![]() |
ການແຂ່ງຂັນຄັ້ງນີ້, ແມ່ນກິດຈະກໍາໜຶ່ງໃນຂະບວນການສະເຫຼີມສະຫຼອງຕ້ອນຮັບວັນສ້າງຕັ້ງສະຫະພັນ ກໍາມະບານລາວ ຄົບຮອບ 70 ປີ ເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
![]() |
ການແຂ່ງຂັນຄັ້ງນີ້, ມີນັກກິລາຈາກກະຊວງ-ອົງການ ແລະ ນວ ເຂົ້າຮ່ວມແຂ່ງຂັນທັງໝົດ 40 ທີມ. ປະເພດກິລາແຕ່ລະທີມແມ່ນຄູ່ປະສົມຍິງ 1 ຄົນ + ຊາຍ 2 ຄົນ. ສໍາລັບລາງວັນ ທີມຊະນະເລີດ ທີ 1 ຈະໄດ້ ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນ 2,000,000 ກີບ; ທີ 2 ຈະໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນ 1,500,000 ກີບ; ທີ 3 ຈະໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນ 1,000,000 ກີບ ແລະ ລາງວັນຊົມເຊີຍມີ 5 ລາງວັນ ຈະໄດ້ຮັບຂັນລາງວັນລະ 1 ໜ່ວຍ.
![]() |
ຂ່າວ-ພາບ: ວັນເພັງ



ຄໍາເຫັນ