![]() |
ການຈັດງານແຂ່ງຂັນຄັ້ງນີ້, ແມ່ນກິດຈະກຳໜຶ່ງຂອງຊົນເຜົ່າມົ້ງຈັດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວຂອງແຂວງ ໃຫ້ມີບັນຍາກາດຟົດຟື້ນ, ສືບສານວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊົນເຜົ່າ ໂດຍສະເພາະແມ່ນ ກິລາພື້ນເມືອງເຜົ່າມົ້ງ ທີ່ຕິດພັນກັບ ບຸນກິນຈຽງ (ນໍເປເຈົ້າ). ນອກນີ້, ຍັງເປັນການປູກຈິດສຳນຶກ ໃຫ້ຊາວໜຸ່ມ-ເຍົາວະຊົນ ຫັນມາຫຼິ້ນກິລາ ເພື່ອສຸຂະພາບ ຫ່າງໄກຢາເສບຕິດ ແລະ ເພື່ອຄັດເລືອກນັກກິລາທີ່ມີພອນສະຫວັນ ເຂົ້າເປັນຕົວແທນຂອງແຂວງໃນລະດັບຊາດ. ການແຂ່ງຂັນ ຈະໄດ້ດຳເນີນເປັນເວລາ 4 ວັນ (ວັນທີ 14-17 ມັງກອນ 2026). ສຳລັບກິລາໝາກຂ່າງ ມີທີມເຂົ້າຮ່ວມ ທັງໝົດ 18 ທີມ ຈັດແບ່ງອອກເປັນ 4 ສາຍ. ພິເສດແມ່ນມີທີມນັກກິລາຮັບເຊີນ ຈາກ ເມືອງສຳພັນ ແຂວງຜົ້ງສາລີ ເຂົ້າຮ່ວມແຂ່ງຂັນ 1 ທີມ. ສຳລັບ ລາງວັນການແຂ່ງຂັນກິລາໝາກຂ່າງ ໄດ້ກຳນົດ ລາງວັນຊະນະເລີດ ອັນດັບ 1: ຈະໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 3 ລ້ານກີບ, ອັນດັບ 2 ຈ້ໄດ້ຮັບເງິນສົດ 2 ລ້ານກີບ, ອັນດັບ 3 ຈະໄດ້ຮັບເງິນສົດ 1 ລ້ານກີບ ແລະ ລາງວັນຊົມເຊີຍ: ຈະໄດ້ຮັບເງິນສົດ 5 ແສນກີບ.
![]() |
ໃນພິທີ, ປະທານຈັດງານໄດ້ຮຽກຮ້ອງໃຫ້ ຄະນະກຳມະການ ແລະ ນັກກິລາ ເຊີດຊູຄວາມຮັບຜິດຊອບ, ປະຕິບັດຕາມກົດລະບຽບຂອງການແຂ່ງຂັນຢ່າງເຂັ້ມງວດ, ຮູ້ແພ້-ຮູ້ຊະນະ ມີນ້ຳໃຈນັກກິລາ ແລະ ສ້າງຄວາມສາມັກຄີຮັກແພງ ເພື່ອເຮັດໃຫ້ງານມີບັນຍາກາດ ແລະ ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
(ຂ່າວ: ແສງອາທິດ)


ຄໍາເຫັນ