສະຫາຍ ພັນເອກ ພູເງິນ ພົມເມືອງ ຫົວໜ້າກົມອົບຮົມ ຄະນະຊີ້ນຳຈັດການແຂ່ງຂັນກິລາທົ່ວກອງທັບເຂດ 1 ນະຄອນຫຼວງວຽງຈັນໄດ້ຜ່ານບົດລາຍງານຈັດງານແຂ່ງຂັນກິລາ ການທະຫານ, ຍິງປືນທະຫານຮາບ ແລະ ກິລາມວນຊົນເຂດ 1 (ນະຄອນຫຼວງວຽງຈັນ) ຊຶ່ງກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ປະກອບມີ 10 ປະເພດກິລາ ແລະ 17 ລາຍການ ໃນນັ້ນມີ ລວມໝູ່ 7 ລາຍການ ແລະ ບຸກຄົນ 7 ລາຍການ: ເຕະບານຊາຍ12ຄະນະ, ບານສົ່ງຊາຍ 14 ຄະນະ, ບານສົ່ງຍິງ 6 ຄະນະ, ກະຕໍ້ຫວາຍທີມດ່ຽວຊາຍ 14 ຄະນະ, ເປຕັງປະສົມ 26 ຄະນະ, ກິລານັກຮົບແຂງແຮງ 6 ຄະນະ, ກິລາແລ່ນ, ມ້າງປະກອບອາວຸດ 12 ຄະນະ, ຜ່ານສິ່ງກີດຂວາງ 4×50 ແມັດ 6 ຄະນະ, 3 ວິຊາການທະຫານສົມທົບ 6 ຄະນະ, ຍິງປືນທະຫານຮາບ (ປືນAK ມີ 7 ກົມກອງ, ປືນ K59 ປະເພດຊາຍ ມີ 3 ກົມກອງ ແລະ ປືນK59 ປະເພດຍິງ ມີ 2 ກົມກອງ, ມີນັກກິລາທັງໝົດ 814 ສະຫາຍຍິງ 156 ສະຫາຍ ທີ່ຕາງໜ້າຈາກ 28 ຫົວໜ່ວຍກົມກອງຄື: ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ, ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່ພະລາທິການກອງທັບ, ກົມໃຫຍ່ເຕັກນິກກອງທັບ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໂຮງໝໍສູນກາງ 103 ກອງທັບ, ວິທະຍາຄານກົມມະດໍາ, ວິທະຍາຄານເຕັກນິກການທະຫານ, ວິທະຍາຄານການແພດກອງທັບ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ກອງພັນໃຫຍ່ທະຫານຮາບຍານເກາະທີ 11, ກອງພັນໃຫຍ່ 279, ກອງພັນໃຫຍ່ 941, ກອງບັນຊາການທະຫານອາກາດ, ເຫຼົ່າຮົບຕີພິເສດ (ກົມ 49), ເຫຼົ່າຮົບກົດລັບ, ເຫຼົ່າຮົບຊ່າງແສງ, ເຫຼົ່າຮົບລົດຕັ້ງ-ຍານເກາະ (ຈໍ 661), ສະຖາບັນກັນພະຍາດກອງທັບ, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ເຫຼົ່າຮົບປືນໃຫຍ່ໜ້າດິນ (ຈໍ 606), ກົມວິທະຍາສາດ-ປະຫວັດສາດກອງທັບ, ກົມ 213, ກອງບັນຊາການທະຫານຊາຍແດນ, ໂຮງຮຽນທິດສະດີການເມືອງກອງທັບ, ປ້ອງກັນອາກາດ 641 ແລະ ເຫຼົ່າຮົບເຄມີສາດ. ການແຂ່ງຂັນຈະດໍາເນີນເປັນເວລາ 12 ວັນຈຶ່ງຈະສຳເລັດ. ຈາກນັ້ນກໍໄດ້ຊົມກາແຂ່ງຂັນກິລາເຕະບານຊາຍລະຫວ່າງທີມ ກົມໃຫຍ່ເສນາ ກັບ ກົມ 49 ຕື່ມອີກ.

(ຂ່າວ-ພາບ:ເຄນໄຊ)

ຄໍາເຫັນ

ຂ່າວສືກສາ-ກິລາ

ບໍລິຄຳໄຊ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 16 ປະເພດກິລາ ໃນງານມະຫາກຳກິລາແຫ່ງຊາດຄັ້ງທີXII

ບໍລິຄຳໄຊ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 16 ປະເພດກິລາ ໃນງານມະຫາກຳກິລາແຫ່ງຊາດຄັ້ງທີXII

ກອງປະຊຸມ ປຶກສາຫາລື ການກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ແລະ ກິລາຄົນພິການແຫ່ງຊາດ ຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 11 ກັນຍາຜ່ານມາ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີສະພາການຄ້າ, ຄະນະພະແນກ, ສະຫະພັນກິລາແຂວງ, ຄະນະຮັບຜິດຊອບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ

ກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-11 ກັນຍານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີພະອາຈານ ຈັນດາ ເຄນສັກດາ ຄະນະ ອປສ ແຂວງ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສົກຮຽນ 2025-2026 ນີ້ ວປກ ໄດ້ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບກວ່າເກົ່າ

ສົກຮຽນ 2025-2026 ນີ້ ວປກ ໄດ້ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບກວ່າເກົ່າ

ນັບແຕ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ທັນວາ 1996 ຜ່ານມາ, ຄະນະພັກ-ຄະນະອໍານວຍການແຕ່ລະຮຸ້ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ການປັບປຸງກໍ່ສ້າງຖັນແຖວພະນັກ ງານ-ຄູອາຈານຢູ່ ວປກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ, ເວົ້າລວມ ເວົ້າສະເພາະກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ທາງດ້ານທິດດີຫຼັກການ, ບົດຮຽນ ແລະ ປະສົບການໃນການນໍາພາ-ບັນຊາແຕ່ລະຂັ້ນ ປະກອບໃຫ້ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນ. ມາຮອດປັດຈຸບັນວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ກໍ່ສ້າງ ແລະ ບໍາລຸງນັກຮຽນ-ນັກສຶກສາແຕ່ລະລະບົບໄດ້ 6,000 ກວ່າສະຫາຍ, ຊຶ່ງບັນດາສະຫາຍທີ່ຈົບໄປແລ້ວນັ້ນ ລ້ວນແລ້ວແຕ່ໄດ້ເປັນການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ແລະ ຕໍາແໜ່ງສໍາຄັນຕ່າງໆ ຢູ່ອົງການ, ກະຊວງ, ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ.
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ

ເມື່ອບໍ່ດົນຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳແຂວງ ໄດ້ເດີນທາງໄປຮ່ວມ ພິທີໄຂສົກຮຽນໃໝ່ 2025-2026 ພ້ອມທັງມອບຊຸດນັກຮຽນ ແລະ ອຸປະກອນການຮຽນ -ອຸປະກອນກິລາ ໃຫ້ໂຮງຮຽນແຫ່ງຕ່າງໆ ທີ່ນອນໃນເຂດຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບເມືອງ ເຊໂປນ ໂດຍການນຳພາທາງ ຂອງທ່ານ ພົງຄຳຮັກ ບຸດທະວົງ ກຳມະການພັກແຂວງ ເລຂາພັກເມືອງເຊໂປນ ພ້ອມຄະນະ, ມີຫົວໜ້າຈຸດສຸມ, ຄະນະພັດທະນາການສຶກສາຂັ້ນບ້ານ, ອຳນາດການປົກຄອງບ້ານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ລູກຫຼານນັກຮຽນເຂົ້າຮ່ວມຕ້ອນຮັບຢ່າງຫຼວງຫຼາຍ.
ໄຊສົມບູນ ສໍາເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງ

ໄຊສົມບູນ ສໍາເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງ

ແຂວງໄຊສົມບູນ ໄດ້ສຳເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານ ເຈົ້າແຂວງໄຊສົມບູນ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງ, ໄດ້ປິດລົງໃນວັນທີ 7 ກັນຍາຜ່ານມາ ທີ່ເດີ່ນກິລາ ຂອງແຂວງ ໂດຍມີການນໍາຂັ້ນແຂວງ ຕະຫຼອດຮອດພະນັກງານ, ທະຫານ-ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຊົມ.
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ

ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ

ວັນທີ 8 ກັນຍາຜ່ານມານີ້, ທິມງານ ອາສາສະໝັກຂອງລັດວິສາຫະກິດສະໜາມບິນ ສາທາລະ ນະລັດ ເກົາຫຼີ (KAC) ຮ່ວມກັບ ນັກສຶກສາຄະນະພາສາສາດ ພາກພາສາເກົາຫຼີ ມະຫາວິທະຍາໄລ ສຸພານຸວົງ ໄດ້ເຄື່ອນໄຫວຈັດກິດຈະກຳ ຮ່ວມກັບ ນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ ແຂວງຫຼວງພະບາງ. ໃນນັ້ນ, ໄດ້ຮັບປະທານອາຫານທ່ຽງຮ່ວມກັບນັກຮຽນ, ທາສີຫ້ອງຮຽນ ແລະ ປະກອບເຄື່ອງຫຼີ້ນ.
ສາລະວັນ ຫາລືກຽມເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII

ສາລະວັນ ຫາລືກຽມເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII

ແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ (ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025)ຂຶ້ນໃນວັນທີ 5 ກັນຍານີ້ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ປະທານສະມາຄົມກິລາກາຍະກໍາແຂວງ; ທ່ານ ສຸນີ ນາມມະບົວລີ ຫົວ ໜ້າພະແນກສຶກສາທິການ ແລະ ກິລາແຂວງ; ມີບັນດາທ່ານປະທານສະຫະພັນກິລາ 16 ປະເພດ ເຂົ້າຮ່ວມ.
ຄໍາມ່ວນ ເປີດສົກຮຽນໃໝ່ ເອກະພາບທົ່ວແຂວງ ປະຈໍາສົກຮຽນ 2025-2026

ຄໍາມ່ວນ ເປີດສົກຮຽນໃໝ່ ເອກະພາບທົ່ວແຂວງ ປະຈໍາສົກຮຽນ 2025-2026

ພິທີເປີດສົກຮຽນໃໝ່ ເອກະພາບທົ່ວແຂວງຄຳມ່ວນ ປະຈຳສົກຮຽນ 2025-2026 ໄດ້ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ ທີ່ສະໂມສອນ 21 ມີນາ (ໂຮງຮຽນການເມືອງ ແລະ ການປົກຄອງແຂວງ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີແຂກຖືກເຊີນ, ພະນັກງານຄູ - ອາຈານ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.
ແຂວງວຽງຈັນ ກຽມຈັດກິລາແລ່ນ-ຍ່າງຊີງຂັນເຈົ້າແຂວງ ສົ່ງເສີມການທ່ອງທ່ຽວ

ແຂວງວຽງຈັນ ກຽມຈັດກິລາແລ່ນ-ຍ່າງຊີງຂັນເຈົ້າແຂວງ ສົ່ງເສີມການທ່ອງທ່ຽວ

ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ຮ່ວມກັບ ວິສາຫະກິດ ສ່ວນບຸກຄົນ ອີເອັຟຈີ ລາວ ກຽມຈັດງານແຂ່ງຂັນແລ່ນ (Run Discovery) ຊີງຂັນທ່ານເຈົ້າແຂວງວຽງຈັນ ລວມມີ 46 ລາຍການ ໃນໄລຍະທາງ 5 ກິໂລແມັດ (ເພື່ອສຸຂະພາບ) ແລະ 10 ກິໂລແມັດ (ມິນິມາຣາທອນ) ຊາຍ-ຍິງ ລວມເງິນລາວັນ 41,600,000 ກີບ. ມາຮອດປັດຈຸບັນ ມີນັກກິລາລົງທະບຽນເຂົ້າຮ່ວມແຂ່ງຂັນແລ້ວເຖິງ 500 ຄົນ.
ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026

ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026

ໃນໂອກາດເປີດສົກຮຽນໃໝ່ ສົກຮຽນ 2025-2026 ຢ່າງເປັນທາງການ ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ນາງ ພອນທິບ ໄຊຍະສິດທິເດດ ນັກຮຽນຊັ້ນ ມ5/1 ຂອງ ມສ ວຽງຈັນ ໄດ້ສະແດງຄວາມຮູ້ສຶກຂອງຕົນໃນວັນເປີດສົກຮຽນໃໝ່ວັນທີ 1 ກັນຍາ 2025 ທີ່ໂຮງຮຽນ ມສ ວຽງຈັນ ວ່າ:
ເພີ່ມເຕີມ